ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 14, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຕາມຂ່າວCRI: ໃນລະຫວ່າງວັນທີ1ຫາວັນທີ21ກັນຍານີ້,  ພະນັກງານລະດັບຫົວໜ້າ,  ຮອງຫົວໜ້າພະແນກ ແລະ​ນັກວິຊາການວຽກງານພົວພັນຮ່ວມມືກັບຕ່າງປະເທດຂອງລາວຈາກສູນກາງ​ແລະທຸກແຂວງຈຳນວນ20ທ່ານໄດ້ໄປອົບຮົມແລະທັດສະນະສຶກສາຢູ່ຈີນໂດຍແມ່ນຄະນະກຳມະການຮ່ວມມືຈີນ-ລາວ ແລະ​ກະຊວງການຄ້າຂອງຈີນເປັນຜູ້ຊ່ວຍທຶນທັງໝົດ.​ສຳມະນາກອນທີ່​ເຂົ້າຮ່ວມອົບຮົມເທື່ອນີ້ ,ນອກຈາກໄດ້ຮຽນພາກທິດສະດີກ່ຽວກັບວຽກງານການພົວພັນຮ່ວມມືຊ່ວຍເຫຼືອສາກົນ​ແລະ​ຜົນສຳເລັດຂອງການປະຕິຮູບ​ແລະ​ໄຂປະຕູສູ່ພາຍນອກຂອງຈີນ​ຢູ່ສະຖາບັນການຄ້າສາກົນຢູ່ປັກກິ່ງແລ້ວຍັງໄດ້ໄປທັດສະນະສຶກສາຢູ່ນະຄອນຊຽງໄຮ, ​ແຂວງຫູໜານ​ແລະ​ນະຄອນຄຸນໝິງຂອງແຂວງຢຸນນານອີກ.  ຊຸດນີ້ຖືວ່າເປັນຊຸດທີ3ຂອງປີ2010.

ໃນໂອກາດນີ້ທ່ານບົວມິນ ຈ້ວງລາສີ, ຫົວໜ້າພະແນກການຕ່າງປະເທດແຂວງຄຳມ່ວນ, ​ໃນນາມຫົວໜ້າຄະນະສຳມະນາກອນລາວໄດ້ໃຫ້ສຳພາດຕໍ່ນັກຂ່າວCRIເຖິງການເຂົ້າຮ່ວມຊຸດອົບຮົມເທື່ອນີ້​ຊຶ່ງໄດ້ຮັບບົດຮຽນທີ່ດີຈາກຈີນຫລາຍຢ່າງ, ໂດຍສະເພາະແມ່ນໄດ້ຮູ້ເຖິງຜົນສຳເລັດ​ແລະ​ບົດຮຽນທີ່ດີໃນ30ປີແຫ່ງການປະຕິຮູບຂອງຈີນ.​ທ່ານກ່າວວ່າ:

"ລະບຽບກໍຄືກົນໄກຂອງພວກເພິ່ນ,​ເຫັນວ່າສອດຄ່ອງກັບທ່າອ່ຽງຂອງຍຸກສະໄຫມ​ແລະ​ທ່າອ່ຽງກັບການຂະຫຍາຍຕົວຂອງເສດຖະກິດສັງຄົມຂອງປະເທດຈີນກໍຄືການຂະຫຍາຍຕົວ​ແລະ​ການພັດທະນາປະເທດຊາດຂອງສປປ.ລາວພວກເຮົາ.​ກົນໄກພວກເຮົາກໍເລີ່ມຫັນເປັນກົນໄກຕະຫລາດແລະເຮັດໃຫ້ການພັດທະນາສດຖະກິດສັງຄົມຢູ່ປະເທດເຮົາຖືວ່າສອດຄ່ອງກັບກົນໄກ​ທີ່ພວກເຮົາມາຖອດຖອນບົດຮຽນ. ສະນັ້ນ, ການມາສຶກສາເທື່ອນີ້ພວກເຮົາກໍ່ຖືວ່າສຶກສາທົ່ວໄປ, ​ແຕ່ວ່າບັນຫາສຳຄັນທີ່ສຸດແມ່ນພວກເຮົາຈະໄດ້ນຳມາໝູນ​ຊ້ໃຫ້ມັນສອດຄ່ອງກັບຈຸດພິເສດແລະ​ສະພາບການຂອງລາວພວກເຮົາ. ເຮັດແນວໃດໃຫ້ມີຜົນດີທີ່ສຸດເທົ່າທີ່ຈະດີໄດ້,​ໂດຍສະເພາະແລ້ວ,​ຢູ່ໃນປະຈຸບັນນີ້,  ຖືວ່າການຮ່ວມມືກໍ່ຄືການພົວພັນມິດຕະພາບລະຫວ່າງລາວ-ຈີນ ເຫັນວ່າ​ຢູ່ໃນສະພາບການທີ່ດີທີ່ສຸດ."

ໂຄງການຊ່ວຍອົບຮົມພະນັກງານຂັ້ນນຳຂອງລາວໃນວຽກງານພົວພັນຮ່ວມມືກັບຕ່າງປະເທດນີ້,​ເປັນໂຄງການໄລຍະ5ປີ,​ຄືແຕ່ປີ2008-2012,​ແຕ່ລະປີຈະມີພະນັກງານລາວໄປອົບຮົມ​ແລະ​ທັດສະນະຢູ່ຈີນ3ຊຸດ,​ຊຸດລະ20ຄົນ.

 

Delicious Digg Fark Twitter