ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 7, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

ໂຕກຽວດິດສນີລີສອດ ເປັນສວນສະນຸກທີ່ນິຍົມຫລາຍທັ້ງຄົນຍີ່ປຸ່ນເອງ ແລະ ນັກທ່ອງທ່ຽວຕ່າງປະເທດ  ຕັ້ງຢູ່ເມືອງຈິບະ ຕິດກັບທະເລ ມີເນື້ອທີ່ກວ້າງເຖິງ71ເຮັກຕາ ເປີດບໍລິການຕັ້ງແຕ່ປີ2001ເປັນຕົ້ນມາ

ມື້ນນີ້ເອົາເລື່ອງໄປທ່ຽວດິດສນີຊີໂຕກຽວມາເລົ່າໃຫ້ຟັງ ພ້ອມຮຼບປະກອບ   ກ່ອນອື່ນກໍ່ຕ້ອງເດີນທາງດ້ວຍລົດໄຟໄປ ເມືອງຈິບະ ຮອດສະຖານີ  ລີສອດດິສນີ ໂຕກຽວ   ແຕ່ມັນຈະກວ້າງຫລາຍ ຕ້ອງຂຶ້ນລົດໄຟນ້ອຍຂອງເຂົາທີ່ແລ່ນສະເພາະພາຍໃນ ລີຊອດ  ດິດສນີຊີ ຈະຕິດກັບດິສນີແລນ  ແຕ່ດິດສນີແລນເຄີຍໄປແລ້ວ ເທື່ອນີ້ກໍ່ເລີຍໄປທ່ຽວດິດສນີຊີ

ລົດໄຟຟ້ານ້ອຍມິກກີ້ເມົ້າແລ່ນພາຍໃນລີສອດດິດສນີໂຕກຽວຄັນນີ້ລະ ທີ່ແລ່ນພາຍໃນລີສອດ

ແຫກຂີ້ຕາຕື່ນແຕ່ເຊົ້າມາລຽນແຖວຖ້າເຂົາເປີດໃຫ້ເຂົ້າແປດໂມງເຄິ່ງ ຕອນນີ້ປະມານແປດໂມງຍັງ ແຕ່ຄົນກະມາມືດຕຶບ ຂະຫນາດມື້ທຳມະດາໄດ໋ນີ້ ຄັນແມ່ນເສົາທິດລ່ະ ຢ້ານເຂົາຢຽບຫົວຂະນ້ອຍມັບຫ່າຊ້ຳ5555555 ຊື້ປີ້ເຫມົາຫນຶ່ງມື້ ຫລິ້ນໄດ້ທຸກຢ່າງ ເບິ່ງໄດ້ທຸກຢ່າງ ຜູ້ລະ6200ເຢັນ  ກະຫາກບໍ່ແພງ  ປະມານ 620 000ກີບ  ໂອ້ຍ ຫນາວຯຯຯຯຯຯຯຯຯຯຯ

ລຽນແຖວເຂົ້າໄປທ່ຽວດິດສນີຊີ

ໂຮງແຮມໃນຝັນທີ່ຢູ່ໃນລີສອດ

ໂຮງແຮມໃນດິດສນີຊີ

ບ່ອນປະຕູທາງເຂົ້າກະຍັງງາມແລ້ວ

ທາງເຂົ້າດິດສນີຊີໂຕກຽວ

ແຫ່ກັນເຂົ້າໄປໃນດິດສນີຊີສະອອນຄົນມາທ່ຽວເອ້ແຕ້ເອ້ວ່າ

ຂຶ້ນຫໍຄອຍແຫ່ງຄວາມຂີ້ຢ້ານກ່ອນອຶ່ນໄປຂຶ້ນຫໍຄວອຍແຫ່ງຄວາມຂີ້ຢ້ານໂຕສູງຯຂົວມືນີ້ ບໍ່ແມ່ນເປັນຕາຢ້ານແບບຜີ ແຕ່ຢ້ານຄວາມສູງແລະ ຄວາມໄວ ເກືອບຂາດໃຈຕາຍຄາຫໍຄອຍ ເພາະ ເຂົາໃຫ້ເຮົານັ່ງໃນລິບ ປິດໄຟ ແລ້ວປ່ອຍລິບລົງມາດ້ວຍຄວາມໄວສູງສຸດ ຫລາບຯຯຯຯຯຯແລວ້ຯຯຯຯຯຯ

ເຮືອຫມຸນຈົນເມົາອັນນີ້ຈະບໍ່ເປັນຕາຢ້ານ ມັນພຽງແຕ່ຫມຸນ ປິ່ນໄວຯ ຫົວຕັກຫົວຄອນຊື່ຯ555555

ຂີເຮືອຊົມວິວ

ມີເຄືອ່ງຫລິ້ນຫລາຍອັນທີ່ໄວຫລາຍເລີຍຖ່າຍຮູບບໍ່ໄດ້ ສ່ວນຫລາຍຈະເປັນແບບຢ້ານອັນຕະລາຍ ຕ້ອງໃສ່ເຂັດຂັດນີລະໄພ ເພືອ່ຄວາມປອດໄພຂອງລູກຄ້າ ເຂົາເຈົ້າຈະກວດແລ້ວກວດອີກ ເບິ່ງວ່າ ເຂັດຂັດເຮົາແຫ້ນນບໍ່ ໃສ່ແວ່ນຕາ ຫມວກທີ່ຈະປິວຕົກບໍ່ ເຂົາຈະທັງເຕືອນທັງກວດຕະຫລອດເລີຍ

ແຖວນີ້ຊິອອກໄປແນວອາລັບ

ຄິດວ່າແຖວນີ້ອອກໄປແນວຢູໂລບ

ມາຂີ່ລົດລາງບິນນີ້ຕີລັງກາ360ອົງສາ ຂະນ້ອຍຢ້ານເກືອບຍ່ຽວແຕກ55555

ໄປຂີ່ເຮືອດຳນ້ຳ ໃຕ້ທ້ອງທະເລ ງາມຫລາຍຯຯຯ

ອຶ ເມື່ອຍແລ້ວ ໄວ້ຕໍ່ຕອນທີ່1 ເຢິ   ເຄື່ອງຫລິ້ນມັນຫລາຍໂພດ ກວ້າງໂພດ ແຖມຊິຫລິ້ນແຕ່ລະຢ່າງຕ້ອງລຽນແຖວກັນເປັນເຄຶ່ງຊົ່ວໂມງ ຫນຶ່ງຊົ່ວໂມງ ກໍ່ເລີຍທ່ຽວຈົນຄ່ຳກໍຍັງບໍ່ຫມົດ ດ໋ອກ

 

 

 

 

 

 

Delicious Digg Fark Twitter