ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 11, 2011 | ມີ 19 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 ເປັນເວລາຫຍາຍເດືອນທີ່ຂ້ອຍຕ້ອງທົນເຈັບປວດກັບຄົນທີ່ຂ້ອຍຮັກໝົດໃຈ ແຕ່ເປັນຄົນຂີ້ຕົວະ  ຄົນຫລອກລວງ  ສຸດທ້າຍຮັກແທ້ທີ່ຂ້ອຍມີໃຫ້ມັນກະຕ້ອງຈົບລົງ ຂ້ອຍຕ້ອງຕັດໃຈຈາກຄົນທີ່ຂ້ອຍຮັກ

ເຖິງມັນຈະເຈັບປວດກໍ່ຕາມ ຍອມຮັບວ່າຂ້ອຍເຈັບຫລາຍ ນ້ຳຕາຂ້ອຍຕ້ອງໄຫລເພາະຄົນທີ່ໃວ້ໃຈທີ່ສຸດ   ແຕ່ມັນກໍ່ບໍ່ເຮັດໃຫ້ຄົນຄືຂ້ອຍຕ້ອງຕາຍເພາະຄົນຫລາຍໃຈແບບນີ້ດອກ ຂ້ອຍຕ້ອງທົນຢູ່ກັບຄວາມເຫງົາພຽງຄົນດຽວ ແຕ່ມັນກໍ່ເຮັດໃຫ້ຂ້ອຍເຂົ້າໃຈກັບທຸກຢ່າງຫລາຍຂື້ນ ຄວາມຮັກເປັນສິ່ງທີ່ງົດງາມແລະກໍ່ເປັນສິ່ງທີ່ໂຫດຮາຍທີ່ສຸດ ຂ້ອຍເຂົ້າໃຈວ່າທຸກຄົນລ້ວນແຕ່ມີຮັກແທ້ທຸກຄົນ ແຕ່ບໍ່ຮູ້ວ່າແຕ່ລະຄົນນັ້ນຈະໃຊ້ມັນກັບໃຜ ດັ່ງຂ້ອຍທີ່ເປັນນີ້ ຂ້ອຍມອບຮັກແທ້ໃຫ້ຄົນທີ່ຂ້ອຍຮັກ ແຕ່ລາວກັບມີຮັກແທ້ໃຫ້ກັບຄົນອື່ນ ມັນເປັນຄວາມໂຊກຮ້າຍຂອງຂ້ອຍເອງ ມື້ນີ້ຂ້ອຍຍ້ອມຮັບກັບທຸກຢ່າງ ເຖີງຈະເຈັບ ຈະເຫງົາ ຈະດຽວດາຍ ແຕ່ຂ້ອຍຕ້ອງຜ່ານມັນໄປໃຫ້ໄດ້ໃນວັນທີ່ບໍ່ມີ..... ຄົນຫລາຍໃຈແບບນັ້ນ

Delicious Digg Fark Twitter