ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 15, 2009 | ມີ 8 ຄຳເຫັນ ແລະ 0 trackback(s)

Cake ແລະ ທຽນໄຂ ມອບໃຫ້ແກ່ເຈົ້າ
ຂ້ອຍເຫັນເຈົ້າເຫງົາ ນັ່ງເສົ້າດຽວດາຍ
ກ່ອນວັນເກີດເຈົ້າຈະກາຍ ໄປເປັນມື້ອື່ນ
ຂໍເຈົ້າຈົ່ງຊື່ນ ມືນຕາຫາຍເຫງົາ


ວັນເກີດຂອງເຈົ້າ ເຂົາອາດບໍ່ຮູ້
ເຂົາອາດມີຄູ່ ຢູ່ສຸກສົມໃຈ
ນ້ຳຕາເຈົ້າໄຫຼ ຂ້ອຍຂໍເຊັດໄຫ້
ເປົ່າໄຟທຽນໄຂ ຈາກໃຈຂ້ອຍ ​ເຖິງໃຈເຈົ້າ

ເປົ່າເຖີດເຈົ້າເປົ່າ ຫລັບຕາຄຶດຫາຮັກແທ້
ຄືດຫາຄົນຄອຍ care ຄົນຄອຍເອົາໃຈໃສ່
ຄົນເອົາ cake ແລະ ທຽນໄຂ ມາໃຫ້ເຈົ້າ​ເປົ່າສຸກໃຈ
ໃຫ້ເຈົ້າໃດ້ ດັ່ງເຈົ້າຝັນ ແລະ ສຸກສັນວັນເກີດ

 

Delicious Digg Fark Twitter