ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 14, 2018 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ບາງຄັ້ງຄວາມຄິດເຮົາກໍມີຫລາຍຮູບແບບ ໜຶ່ງໃນນັ້ນກໍຄືເຮົາມີຄວາມຮັກ ບໍ່ວ່າຈະແອບມັກລຸ້ນເອື້ອຍ ລຸ້ນນ້ອງ..ຄວາມຮັກເປັນຄວາມສຸກທີ່ສຸດຍອດຂອງມະນຸດ ຖ້າຄົນໃດຂາດຄວາມຮັກຊີວິດເໝື່ອນຂາດລົດຊາດແຫ່ງຄວາມສຸກທີ່ບຳລຸງໃນຫົວໃຈ ແຕ່ບາງຄັ້ງເຮົາອາດຈະຮູ້ຈັກຄົນໜຶ່ງຢາກຈະຍ່າງຈັບມືໄປດ້ວຍກັນ ແຕ່ມັນມີອຸປະສັກຫລາຍຢ່າງ ບໍ່ການງານ ຖານະ..ເຂົາມີດີທຸກຢ່າງ ສ່ວນເຮົາມີແຕ່ຕົວແລະຫົວໃຈທີ່ຈະມອບໃຫ້ເຂົາ ຄືຊິເປັນໄປບໍ່ໄດ້ເນາະ ດັ່ງນັ້ນຈິ່ງຄິດວ່າໃຫ້ຮູ້ຈັກກັນທາງແຊັດແຕ່ບໍ່ໃຫ້ເຫັນຫນ້າຈະດີກ່ວາ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 14, 2018 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

ຢາກຖາມທຸກຄົນວ່າ ຖ້າເຈົ້າໄປແອບຮັກລຸ້ນເອື້ອຍ ລາວມີການງານດີ ສ່ວນເຮົາເອງບໍ່ທັນໄດ້ເຮັດຫຍັງ ແລ້ວກໍໄດ້ແຊັດນຳກັນຕະຫລອດ ແຕ່ລາວບໍ່ທັນໄດ້ເຫັນຫນ້າຂ້ອຍ ເຮົາຊິເຮັດຈັງໃດ? ຈະປ່ອຍໃຫ້ເປັນຄວາມລັບຕະຫລອດຫລືວ່າເປີດຫນ້າໃຫ້ລາວເຫັນ ເຮົາເອງເປັນຄົນບໍ່ຫຼໍ່ ດຳໆ ຖານະຄອບຄົວກໍບໍ່ມີ ສ່ວນລາວມີຄອບຄົວດີ ເປັນຜູ້ໄວ ມີການງານດີ ເຮົາຄວຍຖອຍອອກມາໃຫ້ເປັນແບບບໍ່ເຫັນຫນ້າກັນຈະຫລອດຈະດີບໍ?