ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 22, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

ມື້ວານນີ້ໃນເວລາກິນຕຳຫມາກຮຸ່ງກັບຕົ້ມຍຳປານິນແຊບໆຢູ່ເຮືອນອາຈານສັງຂານ(ຫນຸ່ມໃຫຍ່ອາລົມດີ)ທີ່ນະຄອນຫລວງປັກກິ່ງນັ້ນ,

ເພິ່ນ ກໍໄດ້ແນະນຳຂ້ອຍກັບຫມູ່ຄົນຈີນທີ່ຮຽນພາສາລາວວ່າ:

ເປັນຄົນລາວ,ຄວນຮັກແລະສົ່ງເສີມການໃຊ້ພາສາລາວໃຫ້ຖືກຕ້ອງ,

ພວກເຈົ້າເປັນ ຄົນຈີນທີ່ຮຽນພາສາລາວ ກໍຄວນຮຽນຮູ້ການໃຊ້ພາສາລາວວັດທະນະທຳລາວໃຫ້ຖືກຕ້ອງເຫມາະສົມ,

ຢ່າໄປໃຊ້ ພາສາລາວແບບຊອດກະ ຈາກັບພາສາປະເທດອື່ນ ຄື ຊາວຫນຸ່ມລາວບາງຄົນ,ບາງກຸ່ມພວມເຫີ່ຢູ່.

ອາຈານສັງຂານຍັງຍົກຕົວຢ່າງພາສາລາວບາງຄຳສັບທີ່ຊາວຫນຸ່ມລາວດຽວນີ້ເຂົ້າໃຈສັບສົນ,ເຊັ່ນຄຳວ່າ:ຫລໍ່,ເທ້,ມັນບໍ່ແມ່ນຄວາມລາວ,ພາສາລາວຕ້ອງແມ່ນເຈົ້າຊູ້ ທີ່ຫມາຍເຖິງຜູ້ຊາຍງາມ,ແຕ່ບໍ່ໄດ້ແປວ່າຄົນຫລາຍໃຈ ຫລື ຄົນມາກຊູ້ຫລາຍເມຍ ຄືຄວາມຫມາຍໃນພາສາ ໄທ

ຫລືຄຳວ່າແພ້ ແປວ່າ ເສຍໄຊ,ປະລາໄຊໃນພາສາໄທ ແຕ່ໃນພາສາລາວແລ້ວ ແພ້ ແປວ່າ ໄດ້,ຊະນະ.ແລະອີກຫລາຍສັບ ການລົມກັນທັງມ່ວນ ທັງໄດ້ຄວາມຮູ້

Delicious Digg Fark Twitter