ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 24, 2009 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຍາມເມື່ອ             ເດືອນສາມຄອ້ຍ      ລົມພັດລ່ວງ

ຫຼ່ຽວເບິ່ງ              ດວງດອກໄມ້            ຫຼາຍເຊື້ອຕ່າງກັນ

ສີສັນ                   ເຮືອງເຮື່ອຕົ້ນ           ແມ່ນດອກຝາງແດງ

ເປັນຍອຍ            ຍາວສີເຫຼືອງ             ດອກຄູນແຄມຮົ້ວ

ສີຂາວ                 ເຫຼືອງແຄມບ້ານ       ຈຳປາບານເຮືອງເຮື່ອ

ຫຼຽວເມືອ            ທົ່ງນາກວ້າງ              ແດງເຂັ້ມແມ່ນດອກຈານ

ໃນປ່າ                  ມີມາກລົ້ນ                ພັນດອກຫຼາຍຊະນິດ

ດອກຈິກ              ຈີຈູມງາມ                 ຢູ່ສູງກາຍຢື້

ດອກຮັງ              ບານລົມຕ້ອງ            ລະອອງກາຍຫອມອອ່ນ

ໜ້າສະອອນ       ພູ່ເຜິ້ງ                       ຊົມກົ້ວກິ່ນລະອອງ  ແທ້ເດ.

 

ມາຈາກ: ແບບຮຽນ ພາສາລາວ ປ.2

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 14, 2009 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຟົນຕົກແຮງ ຈົນນໍ້າຖ້ວມນາ. ສັດນໍ້າທັງຫຼາຍ ພາກັນລອຍຫຼີ້ນຢ່າງມ່ວນຊື່ນ. ຕອນໜຶ່ງ

ພວກມັນຊວນກັນແຂ່ງຂັນລອຍນໍ້າ. ມີກົບລອຍຢູ່ເທິງຟັ່ງເປັນກຳມະການເພື່ອຕັດສິນ.

ຮອບທີໜຶ່ງ ແຂ່ງຂັນກັນລອຍໄວ ໃນເທື່ອນີ້ ປາປາກໄປຮອດຫຼັກໄຊກ່ອນໜູ່.

ຮອບທີສອງ ແຂ່ງຂັນກັນລອຍຂ້າມຂອນ ປາປາກ, ປາຄໍ່ ແລະ ປາເຂັງ ດຶກໂຕ

ຂ້າມຂອນໄດ້ຢ່າງງ່າຍດາຍ. ປາດຸກດຶກໂຕຂ້າມຂອນໄດ້ ແຕ່ໄປຕຳໂງ່ນຫີນ ຈົນຫົວເປ.

ປາສະກາງຄິດອີຕົນ ຈຶ່ງໄຫ້ນຳ ຈົນຕາໂປ. ອ່ຽນລຶດຂ້າມຂອນໄດ້ງ່າຍດາຍ ເພາະໂຕມື່ນ ມັນດີໃຈຫຼາຍ

ຫົວຈົນຕາຕີບ.

ມາຈາກ ແບບຮຽນ ພາສາລາວ ປ2

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 13, 2009 | ມີ 25 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ອ່ານເປັນຄຳ

ພໍ່ພໍໃຈ ພໍ່ຫົວຍຸ້ມຍຸ້ມ
ແມ່ດີໃຈ ແມ່ຫົວແຍ້ມແຍ້ມ
 ຍີ້ມຈຶ່ງເວົ້າ ຫົວແຍ້ມຈຶ່ງຖາມ
ໃຜຍີ້ມງາມ ຂໍຖາມເບິ່ງແດ່
ຂຶມແລະຍີ້ມ ດີແທ້ສິ່ງໃດ
ມາຈາກ ແບບຮຽນ ພາສາລາວ ປ.1

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 12, 2009 | ມີ 13 ຄຳເຫັນ ແລະ 0 trackback(s)

Normal 0 false false false EN-US X-NONE LAO /* Style Definitions */ table.MsoNormalTable {mso-style-name:"Table Normal"; mso-tstyle-rowband-size:0; mso-tstyle-colband-size:0; mso-style-noshow:yes; mso-style-priority:99; mso-style-qformat:yes; mso-style-parent:""; mso-padding-alt:0in 5.4pt 0in 5.4pt; mso-para-margin-top:0in; mso-para-margin-right:0in; mso-para-margin-bottom:8.0pt; mso-para-margin-left:1.5in; line-height:120%; mso-pagination:widow-orphan; font-size:10.0pt; font-family:"Calibri","sans-serif"; mso-ascii-font-family:Calibri; mso-ascii-theme-font:minor-latin; mso-hansi-font-family:Calibri; mso-hansi-theme-font:minor-latin; mso-bidi-language:EN-US;}

1. ໄມ້ລຳດຽວລອ້ມຮົ້ວບໍ່ໄຂ່ວ ໄພ່ບໍ່ພ້ອມແປງບ້ານບໍ່ເຮືອງ

2. ຢ່າຕຳນິຂອງທານ ຢ່າປະມານຄ່າຂອງຂວັນ

3. ເຈັບແລ້ວຕ້ອງຈຳ

4. ຂອງກິນບໍ່ກິນມັນເນົ່າ ຂອງເກົ່າບໍ່ເລົ່າມັນລືມ

5. ເສຍແລ້ວເສຍໄປຫາໄໜ່ຍັງມີ

6. ປ່ອຍໂຈນໄປຈັບໂຈນ ໜາມປັກເອົາໜາມບົ່ງ

7. ປະຢັດໃນວັນນີ້ເພື່ອສຸຂີໃນວັນໜ້າ

8. ທຳດີໄດ້ດີ ທຳຊົ່ວໄດ້ຊົ່ວ

9. ເພື່ອນກິນຫາງ່າຍ ເພື່ອນຕາຍຫາຍາກ

10. ເດີນທາງດ້ວຍຄວາມຫວັງດີກວ່າໄປຮອດດ້ວຍຄວາມຫ່ຽວແຫ້ງ

Normal 0 false false false EN-US X-NONE LAO /* Style Definitions */ table.MsoNormalTable {mso-style-name:"Table Normal"; mso-tstyle-rowband-size:0; mso-tstyle-colband-size:0; mso-style-noshow:yes; mso-style-priority:99; mso-style-qformat:yes; mso-style-parent:""; mso-padding-alt:0in 5.4pt 0in 5.4pt; mso-para-margin-top:0in; mso-para-margin-right:0in; mso-para-margin-bottom:8.0pt; mso-para-margin-left:1.5in; line-height:120%; mso-pagination:widow-orphan; font-size:10.0pt; font-family:"Calibri","sans-serif"; mso-ascii-font-family:Calibri; mso-ascii-theme-font:minor-latin; mso-hansi-font-family:Calibri; mso-hansi-theme-font:minor-latin; mso-bidi-language:EN-US;}

ຮຽບຮຽງ ແລະ ແປ : ສີຮິ ສຸວັນນະສີ