ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 3, 2012 | ມີ 15 ຄຳເຫັນ ແລະ 0 trackback(s)

ສອງສ່ຽວຮັກ ທ້າວ ນ້ອຍ ແລະ ທ້າວສີ ເປັນຄົນຊຳເໝືອທັ້ງສອງ ທ້າວ ນ້ອຍໄດ້ຍ້າຍມາຢູ່ວຽງຈັນຫຼາຍປີແລ້ວ ຍັງແຕ່ທ້າວດຳທີ່ຍັງຢູ່ຊຳເໜືອ

ຫຼາຍປີມາທ້າວດຳກໍ່ໄດ້ມາວຽງຈັນ ແລະ ໄດ້ມາຢ້ຽມຢາມທ້າວ ນ້ອຍໝູ່ຮັກ

ເມື່ອມາຮອດວຽງຈັນ ທ້າວດຳກໍ່ໄດ້ໄປຫາທ້າວນ້ອຍທັນທີ ເມື່ອຮອດບ້ານທ້າວນ້ອຍ ທ້າວດຳກໍ່ໄດ້ເຂົ້າໄປຫາທ້າວນ້ອຍ

ທັ້ງສອງຕ່າງພາກັນດີໃຈ

ທ້າວນ້ອຍກໍ່ໄດ້ຖາມສະບາຍດີທ້າວດຳວ່າ ເປັນຈັ່ງໃດ໋ສ່ຽວ ສະບາຍດີຢູ່ຫວາ?

ທ້າວດຳກໍ່ຕອບວວ່າເຮົາສະຍາບດີ ໂຕເດ໋?

ທ້າວນ້ອຍກໍ່ຕອບໄປວ່າ ເຮົາກະຄືກັນ

ທ້າວດຳກໍ່ວ່າ ດີເນ່ສ່ຽວ

ທ້າວນ້ອຍຍັງຕໍ່ອີກວ່າ ໂອ້ສ່ຽວ ເປັນຈັງໃດ໋ມາຈັງໃດ໋ຄືມາຮອດພີ້ ລະໂຕຂີ່ອະເລີ່ມານິສ່ຽວ

ທ້າວດຳ: ສ່ຽວ! ເຮົາຂີ່ອະເລີກະແຕມາ

ທ້າວນ້ອຍ: ເອ໊າ! ສ່ຽວ ກັນຖາມວ່າໂຕຂີ່ອະເລີ່ມາ...

ທ້າວດຳ: ກະຍັງວ່າກັນຂີ່ອະເລີ່ກະແຕ

ທ່າວນ້ອຍ: ກັນຖາມໂຕດີດີໜາ..ວ່າໂຕຂີ່ອະເລີ່ມາ

ທ້າວດຳ: ໂອ໊ຍ ບ່ະຫ່າ ກັນກະຍັງວ່າກັນຂີ່ອະເລີ່ກະແຕ...

55555555555555

ທ້າວດຳຢາກບອກວ່າລາວຂີ່ຍົນເຮລິກຄອປເຕີ້ ແຕ່ພາສາຊຳເໜືອ ອະເລີ່ກະແຕກໍ່ຄືອີຫຍັງກະຢ່າ ບາງຄັ້ງກໍ່ແມ່ນເຮລິກຄອປເຕີ້ນັ່ນລະ

ທ້າວນ້ອຍ ເຂົ້າໃຈວ່າ ອະເລີ່ກະແຕ ຢູ່ວຽງຈັນຈະເຂົ້າໃຈວ່າ ອີຫຍັງກະຢ່າ ຊັ້ນໜ່າ...ອິອິ ເຂົ້າໃຈຄົນລະເລື່ອງ

ທ້າວນ້ອຍມາຢູ່ວຽງຫຼາຍປີກໍ່ເລີຍລືມພາສາໄປແນ່...ແຮ່ๆ (ບໍ່ຕະລົກປານໃດເນາະ ແຕ່ຂໍຝາກອ່ານແນ່ເດີ໊ພັນລາວທັ້ງຫຼາຍ...ຂອບໃຈ)

Delicious Digg Fark Twitter