ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 8, 2013 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

<!--[if gte mso 9]>Normal0falsefalsefalseEN-USZH-CNTHMicrosoftInternetExplorer4<![endif]-->

<!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0in 5.4pt 0in 5.4pt;mso-para-margin-top:0in;mso-para-margin-right:0in;mso-para-margin-bottom:10.0pt;mso-para-margin-left:0in;line-height:115%;mso-pagination:widow-orphan;font-size:11.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:DokChampa;mso-bidi-theme-font:minor-bidi;mso-bidi-language:LAO;}<![endif]-->

ອວຍພອນວັນແມ່           ໂດຍ: ລຳພັນ (ຊ ແດນໜາວ)

  •    ປີເດືອນເດີນລວງຍ້າຍ                      ວັນແມ່ວຽນມາ    ແລ້ວເດ

ຂໍບູຊາເໜືອສຽນ                                ແມ່ພະຄຸນຄາມລົ້ນ

ໃນເມືອງຄົນເຮົານີ້                             ທໍລະນີພູມແຜ່ນ

ແສນສິຍາວໃຫຍ່ກວ້າງ                        ຫາເທົ້າແມ່ບໍ່ມີ    ໄດ້ແລ້ວ

  •  ຫຼາຍປີນານແມ່ລ້ຽງ                       ຮຽງອ່ອນແພງທະໜອມ

ອ້ອມແຂນສອງມືໂຈມ                        ແມ່ໂຊມອອງອູ້ມ

ຊຸມມົດແມງຍຸງຮິ້ນ                            ບິນຕອມແມ່ໄລ່

ລ້ຽງລູກແສນຍາກໄຮ້                          ທົນໄດ້ລຳ່ແຍງ    ລູກແລ້ວ

  • ລູກຂໍຂຽນແຕ່ງແຕ້ມ                      ພອນສົ່ງທາງກະວີ

ໃຫ້ແມ່ມີຄວາມສຸກ                           ທຸກໄພພອຍເວັ້ນ

ເວນຢ່າມີມາຕ້ອງ                              ຄວາມໝອງໃຫ້ໄກຫ່າງ    ແມ່ທ້ອນ

ຂໍຂຽນກອນກາບແກ້ວ                         ອວຍພອນເຈົ້າໃຫ້ຢູ່ເຢັນ   ແມ່ເອີຍ.

 ເນື່ອງໃນໂອກາດວັນແມ່ຍິງສາກົນປີນີ້ ຂ້າພະເຈົ້າຂໍອວຍພອນໃຫ້ແມ່ຍິງທຸກຄົນໂດຍສະເພາະແມ່ຍິງລາວທັງຊາດ ຈົ່ງມີພາລະນາໄມອັນສົມບູນ ຕະຫຼອດກາລະນານເທີ້ນ

ຈົ່ງພ້ອມພຽງຮັກແພງສາມັກຄີເຊິ່ງກັນ ແລະ ກັນ ສືບຕໍ່ປົກປັກຮັກສາ ແລະ ສ້າງສາປະເທດຊາດຕໍ່ໄປ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 29, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ
  1. ສຸຕະ = ຄື: ດຸຫມັ່ນ , ຫມັ່ນຮຽນ , ຫມັ່ນອ່ານ ແລະ ຕັ້ງໃຈຟັງ.
  2. ຈິນຕະ = ຄື: ເມື່ອຮ່ຳຮຽນ , ອ່ານ , ຟັງ ສິ່ງໃດແລ້ວກໍ່ນຳມາຄິດ ພິຈາລະນາ.
  3. ປຸດສາ = ຄື: ເມື່ອສົງໄສໃນສິ່ງໃດໃຫ້ຖາມທັນທີ.
  4. ລິຂິດ = ຄື: ການຂຽນ ,ການຈົດບັນທຶກ ໃສ່ປື້ມໄວ້ສິ່ງທີ່ໄດ້ ຮຽນມາເມື່ອສົງໄສກໍ່ເປີດເບິ່ງໄດ້ທັນທີ

ສະຫລຸບ: ເພິ່ນໄດ້ລວມມາຫຍໍ້ໆວ່າ ໍສຸ ຈິ ປຸ  ລິ ໍ່

ອ່ານຄືນຫຼັງ
ໝວດໝູ່