ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 14, 2009 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຟົນຕົກແຮງ ຈົນນໍ້າຖ້ວມນາ. ສັດນໍ້າທັງຫຼາຍ ພາກັນລອຍຫຼີ້ນຢ່າງມ່ວນຊື່ນ. ຕອນໜຶ່ງ

ພວກມັນຊວນກັນແຂ່ງຂັນລອຍນໍ້າ. ມີກົບລອຍຢູ່ເທິງຟັ່ງເປັນກຳມະການເພື່ອຕັດສິນ.

ຮອບທີໜຶ່ງ ແຂ່ງຂັນກັນລອຍໄວ ໃນເທື່ອນີ້ ປາປາກໄປຮອດຫຼັກໄຊກ່ອນໜູ່.

ຮອບທີສອງ ແຂ່ງຂັນກັນລອຍຂ້າມຂອນ ປາປາກ, ປາຄໍ່ ແລະ ປາເຂັງ ດຶກໂຕ

ຂ້າມຂອນໄດ້ຢ່າງງ່າຍດາຍ. ປາດຸກດຶກໂຕຂ້າມຂອນໄດ້ ແຕ່ໄປຕຳໂງ່ນຫີນ ຈົນຫົວເປ.

ປາສະກາງຄິດອີຕົນ ຈຶ່ງໄຫ້ນຳ ຈົນຕາໂປ. ອ່ຽນລຶດຂ້າມຂອນໄດ້ງ່າຍດາຍ ເພາະໂຕມື່ນ ມັນດີໃຈຫຼາຍ

ຫົວຈົນຕາຕີບ.

ມາຈາກ ແບບຮຽນ ພາສາລາວ ປ2