ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 12, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

 

ຖ້ານົກຢູ່ຂ້າງຫ້ວຍນ້ຳ

ເດືອນສີ່ເປັນລະດູຮ້ອນແສງແດດສອງ ແສງລົງມາຢ່າງແຮງ ຈົນເຜົ່າເຖິ່ງກະດູກໃບ ໄມ້ໃບຫຍ້າກໍ່ຫຽ້ວແຫ້ງຫລົ້ນຕົກລົງຈາກຕົ້ນ ເຫລືອໄວ້ ແຕ່ກິ້ງທີ່ບໍ່ມີໃບ ຊ່ວງນີ້ເປັນຊ່ວງ ພັກແລງຂອງຂ້ອຍຕາມການທຳມາຫາກິນ ຂອງ ຄົນທ່ອງຖິ່ນແລ້ວເດັກນ້ອຍມີໂອກາດ ໄດ້ຊ່ວຍ ເຫຼືອວຽກພໍ່ແມ່ຫຼືຫາປູຫາປາກໍ່ເມື່ອເວລາພັກຮຽນ ເທົ່ານັ້ນ ສະມາຊິກໃນຄອບຄົວ ທຸກ ຄົນຈະ ບໍ່ມີຄຳວ່າຄັດຂື່ນຄຳ ສັ່ງຂອງ ພໍ ແມ່ໄດ້ ຖ້າຫາກໃຜບໍ່ໄປເຮັດວຽກຢູ່ໄຮ່ຫຼືນາ ກໍ່ຕ້ອງອົດເຂົ້າກິນນີ້ເປັນກົດຂອງບາງຄອບ ຄົວໃນຊົນນະບົດ

ນມື້ໜຶ່ງເຊິ່ງເປັນວັນອາທິດ ອາກາດດີ ມີແສງແດດແສດສອງມາທົ່ວບໍລິເວນໜ້າ ຜາສົ່ງຄວາມອົບອຸ່ນໃຫ້ແກ່ຄົນແລະສັດ ຟູງນົກອອກມາທ່ຽວຫາກິນດ້ວຍຄວາມ ດີໃຈສົງສ່ຽງ ດັ່ງທົ່ວຕາມບໍລິເວນໃກ້ຄຽງບ້ານ ຄົນສວນຫຼາຍກໍ່ເລີ່ມປັ້ນເຂົ້າປັ້ນນ້ຳແລ້ວອອກໄປວຽກໄປ ງານຕາມໜ້າທີຂອງຕົນ

          ອາຍອ້າຍຂອງຂ້ອຍ ຄຳດີກໍ່ນັ່ງຄິດວ່າ ເອ! ມື້ນີ້ເຮົາຈະໄປໃສ່? ຄິດຫາທາງວ່າຕອນ ແລ້ງ ນີ້ເຮົາຈະມີຫຍັງກິນ ຄິດແລ້ວ ອ້າຍກໍ່ຊ່ວນຂ້ອຍວ່າ ເຮົາໄປເຮັດສຸມຖ້ານົກບໍ່? ເວົ້າແລ້ວ ເຮົາທັງສອງກໍ່ຈັບເອົາໜ້າໄມ້ crossbow ມຸ່ງໜ້າສູ່ຫ້ວຍນ້ຳກ້ວຍ ອັນທີ່ມີນົກ ຫຼາກຫຼາຍຊະນິດມັກລົງໄປກິນນ້ຳ

          ຊ່ວງນີ້ເປັນລະດູແລ້ງ ອາກາດຮ້ອນຫຼາຍຈົນເຮັດໃຫ້ທັງຄົນແລະສັດມີຄວາມຕ້ອງ ການນ້ຳເປັນຈຳນວນຫຼາຍ ມີສ່ຽງແມງຈັກຈັນດັ່ງນັນຫູໄປຕາມພູມໄມ້ ທົ່ວບໍລິເວນທາງໃນ ລະຫວ່າງການທາງ ເຮົາຍ່າງຂື້ນພູດ້ວຍຄວາມຍາກລຳບາກ ມີໃບໄມ້ໄພທີ່ຫລົ້ນຕົກລົງຈາກ ກິ້ງເຮັດໃຫ້ມືນແລະຍາກທີ່ຈະຍ່າງຜ່ານໄປ

          ຂ້ອຍປິນຂື້ນໂດຍເອົາຮາກໄມ້ ຕົ້ນໄມ້ຊ່ວຍພະຍຸງຕົນຂື້ນໄປ ແຕ່ຂ້ອຍມາແປກໃຈທີ່ ອ້າຍຂ້ອຍປິນຂື້ນໄດ້ຢ່າງລວດເລວໄວ້ວາ ສ່ວນຂ້ອຍກໍ່ຄ່ອຍໆນຳກົ້ນໄປ ບາງທີກໍ່ເກືອບຕາມ ບໍ່ທັນ ຕົ້ນໄມ້ສ່ວນຫຼາຍໃບກໍ່ຫລົ້ນໄປຫມົດແລ້ວ ບໍ່ມີໄວ້ໃຫ້ເຫຼື່ອຈັກໃບ

          ເມື່ອຍ່າງຜ່ານພູໜ່ວຍໜຶ່ງແລ້ວເດີ່ນລົງໄປສູ່ຫ້ວຍນ້ຳກ້ວຍ ແຕ່ດ້ວຍຄວາມເລິກຂອງ ຂອງຫ້ວຍເຮັດໃຫ້ແດດແສດສ່ອງບໍ່ເຖິ່ງ ຍັງມີເມກປົກຄຸ້ມຫ້ວຍໄປທົ່ວ ບໍລິເວນ ພວກເຮົາຍ່າງລົງໄປດ້ວຍຄວາມເມືອຍລາ ແຕ່ກໍ່ມີສິ່ງສວຍງາມດ້ວຍທຳມະຊາດໄປທົ່ວອ້ອມຂ້າງ ທັງໝາກໄມ້ປ່າແລະຟູງສັດປ່າ ສ່ຽງນົກຮ້ອງຜ່ານເຂົ້າຫູ ເຮັດໃຫ້ມ່ວນແລະນ່າຊື່ນຊົມຍິງໜັກ ເຫັນກະຮອກແລ່ນຢູ່ປ້າຍໄມ້ແລະນົກແຊວບິນເທິ່ງຫົວ

          ແຕ່ແນວໃດກໍ່ຕາມ ໃນປ່າກໍ່ຍັງມີສິ່ງອັນຕະລາຍຮອບຂ້າງທຸກເມື່ອ ອ້າຍຂ້ອຍພານັ່ງ ພັກຜ່ອນຢູ່ຊ່ວງຂະໜະໜຶ່ງ ຂ້ອຍຮູ້ສຶກວ່າມີສິ່ງໃດໜຶ່ງໄຕຂື້ນມາທີ່ຂາ ແລະຮູ້ສຶກເຢັນໆແປກໆ ບໍ່ເຄີຍພົບມາກ່ອນ ຂ້ອຍເລີຍເປີດຂາໂສງ ເຫັນເປັນທາກຕົວໃຫຍ່ຂະໜາດກຳລັງຈະກັດ ແລະດູດກິນເລືອດ ຂ້ອຍຈັບເອົາໄມ້ເຂ່ຍຖິ້ມ

          ແຕ່ສິ່ງຮ້າຍກວ່ານີ້ອີກ ກໍ່ຕາມມາ ເມື່ອເຮົາທັງ ສອງເດີ່ນລົງໄປຫາຫ້ວຍ ຂ້ອຍເປັນ ຄົນເດີ່ນຕາມອ້າຍໃນລະຫວ່າງທາງ ຄົນທີ່ໄປທາງໜ້າເປັນຜູ້ໄປເຄາະ ແຕນທີ່ຕິດຮັງຢູ່ໃບໄມ້ເຮັດໃຫ້ແຕນມາດຽດຂ້ອຍຜູ້ຍ່າງຕາມຫຼັງ ຈາກຄວາມເຈັບປວດຂອງແຕນດຽດເຮັດໃຫ້ ຂ້ອຍແລ່ນໄປທາງໜ້າໂດຍບໍ່ຮູ້ໜ້າຮູ້ຫຼັງເລີຍ

          ເມື່ອລົງໄປຮອດແຄມນ້ຳ ຫູເລີ່ມແດງແລະຮ້ອນດ້ວຍຜິດຂອງແຕນທີ່ຖືດດຽດມາຫຼາຍນັດ ເຮົາພົບຮ້ອຍຂອງນົກທີ່ລົງມາກິນນ້ຳແລະເປັນທີ່ເໝາະ ສົມສຳລັບຕັ້ງສຸມ ອ້າຍ ຂ້ອຍຍ່າງຂື້ນຫົວຫວ້ຍເພື່ອກວດເບິ່ງບາງທີອາດຈະມີບ່ອນເໝາະກັບການຕັ້ງສຸມກວ່ານີ້ແລະແລ້ວພວກເຮົາກໍ່ເລີ່ມຕັດໄມ້ມາກາຍເປັນ ຮາງໆແລະເອົາໃບກ້ວຍປ່າມາປົກໄວ້ເປັນຕູບນ້ອຍເພື່ອອາໄສຫຼີ້ໃນນັ້ນ ນອກຈາກນັ້ນພວກເຮົາຫຍັງເອົາໄມ້ວ່າງໄວ້ບ່ອນນົກຈະລົງ ມາກິນນ້ຳ ເມື່ອເຮັດສຸດແລ້ວ ພວກເຮົາກໍ່ກັບບ້ານ

          ໃນວັນຕໍ່ມາພວກເຮົາອອກໄປຢາມສຸມທີ່ເຮົາເຮັດໄວ້ນັ້ນເພື່ອໃຫ້ໝັ້ນໃຈວ່ານົກໄດ້ມາ ກິນນ້ຳແລະຫຼິ້ນນ້ຳແລ້ວ ເບິ່ງໄມ້ທີ່ເຮົາວ່າງໄວ້ນັ້ນປຽກໄປໝົດແລະ ມີຮອຍ ນົກທົ່ວບໍລິເວນຫວ້ຍ ແລ້ວພວກເຮົາກໍ່ເຂົ້າໄປນັ່ງຢູ່ໃນສຸມ ໃນຕອນຫຼີ້ຢູ່ໃນສຸມພວກເຮົາເຈາະຮູນ້ອຍໆສອດອອກເພື່ອສາມາດມອງທະລຸອອກໄປບ່ອນນົກ ຈັບໄມ້ແລະກິນນ້ຳຫຼືອາບນ້ຳ

          ນັ່ງຖ້າປາມານສີ່ຫຼືຫ້ານາທີ ຂ້ອຍໄດ້ຍິນສ່ຽງຫຍັງບໍ່ຮູ້ແລ່ນເທິ່ງຫົວ ສ່ຽງດັ່ງຫຼາຍເຮັດໃຫ້ຂ້ອຍຕົກໃຈເກືອບລັ່ນອອກມາ ຂ້ອຍຮີບຈັບເອົາໜ້າໄມ້ຂື້ນມາແລະ ເອົາລູກດອກໃສ່ ພ້ອມ ເຫງີຍໜ້າຂື້ນເຫັນແມ່ນກະຮອກຕົວໃຫຍ່ ເອີກແດງ ຢູ່ເທິ່ງຫຼັງຄາສຸມ ຂ້ອຍເລີຍຍິງມັນຖືກ ໜ້າເອິ ພໍດີແລະ ຕົກລົງຂ້າງສຸມ ຂ້ອຍແລ່ນອອກ ມາດ້ວຍຄວາມດີໃຈແລະຈັບມັນເຂົ້າມາ ນັ່ງໃນສຸມອີກຄັ້ງ ມັນເປັນຄັ້ງທຳອິດໃນຊີວິດທີ່ຍິງໄດ້ກະຮອກກັບມື້ເຮົາເອງ ດີໃຈຈົນສັ້ນ ຍິ້ມບໍ່ອອກແລະຈັບກະຮອກຈົນ ຈະຫຼຸດມື້

          ພໍມາຮອດຕອນແລ້ງປະມານສີ່ຫຼືຫ້າໂມງ ນົກເລີ່ມລົງໄປກິນນ້ຳມີທັງນົກໃຫຍ່ແລະນ້ອຍ ແຕ່ນົກນ້ອຍເກີນໄປເຮົາກໍ່ບໍ່ຍິງປະໄວ້ໃຫ້ນົກທີ່ໃຫຍ່ກວ່າເຂົ້າມາ ແລ້ວເລືອກຍິງເອົາ ບັດນີ້ເຮົາທັງສອງໄດ້ນົກຫຼາຍຕົວກັບບ້ານດ້ວຍຄວາມພາກພູມໃຈເພາະຫວັງວ່າຈະມີອາຫານ ກິນໃນຕອນແລ້ງ

          ເມື່ອມາຮອດບ້ານທັງພໍ່ແມ່ແລະອ້າຍເອື້ອຍນ້ອງກໍ່ດີໃຈທີ່ເຮົາໄດ້ນົກມາຫຼາຍຕົວ ເພາະແມ້ແຕ່ນົກຕົວດຽວເຮົາກໍ່ສາມາດແບ່ງກັນກິນທັງຄອບຄົວໄດ້ຄົນທີ່ ເປັນນ້ອງຫຼ້າຫຼືຄົນ ທີ່ພໍ່ແມ່ຮັກຫຼາຍທີ່ສຸດມັກຈະໃຫ້ຫົວນົກເປັນຂອງຂວັນແລະເອົາໃຈ ບາງຄັ້ງຖ້າເປັນອາຫານ ນ້ອຍພໍ່່ແມ່ກໍ່ຈຳກິນແຕ່ນ້ຳເຫຼື່ອຕອນໄວ້ໃຫ້ລູກກິນ ຄວາມຮັກຂອງພໍ່ແມ່ທີ່ມີໃຫ້ລູກຊາດນີ້ອາດ ບໍ່ສາມາດຕອນແທ່ນໄດ້ໝົດ

          ມື້ຕໍ່ມາອ້າຍແລະຂ້ອຍຍາມເພາະໄດ້ນົກຫຼາຍໃນມື້ນັ້ນ ຄິດວ່າມື້ຕໍ່ມາອາດໄດ້ຫຼາຍກວ່າເກົ່າອີກ ເລີຍຕັດສິ້ນໃຈກັບມານັ່ງຖ້ານົກບ່ອນເກົ່າຫັ້ນໃຫມ່ເປັນ ຄັ້ງທີ່ສອງ ແຕ່ຮູ້ສຶກວ່າມື້ນີ້ ເປັນມື້ທີ່ເລວຮ້າຍຫຼາຍທີ່ສຸດ ອາດກາດອົບເອົ້າຮ້ອນແຕ່ບໍ່ຍິນສ່ຽງນົກຮ້ອງຈັກຕົວ ຜິດປົກກະຕິບໍ່ຄືເມື່ອກ່ອນເລີຍ ເຮົານັ່ງໃນສຸມມາ ຫຼາຍຊົວໂມງແລ້ວແຕ່ຍັງບໍ່ເຫັນນົກມາກິນນ້ຳຈັກ ຕົວເລີຍ ຂ້ອຍກໍ່ເລີຍເຫງົານອນຢາກນອນສຸດໆເລີຍ

          ຂ້ອຍບອກກັບອ້າຍວ່າຂ້ອຍຈະນອນກ່ອນເດີ ຖ້ານົກມາຫຼາຍຄ່ອຍປຸກຂ້ອຍເດີ ຂ້ອຍວ່າງໜ້າໄມ້ໄວ້ຂ້າງໆດ້ວຍຄວາມລະມັດລະວັງແລ້ວຄ່ອຍເອ່ນຕົວລົງ ຢ່າງມີສະຕິ ຫຼັບໄປດ້ວຍຄວາມສະຫງົບ ພໍປະມານສິບກວ່ານາທີ ໄດ້ຍິນສ່ຽງອ້າຍປຸກຂື້ນວ່າລຸກໆໆໆ! ຟັງ ມີສ່ຽງຫຍັງມາເທິ່ງຫົວ ສ່ຽງນີ້ຟັງແລ້ວແປກບໍ່ຄືສ່ຽງ ກະຮອກຕອນທີ່ເຮົາຍິງຕອນນັ້ນ ສ່ຽງເຄື່ອນທີແບບຊ້າໆຄືສ່ຽງຫຼາກໄມ້ເທິ່ງຫຼັງຄາສຸມ ຂ້ອຍຄ່ອຍໆເຫງີຍໜ້າຂື້ນໄປ ຈອງເບິ່ງບ່ອນໄດ້ຍິນສ່ຽງອອກມາ ພໍສ່ຽງດັ່ງ ມາໃກ້ໆແລະໂພນຫົວອອກມາເປັນງູສິງຕົວໃຫຍ່ເທົ່າແຂນ ກຳລັງເລືອຢູ່ຫຼັງຄາສຸມແລະແຫງ້ນຫົວ ລົງມາໃນສຸມ ພໍ່ເຫັນງູຂ້ອຍກໍ່ຕົກໃຈ ຮ້ອງຂື້ນວ່າ ງູ ງູ ງູ ສວນງູກໍ່ຕົກໃຈເລືອໜີ້ ໄປທາງມັນ ສວນຂ້ອຍແລະອ້າຍກໍ່ແລ່ນອອກຈາກສຸມດ້ວຍຄວາມຢ້ານຈົນສຸມພັງທະລາຍໝົດ

          ອ້າຍຂ້ອຍເວົ້າວ່າ ມື້ນີ້ເປັນມື້ທີ່ຊວຍຫຼາຍທີ່ສຸດເທົ່າທີ່ມີແລະເຮົານ່າຈະຫາບ່ອນໃຫມ່ ເພື່ອຕັ້ງສຸມອີກຄັ້ງ ມື້ນີ້ເຮົາສອງອ້າຍນ້ອງກັບບ້ານດ້ວຍຄວາມວ່າງ ເປົ່າບໍ່ໄດ້ນົກຈັກຕົວ ຍ່າງກັບບ້ານທັງຈົ່ມທັງປອຍ ສວນຂ້ອຍຍ່າງຕາມຫຼັງກໍ່ມີແຕ່ຟັງຢ່າງດຽວແລະເກັບອາການໄວ້ໃນໃຈ ບໍ່ເວົ້າບໍ່ຈາສັກນ້ອຍ ເມື່ອວັນນີ້ບໍ່ໄດ້ນົກ ເຮົາກໍ່ເກັບພັກຕາມທາງກັບໄປເພື່ອເປັນອາຫານໃນຕອນແລ້ງຂອງ ວັນນັ້ນ

 

Delicious Digg Fark Twitter