ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 18, 2010 | ມີ 22 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຈາກຄົນທີ່ເຄືຍຮັກກັນຫລາຍ ຢູ່ໆກໍ່ເຮັດງຽບໄປ ພໍກັບມາຫາກັນອີກກັບບອກວ່າເຮົາເລີກກັນເນາະ ບໍ່ເຂົ້າໃຈເລືຍວ່າເຮົາຜິດຫຍັງ ຕະຫອດເວລາທີ່ຄົບກັນມາກະຕາມໃຈທຸກຢ່າງ ແຕ່ມື້ນີ້ກັບເປັນຫຍັງຄືຢາກເລີກ ກໍ່ຖາມລາວວ່າເຮັດຫຍັງຜິດໃຈເພິ່ນຫວາ ລາວຕອບວ່າ ບໍ່ ແລະກະບອກວ່າເຮົາດີທຸກຢ່າງ ຖ້າດີລະເປັນຫຍັງຄືຢາກເລີກ ລາວກະຕອບວ່າ ລາວບໍ່ດີພໍສຳລັບເຂົາ ກະເລືຍຖາມຕໍ່ວ່າບໍ່ດີຈັ່ງໃດ ລາວບອກວ່າຫລາຍຢ່າງ ເຂົາກໍ່ເລືຍບອກວ່າເຖີງເພີ່ນຈະເປັນຈັ່ງໃດເຂົາກໍ່ຮັ້ບໄດ້ ແຕ່ລາວພັດເວົ້າວ່າ ບໍ່ຢາກໃຫ້ທົນຢູ່ທົນຮັກກັບຄົນຄືລາວ ທັງທີ່ເຮົາບອກວ່າຮັບໄດ້ທຸກຢ່າງ ແຕ່ລາວກະຢືນຢັນວ່າລາວບໍ່ດີບໍ່ຢາກໃຫ້ເຮົາຮັກກັບຄົນບໍ່ດີ ນີ້ມັນໝາຍຄວາມວ່າຈັ່ງໃດ ເປັນຫຍັງຕ້ອງບອກວ່າເຮົາດີ ເປັນຫຍັງຕ້ອງບອກວ່າຍັງຮັກກັນຄືເກົ່າເປັນຫຍັງຄືບໍ່ວ່າເຮົາບໍ່ດີລະຕອ້ງການເລີກ ບໍ່ເຂົ້າໃຈເລືຍ ຊວ່ຍບອກແດ່...

Delicious Digg Fark Twitter