ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 22, 2010 | ມີ 4 ຄຳເຫັນ ແລະ 0 trackback(s)

ວັນອາທິດ ອາຈານສັງຂານຈູມຄຳພັນ ຫລື ຫນຸ່ມໃຫຍ່ອາລົມດີ ຊ່ຽວຊານລາວຂອງCRI ຊວນພວກຂ້ອຍໄປກິນອາຫານລາວຢູ່ບ້ານຂອງອາຈານ

ເກືອບຫນຶ່ງປີແລ້ວບໍ່ໄດ້ຊິມລົດຊາດຂອງອາຫານລາວ ຄິດຮອດຈົນໃຈຊິຂາດ

ອາຈານວ່າຂ້ອຍປາກຫວານ ແຕ່ຂ້ອຍບໍ່ໄດ້ປາກຫວານຂ້ອຍຄິດຮອດອີ່ຫລີ

ອາຫານຂອງມື້ນີ້ເປັນອາຫານທີ່ແຊບທີ່ສຸດທີ່ຂ້ອຍກິນຢູ່ປັກກິ່ງ

ມີຕຳຫມາກຮຸ່ງ ຕົ້ມຍຳ ຂົ້ວຊິ້ນງົວ ແລະ ອື່ນໆ(ຂ້ອຍລືມຊື່ແລ້ວ)

ພວກເຮົາພາກັນກິນເຂົ້າຢ່າງມ່ວນຊື່ນ ກິນຈົນອີ່ມຫນຳສຳລານ

ແລ້ວກໍເບິ່ງໂທລະພາບ ແລະ ລົມກັນ ລົມກັນກ່ຽວກັບພາສາ ວັດທະນະທຳ ຫລາຍໆຢ່າງສາລະພັດ

ຂ້ອຍຢາກເວົ້າວ່າໂຮງຮຽນຂອງນ້ອງ ແຕ່ເວົ້າອອກມາພັດເປັນໂຮງຮຽນຂອງຂ້າພະເຈົ້າ

ເວົ້າຍັງບໍ່ສຸດຄວາມ ທຸກຄົນກໍພາກັນຫົວຈົນທ້ອງແຕກ

ອາຈານສັງຂານຍັງຢອກຂ້ອຍວ່າ ເປັນແນວໃດ ໂຮງຮຽນຂອງທ່ານ?

 

 

Delicious Digg Fark Twitter