ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 1, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

 ຜັກ ແລະ ໝາກໄມ້ເປັນເຄື່ອງສຳອາງຕື່ມຄວາມງາມໃຫ້ທ່ານເກືອບທຸກຊະນິດ ແຕ່ຖ້າຈະໃຫ້ດີຕ້ອງເລືອກໝາກໄມ້ທີ່ເໝາະກັບສະພາບຜິວໜ້າຂອງທ່ານດ້ວຍ.

- ຜິວໜ້າຫຍາບດ້ານ ໝາກໄມ້ທີ່ເໝາະສົມຕໍ່ຜິວແມ່ນ ໝາກຫຸ່ງສຸກ. ວິທີເຮັດແມ່ນໃຫ້ເອົາໝາກຫຸ່ງສຸກບົດ 1 ບ່ວງແກງ ປະສົມນ້ຳເຜິ້ງ ແລະ ນົມ ຢ່າງລະເຄິ່ງບ່ວງກາເຝ ປະສົມເຂົ້າກັນ  ແລ້ວເອົາມາທາໃຫ້ທົ່ວໃບໜ້າ ປະໄວ້ 20ນາທີ ຈິ່ງລ້າງອອກ.

- ຜິວໜ້າແຫ້ງ ໝາກໄມ້ທີ່ເໝາະສົມແມ່ນ ໝາກແຕງ. ວິທີເຮັດແມ່ນບົດໝາກແຕງຈົນແຫຼວ 1ບ່ວງແກງ ປະສົມກັບ ນ້ຳເຜິ້ງເຄິ່ງບ່ວງກາເຝ ແລະ ນ້ຳໝາກນາວ 1ບ່ວງກາເຝ ປະສົມເຂົ້າກັນ  ແລ້ວເອົາມາທາທົ່ວໃບໜ້າ ປະໄວ້ 15 - 20 ນາທີ ຈິ່ງລ້າງອອກ.

- ຜິວເປັນສິວ ພືດທີ່ເໝາະສົມແມ່ນ ຂີ້ໝີ້ນ. ວິທີແມ່ນເອົາຂີ້ໝີ້ນຝຸ່ນ ຫຼຶ ບົດ 1ບ່ວງກາເຝ ປະສົມກັບນ້ຳເຜິ້ງເຄິ່ງບ່ວງກາເຝ   ແລະ ໂຢເກີດ 1ບ່ວງກາເຝ ປະສົມເຂົ້າກັນ ແລ້ວເອົາມາທາທົ່ວໃບໜ້າ ປະໄວ້ປະມານ 15 ນາທີ ແລ້ວລ້າງອອກດ້ວຍນ້ຳອຸ່ນ.

- ຜິວໜ້າເປັນຟ້າ ແລະ ຈຸດດ່າງດຳ ພືດທີ່ເໝາະສົມແມ່ນ ຫົວຜັກກາດຂາວ. ວິທີແມ່ນເອົາຫົວຜັກກາດຂາວໄປປັ່ນຈົນແຫຼວ ໃຫ້ໄດ້ 1ບ່ວງແກງ ປະສົມກັບນ້ຳເຜິ້ງເຄິ່ງບ່ວງກາເຝ  ແລ້ວ ເອົາມາທາທົ່ວໃບໜ້າ ປະໄວ້ປະມານ 20 ນາທີ ຈິ່ງລ້າງອອກ.

- ຮູຂຸມຂົນກວ້າງ ພືດທີ່ເໝາະສົມແມ່ນ ໝາກເລັ່ນ. ວິທີແມ່ນບົດໝາກເລັ່ນຈົນແຫຼວ 1ບ່ວງແກງ ປະສົມກັບໂຢເກີດ ແລະ ນ້ຳເຜິ້ງ ຢ່າງລະ 1ບ່ວງກາເຝ ປະສົມເຂົ້າກັນ ແລ້ວມາທາທົ່ວໃບໜ້າ ປະໄວ້ 20 ນາທີ ຈິ່ງລ້າງອອກ.

ເອົາມາຈາກ ໜັງສືພີມ ລາວພັດທະນາ

Delicious Digg Fark Twitter