ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 5, 2011 | ມີ 4 ຄຳເຫັນ ແລະ 0 trackback(s)


    ຊາຍ 3 ຄົນຕາຍພ້ອມກັນ ແລ້ວໄປພົບກັນຢູ່ປະຕູເຂົ້າສະຫວັນ,ຢູ່ທີ່ນັ້ນ

ມີຜູ້ຮັກສາປະຕູ,ລັດຊາຍທັງສາມເອົາໄວ້ໂດຍ ບອກ ວ່າ ຢູ່ໃນສະຫວັນ

ມີບ່ອນຫວ່າງບ່ອນດຽວ,ສະນັ້ນ ມີແຕ່ຜູ້ດຽວທີ່ຈະເຂົ້າໄປ ເຫຼືອນັ້ນແມ່ນລົງ

ໄປນາຮົກ,ຜູ້ຮັກສາປະຕູສະຫວັນບອກຊາຍທັງສາມວ່າ ຜູ້ທີ່ຈະໄດ້ເຂົ້າໄປ

ໃນສະຫວັນຕ້ອງເປັນຜູ້ຕາຍອາດນາດທີ່ສຸດ ສະນັ້ນ ຈຶ່ງໃຫ້ ຊາຍແຕ່ລະຄົນ

ເລົ່າເລື່ອງການຕາຍຂອງຕົນໃຫ້ຟັງ.

ຜູ້ທີ່1: ກ່ອນຈະຕາຍຂ້ານ້ອຍຈື່ໄດ້ວ່າ ຂ້ານ້ອຍແລະເມຍເຊົ່າ

ອາພັດເມັນຢູ່ຊັ້ນທີ 3 ເມຍຂອງຂ້ານ້ອຍບໍ່ໄດ້ເຮັດຫຍັງມີແຕ່ຢູ່ເຮືອນ

ລ້າໆຕໍ່ມາມື້ໜຶ່ງໄດ້ຍິນຂ່າວວ່າເມຍຫຼິ້ນຊູ້ຂ້ານ້ອຍກໍ່ເລີຍແອບລັກອອກ

ມາຈາກຫ້ອງການເພື່ອກັບໄປພິສູດຄວາມຈິງ,ພໍໄປເຖິງອາພາດເມັນກໍ່

ບໍ່ເຫັນມີຊາຍຊູ້ຢູ່ກັບເມຍ,ຂ້ານ້ອຍຈິ່ງແລນອອກໄປຊອກເບິ່ງລະບຽງ

ແລະກໍ່ເຫັນຊາຍຄົນໜຶ່ງກຳລັງເອົາມືແຂວນຮາວລະບຽງຢູ່ຂ້ານ້ອຍ

ໃຈຮ້າຍຈຶ່ງເອົາມືດຶງຂາມັນລົງຈົນມັນຕົກລົງພື້ນ ແຕ່ບັງເອີນວ່າມັນ

ຕົກລົງໃສ່ຟຸ່ມໄມ້ຂ້ານ້ອຍຄິດວ່າມັນຍັງບໍ່ຕາຍ,ຂ້ານ້ອຍກໍ່ເລີຍໄປຍໍຕູ້ເຢັນ

ໂຍນລົງໄປທັບມັນຕື່ມ ແຕ່ບັງເອີນຕູ້ເຢັນໜັກໂພດຂ້ານ້ອຍກາເລີຍຕົກ

ລົງພ້ອມກັບຕູ້ເຢັນ.

ຜູ້ທີ2: ຂ້ານ້ອຍເຊົ່າອາພັດເມັນຢູ່ຊັ້ນທີ 4ມີມື້ໜຶ່ງຂ້ານ້ອຍກຳລັງອອກ

ກຳລັງກາຍຢູ່ລະບຽງ,ບັງເອີນລະບຽງມັນ ມື່ນຂ້າ ນ້ອຍກະເລີຍພະລາດ

ແລ້ວຟົ້ງອອກທາງລະບຽງ,ໂຊກດີທີສາມາດຈັບຮາວລະບຽງໄວ້ທັນແຕ່ໂຊກຮ້າຍ

ກໍ່ຄືວ່າ ບໍ່ຮູ້ບັກໃດມາຈ່ອງຂາຂ້ານ້ອຍໃຫ້ຫຼຸດຈາກລະບຽງແລ້ວຕົກລົງພື້ນຈາກ

ນັ້ນມັນກໍ່ໂຍນຕູ້ເຢັນລົງໄປທັບ ຈົນຂ້ານ້ອຍຕາຍ.

ຜູ້ທີ3: ຂ້ານ້ອຍຕາຍຢ່າງອາດໜາດທີ່ສຸດ ຄື ຂ້ານ້ອຍແອບເປັນຊູ້ກັບເມຍ

ຊາວບ້ານຢູ່ມາມື້ໜຶ່ງເມຍເຂົາສົງໄສກໍເລີຍລັກມາຈອບເບິ່ງພໍຂ້ານ້ອຍຮູ້ວ່າຜົວ

ເຂົາມາກໍ່ແລນໄປລີ້ຢູ່ໃນຕູ້ເຢັນ ແລ້ວຕູ້ເຢັນທີ່ຂ້ານ້ອຍລີ້ຢູ່ນັ້ນກໍຕົກລົງຈາກ

ຊັ້ນທີ 3 ແລ້ວຂ້າ ນ້ອຍກໍ່ຕາຍ.

ຈົບ................ຫົວໄດ້ແລ້ວ5555555555555

( ຄັດລອກຈາກອັບເດດເດີ...........)  ຖ້າລົງຊ້ຳກາຂໍໂທດເດີ

 

Delicious Digg Fark Twitter