ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 31, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

       ຜັກກະລໍ່າ ມີທັງສີຂຽວ, ຂາວ ແລະ ມ້ວງ ສາມາດເອົາມາປຸງແຕ່ງອາຫານຫຼາຍປະເພດ. ນອກຈາກຄວາມແຊບແລ້ວ ຍັງມີວິຕາມິນເຊຫຼາຍ ທັງມີຊັບພະຄຸນຊ່ວຍປ້ອງກັນມະເຮັງລຳໄສ້ໃນຜູ້ຊາຍຫຼາຍເຖິງ 66% ແລະ ຍັງມີໄຍອາຫານຫຼາຍ ມີສ່ວນຊ່ວຍໃນການເຮັດວຽກຂອງລະບົບຍ່ອຍອາຫານ ແລະ ກະຕຸ້ນການເຮັດວຽກຂອງລຳໄສ້ໃຫຍ່.  ການກິນຜັກກະລໍ່າດິບ ອາທິດລະ 2-3 ເທື່ອ ຫຼືກິນຜັກກະລໍ່າສຸກ ມື້ລະ 2ບ່ວງແກງປະຈຳ ຈະຊ່ວຍຫຼຸດໂອການເປັນພະຍາດມະເຮັງລຳໄສ້ ແລະ ມະເຮັງອື່ນໆ ທີ່ມັກພົບຢູ່ໃນບໍລິເວນຜົ້ງທ້ອງໄດ້. 

       ນອກຈາກນີ້, ສານທາທາຣິກ ໃນກະລໍ່າຍັງມີສ່ວນຊ່ວຍສະກັດກັ້ນບໍ່ໃຫ້ ແປ້ງ ແລະ ນ້ຳຕານ ຈາກອາຫານທີ່ກິນເຂົ້າໄປປ່ຽນເປັນໄຂມັນສ່ວນເກີນສະສົມຢູ່ຕາມຮ່າງກາຍ  ຈິ່ງເໝາະສົມສຳລັບຜູ້ທີ່ພວມຫຼຸດນ້ຳໜັກ.

    ເອົາຈາກໜັງສືພິມລາວພັດທະນາ
Delicious Digg Fark Twitter