ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 19, 2009 | ມີ 18 ຄຳເຫັນ ແລະ 0 trackback(s)

1. ຢ່າຝືນໃຈຮັກຖ້າມັນບໍ່ແມ່ນ

ບໍ່ມີປະໂຫຍດອັນໃດ

ທີ່ຈະຄົບໃຜພຽງແຕ່ເພາະ

ຢາກຈະມີໃຜຈັກຄົນ

 

2. ຢ່າປ່ຽນແປງຕົວເອງພຽງເພື່ອໃຫ້ເຂົາມາຮັກ

ວັນໜຶ່ງເຈົ້າຈະຮູ້ສຶກເມື່ອຍ

ເພາະຄວາມຮັກທີ່ບໍ່ເປັນຕົວຂອງຕົວເອງ

 

3. ​ໃຜທີ່ບອກວ່າຮັກເຈົ້າ

ແລ້ວພະຍາຍາມຈະປ່ຽນເຈົ້າ

ດຶງເຈົ້າໃຫ້ເດີນຕາມທາງຂອງເຂົາ

ເຂົາບໍ່ໄດ້ຮັກເຈົ້າແທ້ດ໋ອກ…​ເຂົາຮັກໂຕເຂົາເອງ

 

4. ຢ່າບອກວ່າຮັກ

ຖ້າບໍ່ສາມາດສົບຕາເຂົາຢ່າງບໍລິສຸດໃຈໄດ້

ຖ້າເຈົ້າບໍ່ຮູ້ສຶກວູບວາບເວລາຢູ່ໃກ້ໆ

ຢ່າປ່ອຍໃຫ້ສິ່ງທີ່ດີທີ່ສຸດສຳລັບເຮົາຫລຸດລອຍ

 

5. ຢ່າ​ປ່ອຍ​ໃຫ້​ໃຜ​ຄົນ​ໃດ​ຄົນ​ໜຶ່ງ​ຮ້ອງ​ໃຫ້

ທັ້ງໆ​ທີ່​ອີກ​ຄົນ​ໜຶ່ງ​ກຳລັງ​ຍິ້ມ

ຢ່າ​ປ່ອຍ​ໃຫ້​ຄົນ​ໃດ​ຄົນ​ໜຶ່ງ​ເວົ້າ

ທັ້ງໆ​ທີ່​ອີກ​ຄົນ​ໜຶ່ງບໍ່​ຕ້ອງການ​ຟັງ

 

6. ຢ່າ​ລືມ​ວັນ​ແລກໆ​ທີ່​ເຮົາ​ຮູ້ສຶກ​ກັບ​ຄົນໆ​ນີ້

​ເຂົາ​ເປັນ​ຄົນ​ທີ່​ດີ​ທີ່​ສຸດ​ແລ້​ວສຳລັບ​ເຮົາ

ພະຍາຍາມ​ຮັກສາ​ເຂົາ​ໄວ້

​ເພາະ​ເມື່ອ​ເຂົາ​ຫລຸດ​ລອຍ​ໄປ​ແລ້ວ

​ເຮົາ​ຈະ​ບໍ່​ສາມາດ

ຮຽກ​ຄວາມ​ຮູ້ສຶກ​ຕ່າງໆ​ກັບ​ມາ​ໄດ້​ອີກ

 

7. ຢ່າ​ຖິ້ມ​ຫົວ​ໃຈ​ຂອງ​ເຈົ້າ​ໄວ້​ກັບ​ອະດີດ

ຢ່າ​ຄິດ​ວ່າ​ບໍ່​ມີ​ມື້​ອື່ນ

ຢ່າ​ລືມ​ບົດຮຽນ​ຂອງ​ມື້ວານ

ຈົ່ງ​ປ່ອຍ​ໃຫ້​ຊີວິດ​ດຳ​ເນີນ​ຕໍ່​ໄປ

 

8. ລອງ​ກ້າວ​ເດີນ​ຕໍ່​ໄປ

ບາງທີ​ເຈົ້າ​ອາດ​ຈະ​ເຈິ​ຈຸດໝາຍ

ທີ່​ເຈົ້າ​ຄົ້ນ​ຫາ​ມາ​ຕະຫລອດ​ຊີວິດ

Delicious Digg Fark Twitter