ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 21, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

 

ນັກໂທດອັດສະລິຍະ

 

ຊາຍຊະລາຄົນ1ອາໃສຢູ່ໃນເມືອງ ໄອດາໂອ ຢ່າງດຽວດາຍ

ເຂົາຕ້ອງການພວນດິນເພື່ອຈະເຮັດສວນມັນຝຮັ່ງ ແຕ່ມັນເປັນວຽກທີ່ຫນັກຫລາຍ

ລູກຊາຍຄົນດຽວທີ່ເຄີຍຊວ່ຍ ກະຖືກໂທດຕິດຄຸກ ຊາຍຊະລາຂຽນຈົດຫມາຍເຖິງລູກ ອະທິບາຍເຖິງສະຖານະການ

ລູກສຸດທີ່ຮັກ ພໍ່ຮູ້ສຶກບໍ່ດີຫລາຍ ເພາະເບີ່ງຄືວ່າພໍ່ຈະປູກມັນຝລັ່ງບໍ່ໄດ້ໃນປີນີ້ ພໍ່ແກ່ເກີນໄປທີ່ຈະຂຸດໄຖແປງສວນ

ຖ້າລູກຍັງຢູ່ຄົງຈະບໍ່ມີປັນຫາ ພໍ່ຮູ້ວ່າລູກຄົງຈະພວນດິນແປງສວນໃຫ້......ຮັກ...ຈາກພໍ່

ຫລັງຈາກນັ້ນຊາຍຊະລາກໍ່ໄດ້ຮັບຈົດຫມາຍຈາກລູກ

ພໍ່ເອີຍເພື່ອເຫັນແກ່ພະເຈົ້າ ພໍ່ຢ່າໄດ້ຂຸດພວນແປງສວນເລີຍ ຂ້ອຍຝັງສົບຢູ່ທີ່ນັ້ນຫລາຍສົບ.........ຮັກ....ຈາກລູກ

ເວລາ 4ໂມງເຊົ້າວັນຕໍ່ມາ ເຈົ້າຫນ້າທີ່ ເອບບີໄອ ແລະຕຳຫລວດທ້ອງຖີ່ນ ແຫ່ກັນມາຂຸດຄົ້ນໄປທົ່ວສວນແຕ່ບໍ່ພົບສົບເລຍ

ແລະ ວັນດຽວກັນຊາຍຊະລາໄດ້ຮັບຈົດຫມາຍຈາກລູກຊາຍ

ພໍ່ເອີຍ...ຕອນນີ້ພໍ່ລຸຍປູກມັນຝລັ່ງໄດ້ເລີຍ, ລູກຄືຊິຊ່ອຍພໍ່ໄດ້ເທົ່ານີ້ແຫລະ ໃນສະຖານະການແບບນີ້

ຮັກ...ຈາກລູກ
 
 
Delicious Digg Fark Twitter