ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 17, 2018 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄືນວັນທີ16ເດືອນສິງຫາປີຄສ2018 ກົງກັບວັນພະຫັດ ຄືນນີ້ຂ້ອຍນອນບໍ່ຫຼັບ ຈິດໃຈກະກວົນກະວາຍນອນພິກຂວັມແລະພິກຊ້າຍໄປມານັບແຕ່11ໂມງເຄິ່ງຈົນເກືອບ1ຸໂມງ ຂ້ອຍຮູ້ສຶກຮູ້ວ່າຂ້ອຍຄິດຮອດເຈົ້າແຮງ ຊື່ແລະພາບຂອງເຈົ້າລອຍມາເຂົ້າໃນຫົວ ເຮັດໃຫ້ຂ້ອຍເກືອບນ້ຳຕາໄຫລອອກເປັນສາຍ ໄດ້ແຕ່ເມີລອຍຄິດຮອດຄົນເຈົ້າ, ແຕ່ພໍເຂົ້າໄປສ່ອງເບິ່ງເຟສຂອງເຈົ້າ ພັດບໍ່ເຫັນເຈົ້າຫລິ້ນ ຂ້ອຍຢາກບອກໃຫ້ເຈົ້າຮູ້ວ່າ.... ແຕ່ເປັນໄປບໍ່ໄດ້ເພາະວ່າ ຂ້ອຍເປັນພຽງໝາຕົວນ້ອຍໆທີ່ແອບເຫົ່າເຄື່ອງບິນ ໄດ້ແຕ່ເກັບເກັບອາການນໄວ້ໃນຫົວໃຈຂອງຂ້ອຍຈົນອັດແໜ້ນດ້ວຍຄວາມຮັກແລະຄວາມຄິດຮອດ. ຢາກຖາມວ່າດຽວນີ້ຄືບໍ່ເຫັນເຈົ້າຫຼິ້ນເຟສ? ຫາຍໄປໃສ? ຫລືວ່າມີແຟນແລ້ວບໍ? ລື່ມຄົນທີ່ແອບເບິ່ງແລ້ວບໍ? 

Delicious Digg Fark Twitter