ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 25, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ເມື່ອສອງເດືອນກ່ອນຂ້ອຍຍັງຈຳໄດ້ດີ. ຂ້ອຍໄດ້ໄປຫຼຶ້ນ ຄາສິໂນ ຢູ່ເມືອງຕົ້ນເຜິ້ງ ( ແຂວງບໍ່ແກ້ວ ). ເພື່ອໄປທ່ຽວຊົມເບິ່ງເພາະຂ້ອຍບໍ່ເຄີຍເຫັນຈັກເທື່ອ. ແຕ່ພໍຍ່າງໄປ ຍ່າງມາກໍ່ຮູ້ສຶກຫິວນ້ຳຂຶ້ນມາ ກໍ່ເລີຍກະວ່າ ຊິໄປຫາຊື້ນ້ຳມາກິນ ແຕ່ປະກົດວ່າເງິນລາວບໍ່ໄດ້ມີຄຸນຄ່າສຳລັບພວກເຂົາເລີຍ ພວກມັນເວົ້າວ່າ ບໍເອົາເງິນລາວ  ເອົາແຕ່ເງິນ ບາດ, ເງິນ ຢວນ, ເງິນໂດລາ  ຂ້ອຍກໍຮູ້ສຶກວ່າລືດວືດຂຶ້ນຫນ້າໃນທັນທີເລີຍ ກໍ່ເລີຍຖາມພວກມັນຢ່າງສຸພາບວ່າ : ດຽວນີ້ເຈົ້າຢູ່ປະເທດໃດ? ມັນກໍເລີຍເວົ້າວ່າ ຢູ່ດິນລາວແຕ່ເຂດນັ້ນເປັນເຂດຂອງມັນ!

ຂ້ອຍຂີ້ຄ້ານໂຕ້ຖຽງກັບມັນຂ້ອຍກໍ່ເລີຍ ຍ່າງຫນີ       ( ຮື! ເວົ້າແລ້ວອາລົມເສຍ.)

ທ່ານຜູ້ອ່ານທີ່ຮັກແພງເອີຍ! ທ່ານຄິດວ່າມັນຍຸດຕິທຳບໍ່ທີ່ພວກມັນເຮັດແບບນີ້ ພວກມັນມາຢູ່ດິນລາວແທ້ໆ  ແຕ່ພວກມັນກັບເຫັນຄົນລາວເປັນຄົນແປກໜ້າ.

ບໍ່ແມ່ນແຕ່ເລື່ອງນີ້ເລື່ອງດຽວເດີທ່ານຜູ້ອ່ານເອີຍ! ຍັງມີອີກຫຼາຍເລື່ອງເຊັ່ນ:

ພວກມັນບໍ່ເຄີຍຄິດຢຳເກງລະບຽບກົດໝາຍຂອງພວກເຮົາເລີຍ ພວກມັນເຮັດຫຍັງໄດ້ຕາມສະບາຍ ພວກມັນຄຶດວ່າຕຳຫລວດທີ່ໄປປະຈຳຢູ່ແຫ່ງນັ້ນເປັນກະຕໍຊັ້ນບໍ? ໂຄດແມ່ມັນ ເຮີຍ! ເວົ້າແລ້ວກໍ່ເປັນຕາໝຶນແທ້ເດ໊ ທ່ານຜູ້ອ່ານ! ນອກຈາກສອງເລື່ອງນີ້ແລ້ວຍັງມີຫລາຍໆເລື່ອງອີກຕື່ມແລ້ວມັນກໍ່ບໍ່ມີວັນໝົດເອົາກັນວ່າພໍເທົ່ານີ້ກ່ອນເດີ ຕ້ອງຂໍອະໄພນຳທ່ານຜູ້ອ່ານຫລືເພື່ອນໆ ທັງຫລາຍເດີ! ທີ່ຄຳເວົ້າບາງຄຳບໍ່ສຸພາບປານໄດ໋

ຖ້າເພື່ອນໆຜູ້ໃດໄດ້ອ່ານແລ້ວກໍ່ນຳເອົາໄປສົນທະນາກັນລອງເບິ່ງຊ່ວຍກັນແດ່ເດີ. ສຸດທ້າຍນີ້ຂໍອວຍພອນໃຫ້ເພື່ອນໆທຸກໆຄົນຈົ່ງມີແຕ່ຄວາມສຸກຄວາມສົມຫວັງກັນທົ່ວຫນ້າ.

* ເກີດເປັນຄົນລາວ ຮັກຊາດລາວ ໃຊ້ເງິນລາວ ຫວງແຫນດິນລາວ ຢ່າໃຫ້ພວກໝູໝາກາໄກ່ທາງໃດມາ ຢຽບຫຍາມ ຄົນລາວ *

 

Delicious Digg Fark Twitter