ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 11, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ທ່ານເຄີຍອິດສາຄົນທີ່ເຂົາຮັກກັນບໍ່? ຄວາມຮັກທີ່ເຄີຍຫວານຊຶ້ງປານຊິກືນກິນໄດ້ນັ້ນ ເບິ່ງຄືວ່າຈະບໍ່ມີວັນເລີກລາກັນແຕ່ແລ້ວເລື່ອງບໍ່ຄາດຄິດກໍ່ເກີດຂຶ້ນ ເມື່ອຝ່າຍໃດຝ່າຍໜຶ່ງບອກວ່າ "ຢາກເລີກລາ"

ມັນມີຫລາຍຢ່າງທີ່ເຮັດໃຫ້ຄວາມຮັກມີການເລີກລາຄື:

ດີເກີນໄປ:ເຫດຜົນນີ້ໄດ້ວິເຄາະກັນໄປແລ້ວ ວ່າຄວາມດີຂອງຝ່າຍໃດ ຝ່າຍໜຶ່ງນັ້ນຖ້າມັນດີເກີນໄປກໍ່ເຮັດໃຫ້ອີກຝ່າຍໜຶ່ງຕ້ອງ “ຕີຖອຍ” . ເຫດຜົນນີ້ບໍ່ໄດ້ໝາຍຄວາມວ່າຄົນບາງຄົນມັກຊົ່ວ ຫຼື ຊັງຄົນດີ ແຕ່ເຂົາຮູ້ສຶກວ່າຄວາມດີນັ້ນມີ່ຄ່າເກີນກວ່າ ຄ່າໃນຕົວຂອງເຂົາ. ຍ້ອນຄວາມດີຂອງເຈົ້າເຂົາຈຶ່ງຮັກເຈົ້າແຕ່ເຂົາຍອມເສຍສະຫຼະເຈົ້າໄປ ເພາະບໍ່ຢາກໃຫ້ເຈົ້າຕ້ອງເສຍອະນາຄົດເພາະຄົນຢ່າງເຂົາ. ຄວາມຮັກມັນຄືການເສຍສະຫຼະ. ເຂົາຢາກໃຫ້ເຈົາໄດ້ພົບກັບສິ່ງທີ່ດີກວ່າ.

ຊົ່ວເກີນໄປ:ຄວາມຊົ່ວຂອງຄົນນັ້ນມື້ໃດມື້ໜຶ່ງມັນກໍເຮັດໃຫ້ອີກຝ່າຍໜຶ່ງຕ້ອງຕີຖອຍ. ແນ່ນອນກ່ອນຮັກກັນນັ້ນຄູ່ຮັກບາງຄູ່ບໍ່ໄດ້ສຶກສາກັນຢ່າງລະອຽດ. ມັນເປັນຄວາມຮັກທີ່ເກີດຂຶ້ນແບບໜ້າມືດຕາມົວ ແຕ່ພໍເມື່ອຕາສະຫວ່າງມັນກໍຕ້ອງຕີຖອຍ. ຖ້າບໍ່ຕີຖອຍກໍ່ຕ້ອງທົນທຸກຕໍ່ໄປ. ຖ້າຈະເບິ່ງໄປໃນດ້ານພຸດທະສາສະໜາ ເຂົາເອີ້ນວ່າ “ການໃຊ້ເວນໃຊ້ກຳນັ້ນເອງ.

ເຂົ້າກັນບໍ່ໄດ້:

ມີມືທີ່ສາມ:

ຄອບຄົວບໍ່ຍອມຮັບ:

ໜີຈາກກັນເພາະຈຳເປັນ:

( ສ່ວນທີ່ເຫຼືອຢາກໃຫ້ເພື່ອນໆ ນຳເອົາໄປຄິດນຳກັນ ຖ້າມີເວລາຫວ່າງອີກຈະມາຂຽນໃຫ້ເພື່ອນໆອ່ານອີກ ຂໍຂອບໃຈຫລາຍໆ)

Delicious Digg Fark Twitter