ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 6, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

ໃນເນື້ອເລື້ອງອາດຈະມີຄຳບໍ່ສຸພາບ ຈັງໃດກໍ່ຂໍອະໄພນຳແດ່

ເລື້ອງນີ້ເກີດຂື້ນເມື່ອ3ປີກ່ອນ, ເມື່ອກ່ອນຂ້ອຍໄດ້ໄປເຮັດວຽກກັບບໍລິສັດແຫ່ງຫນຶ່ງ ເວລາເຮັດວຽກກໍ່ຕາມເວລາລາດຖະການ. ໃນຫມູ່ຮ່ວມງານມີຫມູ່ທີ່ຊະນິດກັນ ທັງຫມົດ 5 ຄົນ

ແຕ່ລະຄົນກໍ່ມີນິໄສແບບເຮຮ່າຕະລົກຊ່ວນຫົວ,ແລ້ວມີຄົນ1ຊື່ ຫນູ ທີ່ເປັນຫມູ່ທີ່ນິໄສເຮຮ່າກວນໆ ເປັນຄົນທີ່ຂາດແລ້ວບໍ່ມີສຽງຫົວ

ເວລາພັກງານຕອນສວຍລາວມັກຊວນໄປກິນເຂົ້າ ແລ້ວມັກແບບໃຫ້ຫມູ່ຈ່າຍໃຫ້ຕະຫລອດ

ມີມື້ນີ້ ເປັນມື້ວັນໃຫມ່ຂອງ ອາຍຸລາວ ເພາະວ່າກ່ອນຫນ້ານີ້ແມ່ນວັນເກີດຂອງລາວເອງ, ອາດຈະເປັນມື້ທີ່ດີຂອງລາວ ເຫັນອາລົມດີແຕ່ເຊົ້າໆ

ພໍຮອດຕອນສວຍ ກໍ່ເປັນເວລາພັກກິນເຂົ້າ ຫມູ່ທັງ 3ກໍ່ກຳລັງ ຈັດກະເປົາເພື່ອຈະກຽມອອກໄປກິນເຂົ້າຕາມປົກກະຕິ

ແຕ່ຫມູ່ຄົນທີ່ຊື່ ຫນູ ກໍ່ຮີບຟ້າວຟັ່ງ ເກັບເຄື່ອງເອກກະສານໄວ້ໂດຍໄວ ແລ້ວກໍ່ອອກໄປ ໂດຍທີ່ບໍ່ບອກເລຍວ່າໄປໄສ ປົກກະຕິ ຈະເປັນຜູ້ຊ່ວນຫມູ່ໄປກິນເຂົ້າຮ້ານນັ້ນຮ້ານນີ້

ຂ້ອຍກັບຫມູ່ອິກ3ຄົນກໍ່ງົງ (ມີຫຍັງເກີດຂື້ນກັບມັນວະ) ຫມູ່ຂ້ອຍເວົ້າຂື້ນ

ພໍໄດ້ເວລາເຂົ້າງານເຂົ້າການ ຕອນເວລາ 13:30ນາທີ ວຽກງານກໍ່ເລີ່ມເຂົ້າສູ່ປົກກະຕິ ແຕ່ສິ່ງທີ່ບໍ່ປົກກະຕິ ຄື ທ້າວ ຫນູມາເຮັດວຽກຊ້າ

ພໍເວລາປະມານ2ໂມງຍັງ 15ນາທີ  ກໍ່ມີສຽງລົດຈັກສຸດໃຈຂອງ ຫນູ ມາແຕ່ໄກ

ໂທ້! ປານນີ້ຈຶງມາ ຂ້ອຍເວົ້າຂື້ນ

ພໍຈອດລົດກໍ່ຍ່າງເຂົ້າມາ ທາງປະຕູ ພ້ອມຈັບເຂົ້າຫນົມຈີ່ກ້ວຍ ກັບ ຫມາກສົ້ມ ມາຕ້ອນຫມູ່ຄູ່ ແລ້ວກໍ່ມາພ້ອມຮອຍຍິ້ມທີ່ມີຄວາມສຸກແລະເຫັນຮອດເງືອກທັງເທິງແລະລຸ່ມ

ຂ້ອຍກໍ່ແປກໃຈ ລາວບໍ່ເຄີຍຊື້ຫຍັງໃຫ້ຫມູ່ຈັກເທື່ອ

ປ້າດດດດດດດດດດດດ! ມື້ນີ້ ໄຟໄຫມ້ນ້ຳຂອງແທ້ ຫມູ ອິກຄົນເວົ້າຂື້ນ

ພໍຫນູເຂົ້າມາໃກ້ໆ ຂ້ອຍກໍ່ເວົ້າຂື້ນວ່າ ຄືມາມີຄວາມສຸກແທ້ ຖຶກເລກມາບໍ

ຫນູ: ຄົນມີຫນ້າຕາດີ ມັນກະມີຄວາມສຸກແຫລະເນາະ

ຂ້ອຍ: ເບາະ! ຄືມາຍິ້ມງາມແທ້ລະແຫມະ

ຫນູກໍ່ເຂົ້າມາທີ່ໂຕະເຮັດວຽກປະຈຳຂອງລາວ ແລ້ວເອົາຂອງຕ້ອນແຈກຍາຍ ຫມູ່ຄູ່, ແລ້ວກໍ່ຫັນມາ ເບິ່ງຫນ້າຂ້ອຍ ພ້ອມ ຮອຍຍິ້ມແລະກໍ່ຕີຄິວ

ທັນໃດນັ້ນຂ້ອຍ ກໍ່ ຫມັ້ນໃຈທັນທີ ແລ້ວເວົ້າຄ່ອຍໆວ່າ :

ຂ້ອຍ: ຫນູໄປເຮັດຫຍັງມາ

ຫນູ: ເຮັດຫຍັງ

ຂ້ອຍ: ຊິບອກດີໆ ຫລື ຊິໃຫ້ຄົນອື່ນຮູ້ນຳ

ຫນູ:ເລື່ອງຫຍັງ ເຮົາເຮັດຫຍັງ?

ຂ້ອຍ: ໄປຫາຜູ້ສາວມາແມ່ນບໍ່?                  ຫນູກໍ່ເຮັດຫນ້າ ເກງໆແລ້ວເວົ້າຄ່ອຍໆວ່າ

ຫນູ: ເລັກ ມຶງຮູ້ໄດ້ແນວໃດ?

ຂ້ອຍ: ຍິ້ມມາທຳອິດ ກູບໍ່ແນ່ໃຈ ພໍມຶງມາໃກ້ໆ ແລ້ວຍິ້ມໃສ່ ກູເຫັນເລຍວ່າຍິ້ມມຶງມີສະເຫນ່ ຍັງບໍ່ພໍ ຍັງມີຂົນ ເສັ້ນດຳໆ ທີ່ ຂົດໆ ສັ້ນໆ ຕິດນຳແຂ້ວມຶງມານຳ
ຈາກນັ້ນ ຫນູກໍ່ບໍ່ປາກ ແລ້ວຍ່າງໄປຫ້ອງນ້ຳທັນທີ ແລ້ວກໍ່ມານັ່ງບ່ອນເຮັດວຽກຂອງຕົນ ຈາກນັ້ນ ກໍ່ສົ່ງ ຂໍ້ຄວາມມາທາງ Skype ວ່າ ເລັກ ຫ້າມບອກໃຜເດີ້

ຂ້ອຍກໍ່ຕອບໄປວ່າ ບໍ່ທັນລະ ຂາຍອອກຫມົດແລ້ວ ຮ່າໆໆໆໆໆໆໆໆໆໆໆໆໆໆໆໆ

ຈົບ  ກົດLike

Delicious Digg Fark Twitter