ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ: Jul. 9, 2008 - 2 ຄຳເຫັນ [ Comment ] - 0 trackback(s) [ Trackback ]

ມື້ວານນີ້ຝົນຕົກຕອນແລງ ຂ້ອຍອອກໄປຢືນທີ່ລະບຽງບ້ານ ບ້ານຂອງຂ້ອຍຕັ້ງຢູ່ແຄມແມ່ນ້ຳ ແລະ ຕິດກັບທົ່ງນາ (ບ້ານ ຢູ່ທາງກາສີພຸ້ນເດີ) ບ້ານຂອງຂ້ອຍແຖບນັ້ນມີທຳມະຊາດງາມຫລາຍ ຫລັງຈາກທີ່ຝົນຕົກແລ້ວ ຈະເຫັນແສງແດດອອກມາ ພໍດີຂ້ອຍຫລຽວໄປທາງຝາກພູ ປະກົດວ່າເຫັນ ສາຍຮຸ້ງກິນນ້ຳນັ້ນງານຫລາຍ ແຕ່ຂ້ອຍນັບບໍ່ໄດ້ດອກວ່າມີສີຫຍັງແດ່ຢູ່ໃນຫັ້ນ ຮູ້ແຕ່ວ່າມັນມີ 7 ສີ ແຕ່ຂ້ອຍນັບສີບໍ່ຖືກ, ສາຍຮຸ່ງກິນນ້ຳເປັນວົງກົມ ,  ແຕ່ສາຍຮຸ່ງນີ້ຈະຢູ່ບໍ່ດົນ ຖ້າໃຜທັນໄດ້ເບີ່ງກະຖືກວ່າໂຊກດີ ຍັງເຫັນທຳມະຊາດສວຍງາມຢູ່ ຂ້ອຍດີໃຈຫລາຍທີ່ໄດ້ເຫັນແບບນັ້ນ ເພາະມັນເປັນສີ່ງມະຫັດສະຈັນທາງທຳມະຊາດ ເພາະວ່າຫລັງຈາກຟ້າຫລັງຝົນແລ້ວ ຈະມີແດດອອກ ແລະ ສາຍຮຸ້ງງາມໆໃຫ້ພວກເຮົາໄດ້ເຫັນ ແລະ ຄືກັນກັບຟ້າຫລັງຝົນຫັນແລະ

ປຽບເໝືອນຊີວິດຂອງຄົນເຮົາຫັນແລະ ຫລັງຈາກຟ້າຫລັງຝົນກະດີຂື້ນ

Delicious Digg Fark
kmc
ອ່ານຄືນຫຼັງ
ໝວດໝູ່


LaoUpload.com au8ust.org LaoBlogger.com | ບໍລິການຟຣີເວບບລັອກ ເນື້ອທີ່ 1GB ທີ່ ລາວບລັອກເກີ.ຄອມ LaoZaa.com LaoBB.com