ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 22, 2009 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຖ້າມີຕັ້ງແຕ່ 5 ຂໍ້ຂຶ້ນໄປ........ສະແດງວ່າຜູ້ອ່ານກຳລັງມີຄວາມຮັກ

1. ເມື່ອໃດກໍ່ຕາມທີ່ເຈົ້າຢາກລົມກັບເຂົາ...ແຕ່ບໍ່ກ້າເອີ່ຍປາກ

2. ເມື່ອໃດກໍ່ຕາມທີ່ເຈົ້າຢູ່ໃກ້ໆເຂົາແລ້ວມີຄວາມສຸກ

3. ເມື່ອໃດກໍ່ຕາມທີ່ເຈົ້າຢາກເຫັນໜ້າເຂົາທຸກເວລາ

4. ເມື່ອໃດກໍ່ຕາມທີ່ເຈົ້າຢາກຕາມເຂົາໄປທຸກຫົນທຸກແຫ່ງ

5. ເມື່ອໃດກໍ່ຕາມທີ່ເຈົ້າແອບມອງເຂົາເວລາເຜີ

6. ເມື່ອໃດກໍ່ຕາມທີ່ເຈົ້າແອບຍິ້ມຊື່ນຊົມເຂົາຢູ່ຫ່າງໆ

7. ເມື່ອໃດກໍ່ຕາມທີ່ເຈົ້າບໍ່ກ້າສົບຕາເຂົາມື່ອເຈິກັນ

8. ເມື່ອໃດກໍ່ຕາມທີ່ເຈົ້າຢາກໃຫ້ເຂົາມີຄວາມສຸກ...ໂດຍລືມເບິ່ງໂຕເອງ

9. ເມື່ອໃດກໍ່ຕາມທີ່ເຈົ້າຫົວໃຈເຕັ້ນຣົວ...ແລະທຳຕົວບໍ່ຖືກ...ເວລາເຈິເຂົາ

10. ເມື່ອໃດກໍ່ຕາມທີ່ເຈົ້າຄິດເຖິງເຂົາຕະຫລອດເວລາ

11. ເມື່ອໃດກໍ່ຕາມທີ່ເຈົ້າເຫັນເຂົາສະໜຸກສະໜານຢູ່ກັບຄົນອື່ນແລ້ວເຈົ້າຢາກເຂົ້າໄປຮ່ວມວົງນຳ

12. ເມື່ອໃດກໍ່ຕາມທີ່ເຈົ້າຢາກຈະດູແລເຂົາໄປຕະຫລອດການ

13. ເມື່ອໃດກໍ່ຕາມທີ່ເຈົ້າຮັບເຂົາໄດ້ໃນທຸກຢ່າງທີ່ເປັນຕົວເຂົາ...ບໍ່ຄິດທີ່ຈະປ່ຽນແປງຂໍ້ບົກຜ່ອງຂອງເຂົາ

14. ເມື່ອໃດກໍ່ຕາມທີ່ເຈົ້າຢາກຄອບຄອງເຂົາໄວ້ຄົນດຽວ

15. ເມື່ອໃດກໍ່ຕາມທີ່ເຈົ້າມີກັນແລະກັນ...ແລ້ວບໍ່ຄິດທີ່ຈະມອງຫາຄົນໃໝ່ທີ່ດີກວ່າ

.....ຂ້ອຍວ່າເຈົ້າຮັກເຂົາແລ້ວ.....ເຊື່ອເທາະ.....

Delicious Digg Fark Twitter