ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 25, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

                 ກອນມ່ວນ ຊວນຄິດ...ເຊີນອ່ານເດີ!

ຖ້າທ່ານທຳງານແຂ່ງກັບສັງຄົມ                    ຄວາມຫຼົ້ມຈົມຈະຕາມມາ

ຖ້າທ່ານເຮັດວຽກເຫັນແກ່ໜ້າ                       ທ່ານຈະພົບບັນຫາເລື່ອຍໄປ

ຖ້າທ່ານທຳຕົວເຫັນແກ່ໄດ້                            ທ່ານຢ່າຫວັງນ້ຳໃຈຈາກເພື່ອນຝູງ

ຖ້າທ່ານມີຄວາມພໍດີ                                     ທ່ານຈະເປັນເສດຖີໃນເຮືອນຄົນທຸກ

ຖ້າທ່ານມີແຕ່ຄວາມງົກ                                 ທ່ານຈະເປັນຄົນທຸກໃນເຮືອນເສດຖີ

ຖ້າທ່ານຂາດຄວາມພໍດີ                                 ທ່ານຈະພົບກັບຄວາມທຸກຢ່າງມະຫັນ

ຖ້າທ່ານກ້າເກີນຄົນ                                       ທ່ານກໍ່ຢ່າຫວັງຜົນສຳເລັດ

ຖ້າທ່ານຂາດຄວາມຢັ່ງຄິດ                            ຊີວິດທັງຊີວິດຈະໝົດຄວາມຫມາຍ

ຖ້າທ່ານທຳໃຈໃຫ້ສະຫງົບ                            ທ່ານຈະພົບຄວາມສຸກ ແລະ ຄວາມຮົ່ມເຢັນ

 

                         (ອ່ານຕໍ່ໄດ້ມື້ໃໝ່ເດີ!  ຂໍຂອບໃຈທີ່ຊ່ວຍອ່ານນຳ)

Delicious Digg Fark Twitter