ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 6, 2018 | ມີ 0 ຄຳເຫັນ ແລະ 0 trackback(s)

ເປັນຫຍັງ ຈິ່ງ ເກີດມີ ສົງຄາມ ພາກພື້ນ ຢູ່ ອາຊີ ຕາເວັນອອກກາງ ແລະ ຢູໂຣບ?

ສາເຫດຕົ້ນຕໍ ແມ່ນຄວາມໂລບ ຄວາມກະຫາຍອຳນາດ ແລະເງິນ ຢ່າງບໍ່ມີ ຂອບເຂດເມືອງພໍ ພ້ອມທີ່ຈະເຮັດໃຫ້ໄດ້ ໂດຍ ບໍ່ສົນວ່າ ໃຜສິເປັນ ໃຜສິຕາຍ ເຊິ່ງໃຊ້ 2 ແນວທາງ ດັ່ງນີ້:

1. ສ້າງຂໍ້ອ້າງ ທີ່ຟັງຂຶ້ນ ຟັງຄື ສຳຫລັບຫລອກລວງ ຄົນໃນຊາດ ກໍຄືປະຊາຄົມໂລກ ໂດຍນຳໃຊ້ ສື່ມວນຊົນ ຢ່າງກ້ວາງຂວາງ ເລິກແລບແນບນຽນ ເຮັດໃຫ້ຄົນສ່ວນໃຫຍ່ເຂົ້າໃຈຜິດ ແລະຫລົງເຊື່ອ ( ເຊັ່ນ: ຊັດດາມ ຮູເຊນ ຄອບຄອງອາວຸດ ຮ້າຍແຮງ ແລະ ພ້ອມທີ່ຈະນຳໃຊ້ ສະນັ້ນຈິ່ງຕ້ອງ ໂຈມຕີດ່ວນ, ແລ້ວ ອິຣັກ ກໍເຫລືອແຕ່ສາກສະຫລັກຫັກພັງ; ຈ້າງ ພວກກໍ່ການຮ້າຍຖະຫລົ່ມ ຕຶກແຝດ ແລ້ວ ບີບໃຫ້ສະພາ ອະນຸມັດ ງົບປະມານ ການທະຫານ ອັນມະຫາສານ ສຳ່ກັບ ງົບປະມານ ການທະຫານ ຂອງທຸກໆ ປະເທດໃນໂລກ ບວກກັນເຂົ້າ ແລະໃນນັ້ນ ບໍລິສັດ ຜະຫລິດຍົນ ຍັກໃຫຍ່ ກໍໄດ້ ໂຄງການ ປ່ຽນຖ່າຍ ຍົນສູ້ຮົບ ທັງຫມົດ ອີ່ມຫນຳສຳລານ ໄປຕະຫລອດ 30 ປີ ຂ້າງຫນ້າ ຯລຯ ) ເຮັດໃຫ້ກຸ່ມປົກຄອງ ສາມາດ ເອົາເງິນ ງົບປະມານ ຂອງ ປະຊາຊົນ ຜູ້ເສຍພາສີ ອອກມາຫມູນ ເຂົ້າຖົງ ໂຕເອງ . ຖ້າບໍ່ມີເຫດຜົນ ອັນສົມຄວນ ກໍຈະ ສ້າງໂຄງການໃຫຍ່ ທີ່ຄິດເປັນເງິນຈຳນວນມະຫາສານ ບໍ່ໄດ້, ຖ້າບໍ່ມີໂຄງການໃຫຍ່ ກໍຈະ ຈ່າຍເງິນງົບປະມານ ຈຳນວນມະຫາສານ ບໍ່ໄດ້, ຖ້າຈ່າຍເງິນມະຫາສານບໍ່ໄດ້ແລ້ວ ເງິນເປີເຊັນ ກໍນ້ອຍ ບໍ່ຄຸ້ມ. ( ເບິ່ງ ໂພສຕ໌ 1 ຕຸລາ 2016 )
2. ສ້າງສົງຄາມຂຶ້ນ ເພຶ່ອ ຢາດຊິງ ແຫລ່ງນຳ້ມັນດິບ ແລະອາຍແກັສ ທຳມະຊາດ ແລະຕະຫລາດຈຳຫນ່າຍ ໂດຍກຸ່ມກຳອຳນາດ ໃນອາເມຣິກາ ແລະ ຢູໂຣບ ຕາມໃບສັ່ງ ຂອງ ພວກນາຍທຶນ ການຄ້າ, ການເງິນ, ອຸດສາຫະກຳ ແລະການທະຫານ ດ້ວຍ ການປະຕິບັດ ທິດສະດີ ນິກເຊິນ ທີ່ ປັບປ່ຽນ ເຂົ້າກັບເງື່ອນໄຂປັດຈຸບັນ ( ເບິ່ງ ໂພສຕ໌ 12-13 ກັນຍາ 2016 ), ດຳເນີນສົງຄາມທຳລາຍລ້າງຜານ ປະເທດທີ່ມີນຳ້ມັນດິບ ທາງດ້ານເສດຖະກິດ, ການເມືອງ, ສັງຄົມ, ການທະຫານ ຢ່າງຮອບດ້ານ, ທຳລາຍ ທີ່ພັກອາໄສ, ໂຮງຈັກໂຮງງານ, ຮ້ານຄ້າ, ຕະຫລາດ, ເຄຫະສະຖານ, ຂົວທາງ, ລະບົບຄົມມະນາຄົມຂົນສົ່ງ, ສະຫນາມບິນ, ທ່າເຮືອ, ສະຖານີລົດໄຟ ແລະລົດຂົນສົ່ງໂດຍສານ, ທຳລາຍວັດທະນາທຳ ຮີດຄອງປະເພນີ ທ້ອງຖິ່ນ, ໃຊ້ຄົນໃນພາກພື້ນຂ້າກັນເອງ, ສ້າງ ແລະຄວັດເລິກ ຄວາມຂັດແຍ່ງ ທາງດ້ານ ປະຫວັດສາດ ວັດທະນະທຳ ພາສາ ລັດທິ ສາສະຫນາ ເຊື້ອຊາດເຜົ່າພັນ ຯລຯ ເພື່ອ ແບ່ງແຍກ ແລະປົກຄອງ ແນໃສ່ ເຮັດໃຫ້ຂົງເຂດເຫລົ່ານີ້ ກາຍເປັນເຂດສະຫລັກຫັກພັງ ຮ້າງເຮື້ອຫວ່າງເປົ່າ ເພື່ອສ້າງຖັນແຖວຄົນອົບພະຍົບ ຈຳນວນມະຫາສານ ທີ່ຖືກໃຊ້ເປັນ ກຳລັງແຮງງານໃຫມ່ຂຶ້ນ ທັງແຮງງານທີ່ບໍ່ມີສີມື ແລະມີສີມືສູງ ທີ່ຕົກງານ ແລະບໍ່ມີທີ່ພັກອາໄສ ບໍ່ມີລາຍໄດ້ ບໍ່ມີເງິນຊື້ຢູ່ຊື້ກິນ ທີ່ຈຳໃຈຍອມເຮັດວຽກ ດ້ວຍຄ່າຈ້າງສຳ່ໃດກໍເອົາ; ເພື່ອ ເຂົ້າມາ ສ້າງອຳນາດການປົກຄອງໃຫມ່ ທີ່ບອກໄດ້ໃຊ້ຟັງ, ເຂົ້າມາ ໂກຍເອົາ ກຳໄລນັບບໍ່ຖ້ວນ ຈາກ ການຟື້ນຟູສ້າງສາປະເທດ ພາຍຫລັງສົງຄາມຈົບລົງ ຯລຯ ທີ່ເປັນຜົນປະໂຫຍດແຖມມາ...

ໄປພ້ອມໆ ກັບການຢຶດຄອງແຫລ່ງວັດຖຸດິບ ແມ່ນ ດຳເນີນການ ທຳລາຍ ຄູ່ແຂ່ງ ປັດຈຸບັນ ແລະອະນາຄົດ ເຊັ່ນ ບັນດາໂຄງການ ກໍ່ສ້າງທໍ່ສົ່ງນຳ້ມັນ ແລະອາຍແກັສ ທຳມະຊາດ ຈາກ ຣັສເຊຍ ແລະອິຣານ ໄປ ຢູໂຣບ, ອິນເດຍ ແລະຈີນ ທີ່ສ້າງສຳເລັດເເລ້ວ ( ຢູ່ ຢູຄເຣນ ແລະ ເທີກີ ເຊິ່ງພວມເກີດສົງຄາມກາງເມືອງ ) ກໍຄືທີ່ ໄດ້ມີການວາງ ໂຄງການ ໄວ້ແລ້ວ ຜ່ານ ອາຟການິສຖານ ປາກີສຖານ ບຸລກາຣີ ອິຣັກ ຊີຣີ ຯລຯ ທີ່ ຕ້ອງຢຸດສະຫງັກ ເຊິ່ງເກີດສົງຄາມກາງເມືອງ ຄືກັນ ( ເບິ່ງ ແຜນທີ່ ທໍ່ສົ່ງນຳ້ມັນ ແລະອາຍແກັສ ປະກອບ ).

ແຜນການ ແຜ່ອຳນາດຂອງກຸ່ມປົກຄອງອາເມຣິກາ ແລະພັນທະມິດດັ່ງກ່າວ ແມ່ນຝ່າຝືນກັບ ສິດແລະຜົນປະໂຫຍດ ຂອງປະຊາຊົນອາເມຣິກາ ຜູ້ເສຍພາສີ ( ປະຊາຊົນຕ້ອງເສຍທັງເງິນ ທັງຊີວິດ ທັງຄວາມຮັກແພງ ເພື່ອຕອບສະຫນອງ ນະໂຍບາຍກະຫາຍສົງຄາມ ກະຫາຍເງິນ ຂອງກຸ່ມປົກຄອງ ທີ່ເຮັດໃຫ້ຊາວໂລກຕ້ອງຊິງຊັງຄຽດແຄ້ນ ) ກໍຄືປະຊາຊາດ ທີ່ຮັກຫອມ ສັນຕິພາບ ທົ່ວໂລກ.

ນະໂຍບາຍ ອັນໂຫດຫ້ຽມ, ເລິກແລບແນບນຽນນີ້ ໄດ້ປາກົດເປັນຈິງ ຂຶ້ນມາໃຫ້ເຫັນ ຢ່າງປະຈັກຕາ ເລີ່ມຈາກການທຳລາຍ ບັນດາປະເທດສັງຄົມນິມ ຢູໂຣບຕາເວັນອອກ ແລະສະຫະພາບໂຊວຽດ ເປັນຕົ້ນມາ.

( ເບິ່ງ ໂພສຕ໌ 29 ກັນຍາ 2016 ) ອະດີດຜູ້ບັນຊາການ ກອງທັບສະຫະລັດອາເມຣິກາປະຈຳ ຢູໂຣບ ຂອງກຸ່ມ ນາໂຕ NATO ນາຍພົນ ເວສລີ ກຼາກ Wesley Clark ອອກມາຢືນຢັນວ່າ ການນຳສະຫະລັດຯ ແລະ ຢູໂຣບ ຫລັງຈາກ ໂຈມຕີ ອາຟການິສຖານ ມີ ແຜນການບຸກໂຈມຕີ 7 ປະເທດ ອິຣັກ ຊີຣີ ( ຊີເຣຍ ) ລີບັງ ( ເລບານອນ ) ລີບີ ( ລີເບຍ ) ໂຊມາລີ ( ໂຊມາເລຍ ) ຊູດານ ມ້ວນທ້າຍ ດ້ວຍ ອິຣານ ພາຍໃນ 5 ປີ ເພື່ອ ຢຶດຄອງແຫລ່ງນຳ້ມັນດິບ ຕາມໃບສັ່ງ ຂອງກຸ່ມນາຍທຶນ ອຸດສາຫະກຳ ການເງິນ ການທະຫານ ແຕ່ ປີ 2001 ເປັນຕົ້ນໄປ ເພື່ອເປັນການລົງໂທດ ຍ້ອນວ່າ 8 ປະເທດເຫລົ່ານີ້ ໄດ້ສະແດງ ຄວາມເອກະລາດ ແລະອະທິປະໄຕ ຂອງຕົນ ບໍ່ຍອມ ອະນຸຍາດໃຫ້ ກໍ່ສ້າງ ທໍ່ສົ່ງ ນຳ້ມັນ ແລະອາຍແກັສ ຈາກ ຊາອຸດິ ອາຣາເບຍ ແລະ ກາຕາຣ ຜ່ານເຂດນຳ້ແດນດິນ ຂອງຕົນ ຕາມແຜນການ ທີ່ພວກກຳອຳນາດໃນ ສະຫະລັດອາເມຣິກາ ແລະພັນທະມິດ ຂອງພວກເຂົາ ຕ້ອງການ ໂດຍໃຫ້ ໃຊ້ຂໍ້ອ້າງໃດ ກໍໄດ້ ( ທວນຄືນຂໍ້ອ້າງ ອາວຸດມະຫາປະໄລ ຂອງ ອິຣັກ ທີ່ບໍ່ມີຈິງ ເພື່ອຫລອກລວງຫມົດໂລກ ວ່າຕ້ອງ ໂຈມຕີ ອິຣັກ ໂດຍດ່ວນ ) ຫມົດເງິນເທົ່າໃດ ບໍ່ວ່າ ແນວໃດກໍຄຸ້ມຄ່າລົງທຶນ ຂໍໃຫ້ ທຳລາຍຫມົດ ລົບລ້າງຄົນ ກໍຄືວັດທະນະທຳ ພື້ນເມືອງ ( ແບບດຽວກັນທີ່ເຄີຍເຮັດກັບຄົນພື້ນເມືອງອາເມຣິກາ ) ຫລັງຈາກນັ້ນ ພວກຕົນຈະເຂົ້າມາ ສ້າງສັງຄົມໃຫມ່ ຈັດສັນປັນແບ່ງ ຕາມແບບສະບັບ ທີ່ນາຍທຶນ ຕ້ອງການ ຂາຍນຳ້ມັນອາຍແກັສ ໄປທົ່ວໂລກ ຄວບຄຸມລາຄານຳ້ມັນເອົາເອງ ກຳໄລມະໂຫລານມະຫາສານ ເພາະວ່ານຳ້ມັນດິບ ນັບມື້ນັບນ້ອຍລົງຊັກໄຊ້ ຈິ່ງຕ້ອງ ບໍ່ມີຫລາຍເຈົ້າຫລາຍນາຍ ບໍ່ມີຫລາຍປະເທດຄຸ້ມຄອງ ຕົກລົງກັນຍາກ.

ບໍ່ມີເຫດຜົນອັນໃດຈະຢຸດຢັ້ງ ຄວາມກະຫາຍເງິນນີ້ໄດ້.

ດ້ວຍເຫດນີ້ເອງ ຄົນທັງຫລາຍ ຈິ່ງວ່າ ຖ້າມື້ໃດ ຊີເຣຍ ລົ້ມ ມື້ນັ້ນ ສົງຄາມພາກພື້ນ ກໍຈະແຜ່ລາມ ກາຍເປັນ ສົງຄາມໂລກ ຄັ້ງທີ່ສາມ ( ສຄລ III, WW III ).

ປະຊາກອນ ໂລກ ຈິ່ງຈຳຕ້ອງ ພ້ອມກັນ ລຸກຂຶ້ນ ສູ້ ເພື່ອປົກປ້ອງ ຊີວິດ ແລະສິດຜົນປະໂຫຍດຂອງຕົນເອງ ແລະອະນາຄົດຂອງລູກໆຫລານໆ.ຊີຕາເວັນອອກກາງ ແລະ ຢູໂຣບ?

ສາເຫດຕົ້ນຕໍ ແມ່ນການ ຢາດຊິງ ແຫລ່ງນຳ້ມັນດິບ ແລະອາຍແກັສ ທຳມະຊາດ ແລະຕະຫລາດຈຳຫນ່າຍ ໂດຍກຸ່ມກຳອຳນາດ ໃນອາເມຣິກາ ແລະ ຢູໂຣບ ຕາມໃບສັ່ງ ຂອງ ພວກນາຍທຶນ ການຄ້າ, ການເງິນ, ອຸດສາຫະກຳ ແລະການທະຫານ ດ້ວຍ ການປະຕິບັດ ທິດສະດີ ນິກເຊິນ ທີ່ ປັບປ່ຽນ ເຂົ້າກັບເງື່ອນໄຂປັດຈຸບັນ ( ເບິ່ງ ໂພສຕ໌ 12-13 ກັນຍາ 2016 ), ດຳເນີນສົງຄາມທຳລາຍລ້າງຜານ ປະເທດທີ່ມີນຳ້ມັນດິບ ທາງດ້ານເສດຖະກິດ, ການເມືອງ, ສັງຄົມ, ການທະຫານ ຢ່າງຮອບດ້ານ, ທຳລາຍ ທີ່ພັກອາໄສ, ໂຮງຈັກໂຮງງານ, ຮ້ານຄ້າ, ຕະຫລາດ, ເຄຫະສະຖານ, ຂົວທາງ, ລະບົບຄົມມະນາຄົມຂົນສົ່ງ, ທ່າເຮືອ, ສະຖານີລົດໄຟ ແລະລົດຂົນສົ່ງໂດຍສານ, ທຳລາຍວັດທະນາທຳ ຮີດຄອງປະເພນີ ທ້ອງຖິ່ນ, ໃຊ້ຄົນໃນພາກພື້ນຂ້າກັນເອງ, ສ້າງ ແລະຄວັດເລິກ ຄວາມຂັດແຍ່ງ ທາງດ້ານ ປະຫວັດສາດ ວັດທະນະທຳ ພາສາ ລັດທິ ສາສະຫນາ ເຊື້ອຊາດເຜົ່າພັນ ຯລຯ ເພື່ອ ແບ່ງແຍກ ແລະປົກຄອງ ແນໃສ່ ເຮັດໃຫ້ຂົງເຂດເຫລົ່ານີ້ ກາຍເປັນເຂດສະຫລັກຫັກພັງ ຮົກຮ້າງຫວ່າງເປົ່າ ເພື່ອສ້າງຖັນແຖວຄົນອົບພະຍົບ ຈຳນວນມະຫາສານ ທີ່ຖືກໃຊ້ເປັນ ກຳລັງແຮງງານໃຫມ່ຂຶ້ນ ທັງແຮງງານທີ່ບໍ່ມີສີມື ແລະມີສີມືສູງ ທີ່ຕົກງານ ແລະບໍ່ມີທີ່ພັກອາໄສ ບໍ່ມີລາຍໄດ້ ບໍ່ມີເງິນຊື້ຢູ່ຊື້ກິນ ທີ່ຈຳໃຈຍອມເຮັດວຽກ ດ້ວຍຄ່າຈ້າງສຳ່ໃດກໍເອົາ; ເພື່ອ ເຂົ້າມາ ສ້າງອຳນາດການປົກຄອງໃຫມ່ ທີ່ບອກໄດ້ໃຊ້ຟັງ, ເຂົ້າມາ ໂກຍເອົາ ກຳໄລນັບບໍ່ຖ້ວນ ຈາກ ການຟື້ນຟູສ້າງສາປະເທດ ພາຍຫລັງສົງຄາມຈົບລົງ ຯລຯ ທີ່ເປັນຜົນປະໂຫຍດແຖມມາ...

ໄປພ້ອມໆ ກັບການຢຶດຄອງແຫລ່ງວັດຖຸດິບ ແມ່ນດຳເນີນການ ທຳລາຍຄູ່ແຂ່ງປັດຈຸບັນ ແລະອະນາຄົດ ເຊັ່ນ ບັນດາໂຄງການ ກໍ່ສ້າງທໍ່ສົ່ງນຳ້ມັນ ແລະອາຍແກັສ ທຳມະຊາດ ຈາກ ຣັສເຊຍ ແລະອິຣານ ໄປ ຢູໂຣບ, ອິນເດຍ ແລະຈີນ ທີ່ສ້າງສຳເລັດເເລ້ວ ( ຢູ່ ຢູຄເຣນ ແລະ ເທີກີ ເຊິ່ງພວມເກີດສົງຄາມກາງເມືອງ ) ກໍຄືທີ່ ໄດ້ມີການວາງ ໂຄງການ ໄວ້ແລ້ວ ຜ່ານ ອາຟການິສຖານ ປາກີສຖານ ບຸລກາຣີ ອິຣັກ ຊີຣີ ຯລຯ ທີ່ ຕ້ອງຢຸດສະຫງັກ ເຊິ່ງເກີດສົງຄາມກາງເມືອງ ຄືກັນ ( ເບິ່ງ ແຜນທີ່ ທໍ່ສົ່ງນຳ້ມັນ ແລະອາຍແກັສ ປະກອບ ).

ແຜນການ ແຜ່ອຳນາດຂອງກຸ່ມປົກຄອງອາເມຣິກາ ແລະພັນທະມິດດັ່ງກ່າວ ແມ່ນຝ່າຝືນກັບ ສິດແລະຜົນປະໂຫຍດ ຂອງປະຊາຊົນອາເມຣິກາ ຜູ້ເສຍພາສີ ( ປະຊາຊົນຕ້ອງເສຍທັງເງິນ ທັງຊີວິດ ທັງຄວາມຮັກແພງ ເພື່ອຕອບສະຫນອງ ນະໂຍບາຍກະຫາຍສົງຄາມ ກະຫາຍເງິນ ຂອງກຸ່ມປົກຄອງ ທີ່ເຮັດໃຫ້ຊາວໂລກຕ້ອງຊິງຊັງຄຽດແຄ້ນ ) ກໍຄືປະຊາຊາດ ທີ່ຮັກຫອມ ສັນຕິພາບ ທົ່ວໂລກ.

ນະໂຍບາຍ ອັນໂຫດຫ້ຽມ, ເລິກແລບແນບນຽນນີ້ ໄດ້ປາກົດເປັນຈິງ ຂຶ້ນມາໃຫ້ເຫັນ ຢ່າງປະຈັກຕາ ເລີ່ມຈາກການທຳລາຍ ບັນດາປະເທດສັງຄົມນິມ ຢູໂຣບຕາເວັນອອກ ແລະສະຫະພາບໂຊວຽດ ເປັນຕົ້ນມາ.

( ເບິ່ງ ໂພສຕ໌ 29 ກັນຍາ 2016 ) ອະດີດຜູ້ບັນຊາການ ກອງທັບສະຫະລັດອາເມຣິກາປະຈຳ ຢູໂຣບ ຂອງກຸ່ມ ນາໂຕ NATO ນາຍພົນ ເວສລີ ກຼາກ Wesley Clark ອອກມາຢືນຢັນວ່າ ການນຳສະຫະລັດຯ ແລະ ຢູໂຣບ ຫລັງຈາກ ໂຈມຕີ ອາຟການິສຖານ ມີ ແຜນການບຸກໂຈມຕີ 7 ປະເທດ ອິຣັກ ຊີຣີ ( ຊີເຣຍ ) ລີບັງ ( ເລບານອນ ) ລີບີ ( ລີເບຍ ) ໂຊມາລີ ( ໂຊມາເລຍ ) ຊູດານ ມ້ວນທ້າຍ ດ້ວຍ ອິຣານ ພາຍໃນ 5 ປີ ເພື່ອ ຢຶດຄອງແຫລ່ງນຳ້ມັນດິບ ຕາມໃບສັ່ງ ຂອງກຸ່ມນາຍທຶນ ອຸດສາຫະກຳ ການເງິນ ການທະຫານ ແຕ່ ປີ 2001 ເປັນຕົ້ນໄປ ເພື່ອເປັນການລົງໂທດ ຍ້ອນວ່າ 8 ປະເທດເຫລົ່ານີ້ ໄດ້ສະແດງ ຄວາມເອກະລາດ ແລະອະທິປະໄຕ ຂອງຕົນ ບໍ່ຍອມ ອະນຸຍາດໃຫ້ ກໍ່ສ້າງ ທໍ່ສົ່ງ ນຳ້ມັນ ແລະອາຍແກັສ ຈາກ ຊາອຸດິ ອາຣາເບຍ ແລະ ກາຕາຣ ຜ່ານເຂດນຳ້ແດນດິນ ຂອງຕົນ ຕາມແຜນການ ທີ່ພວກກຳອຳນາດໃນ ສະຫະລັດອາເມຣິກາ ແລະພັນທະມິດ ຂອງພວກເຂົາ ຕ້ອງການ ໂດຍໃຫ້ ໃຊ້ຂໍ້ອ້າງໃດ ກໍໄດ້ ( ທວນຄືນຂໍ້ອ້າງ ອາວຸດມະຫາປະໄລ ຂອງ ອິຣັກ ທີ່ບໍ່ມີຈິງ ເພື່ອຫລອກລວງຫມົດໂລກ ວ່າຕ້ອງ ໂຈມຕີ ອິຣັກ ໂດຍດ່ວນ ) ຫມົດເງິນເທົ່າໃດ ບໍ່ວ່າ ແນວໃດກໍຄຸ້ມຄ່າລົງທຶນ ຂໍໃຫ້ ທຳລາຍຫມົດ ລົບລ້າງຄົນ ກໍຄືວັດທະນະທຳ ພື້ນເມືອງ ( ແບບດຽວກັນທີ່ເຄີຍເຮັດກັບຄົນພື້ນເມືອງອາເມຣິກາ ) ຫລັງຈາກນັ້ນ ພວກຕົນຈະເຂົ້າມາ ສ້າງສັງຄົມໃຫມ່ ຈັດສັນປັນແບ່ງ ຕາມແບບສະບັບ ທີ່ນາຍທຶນ ຕ້ອງການ ຂາຍນຳ້ມັນອາຍແກັສ ໄປທົ່ວໂລກ ຄວບຄຸມລາຄານຳ້ມັນເອົາເອງ ກຳໄລມະໂຫລານມະຫາສານ ເພາະວ່ານຳ້ມັນດິບ ນັບມື້ນັບນ້ອຍລົງຊັກໄຊ້ ຈິ່ງຕ້ອງ ບໍ່ມີຫລາຍເຈົ້າຫລາຍນາຍ ບໍ່ມີຫລາຍປະເທດຄຸ້ມຄອງ ຕົກລົງກັນຍາກ.

ບໍ່ມີເຫດຜົນອັນໃດຈະຢຸດຢັ້ງ ຄວາມກະຫາຍເງິນນີ້ໄດ້.

ດ້ວຍເຫດນີ້ເອງ ຄົນທັງຫລາຍ ຈິ່ງວ່າ ຖ້າມື້ໃດ ຊີເຣຍ ລົ້ມ ມື້ນັ້ນ ສົງຄາມພາກພື້ນ ກໍຈະແຜ່ລາມ ກາຍເປັນ ສົງຄາມໂລກ ຄັ້ງທີ່ສາມ ( ສຄລ III, WW III ).

ປະຊາກອນ ໂລກ ຈິ່ງຈຳຕ້ອງ ພ້ອມກັນ ລຸກຂຶ້ນ ສູ້ ເພື່ອປົກປ້ອງ ຊີວິດ ແລະສິດຜົນປະໂຫຍດຂອງຕົນເອງ ແລະອະນາຄົດຂອງລູກໆຫລານໆ.

Delicious Digg Fark Twitter