ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ການຂຽນຂ່າວຂອງນັກຂ່າວນັງສືພີມ
ສ້າງເມື່ອ ຕ.ລ.. 19, 2012 17 ຄົນໂຫວດ, 16 ຄຳເຫັນ, ອ່ານ 486 ເທື່ອ
ສະບາຍດີບັນດາທ່ານທັງຫລາຍຂ້າພະເຈົ້າມີບັນຫາເລັກໆນ້ອຍໆຢາກມາໂອ້ລົມສົນທະນາກັບບັນດາ
ທ່ານກ່ຽວກັບການຂຽນຂ່າວ,ການລົງຂ່າວ,ທັງຫນ້າຫນັງສືພີມແລະໂທລະພາບເຫດຜົນທີ່ເວົ້າແບບນີ້ກໍ່ເພາະວ່າໃນ
ມື້ວານນີ້ມີຜູ້ເຂົ້າຮ່ວມທ່ານຫນື່ງທີ່ໄດ້ເຂົ້າຮ່ວມກອງປະ
ຊຸມພາກປະຊາຊົນອາຊີ-ເອີຣົບແລະລາວໄດ້ປະກອບ
ຄຳເຫັນກ່ຽວກັບປະເດັນເລື່ອງການສຳປະທານທີ່ດິນ
ໃນລາວເຊົ່ງລາວໄດ້ເວົ້າເຖີງບັນທີ່ທີ່ຕາມມາຫລັງຈາກ
ທີ່ມີການສຳປະທານທີ່ດິນຫລາຍຢ່າງແຕ່ວ່າເມື່ອນັກ
ຂ່າວໄປຂຽນຂ່າວພັດໄປປ່ຽນປີ້ນຄຳເວົ້າຂອງລາວທັງ
ຫມົດວ່າລາວເຫັນດີນຳນະໂຍບາຍຂອງລັດຖະບານກ່ຽວ
ກັບການສຳປະທານທີ່ດິນເພາະວ່າເຮັດໃຫ້ຊີວິດການ
ເປັນຢູ່ຂອງຊາວບ້ານດີຂື້ນ, ສາມາດໄດ້ເງີນຈາກການໄປອອກແຮງງານແລະອີກ
ຫລາຍໆເຊີ່ງທັງຫມົດແມ່ນລາວບໍ່ໄດ້ເວົ້າແຕ່ສິ່ງທີ່ລາວ
ເວົ້າເຂົາພັດບໍ່ຂຽນຂ້າພະເຈົ້າຂໍຖາມບັນດາທ່ານທັງ
ຫລາຍວ່າປະກົດການແບບນີ້ມັນຫມາຍເຖີງຫຍັງ? ເປັນຫຍັງນັກຂ່າວຄືປ່ຽນຄຳເວົ້າຂອງລາວ? ແລະ ຈະແກ້ໄຂແນວໄດໃນເມື່ອຂ່າວນີ້ອອກມາແລ້ວແລະແຜ່
ໄປໃນທົ່ວປະເທດແລະຕ່າງປະເທດ