ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 1, 2009 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຄົນທີ່ຍັງປ່ອຍໃຫ້ອະດີດທີ່ປວດຣ້າວມາທຳຮ້າຍຊີວິດໃນປັດຈຸບັນໄດ້ກໍ່ຄືຄົນທີ່ຍັງບໍ່ທັນຮູ້ສຶກຕົວ

ສຳລັບຄົນທີ່ຮູ້ສຶກຕົວຢູ່ສະເໝີບໍ່ມີທາງ ຫລື ເປັນໄປບໍ່ໄດ້ເລີຍທີ່ຄົມມີດໃນອະດີດຈະກີດໃຈໃຫ້ເຈັບປວດ

ຄຳວ່າຮູ້ສຶກຕົວບໍ່ໄດ້ໝາຍຄວາມຕື້ນໆແຄ່ການຮູ້ສຶກຕົວຢູ່ທຸກມື້ທຸກວັນຂອງຄົນທີ່ຍັງບໍ່ຫລັບ ບໍ່ເມົາ ບໍ່ສົມປະກອບ

ແຕ່ໝາຍເຖິງການມີສະຕິຕະຫລອດເວລາທີ່ຄິດ ເວົ້າ ກະທຳ  ຜູ້ທີ່ຄິດກໍ່ຮູ້ວ່າກຳລັງຄິດ ເວົ້າກໍ່ຮູ້ວ່າກຳລັງເວົ້າ

ກະທຳກໍ່ຮູ້ວ່າກຳລັງກະທຳ ຍ່າງກໍ່ຮູ້ວ່າກຳລັງຍ່າງ

ສະຕິຄົມຊັດຢູ່ຕະຫລອດເວລາທີ່ຕາຕື່ນ ກາຍເຄື່ອນໄຫວ ໃຈຄຸ່ນຄິດ ຈົນກະທັ່ງສາມາດທີ່ຈະຄິດຢ່າງປານີດ

ເວົ້າຢ່າງປານີດ ແລະ ກະທຳຢ່າງປານີດ ໂດຍອັດຕະໂນມັດ

ຈົນເຖິງຂັ້ນທີ່ໃຈບໍ່ລ່ອງລອຍໄປໃນເລື່ອງທີ່ຄິດ ຈິດທີ່ທຳ ຄຳທີ່ເວົ້າ ຫາກແຕ່ມີສະຕິເຕັມຢູ່ຕະຫລອດເວລາ

ໃນລັກສະນະໂຕຢູ່ໃສ ໃຈຢູ່ຫັ້ນ

ເຮັດໄດ້ຢ່າງນີ້ຈຶ່ງເອີ້ນວ່າເປັນຄົນທີ່ຮູ້ສຶກຕົວ ຄົນທີ່ມີຄວາມຮູ້ສຶກຕົວຢ່າງນີ້ ອາດຈະເອີ້ນອີກຢ່າງໜຶ່ງວ່າ

ຄົນທີ່ຕື່ນຮູ້ ກໍ່ໄດ້

ເມື່ອຕື່ນຮູ້ອະດີດກໍ່ລ່ວງເຂົ້າມາໃນຄວາມຄິດບໍ່ໄດ້ ໃນໃຈຈຶ່ງມີແຕ່ຄວາມຮູ້ສຶກຕົວ ຢູ່ໃນເວລາປັດຈຸບັນເທົ່ານັ້ນ

ການເຮັດໄດ້ແນວນີ້ ຄືວິທີທີ່ຄວາມຫລັງບໍ່ມີທາງທີ່ຈະເກາະແກະກັບຈິດໃຈໄດ້ອີກເລີຍ

ຢ່າລືມຖາມວ່າຄວາມຂາດສະຕິຄືຢາຊຸບຊີວິດຊັ້ນດີຂອງຄວາມບາບໃນອະດີດ

ແລະ ຄວາມຮູ້ສຶກຕົວກໍ່ຄືມີດຜ່າຕັດທີ່ສາມາດຢຸດອະດີດເອົາໄວ້ບໍ່ໃຫ້ມີຕົວຕົນ

Delicious Digg Fark Twitter