ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 3, 2012 | ມີ 11 ຄຳເຫັນ ແລະ 0 trackback(s)

ບ່າວບ້ານນອກ ທ້າວ ດວງຮຽນຈົບຕຳຫຼວດຊັ້ນນ້ອຍ ໄດ້ຮັບການເລື່ອນຕຳແໜ່ງເປັນຕຳຫຼວດຈາລະຈອນຢູ່ວຽງຈັນ

ລາວກໍ່ດີໃຈຫຼາຍທີ່ໄດ້ມາເຮັດວຽກຢູ່ວຽງຈັນ ເມື່ອໄດຮັບມອບໝາຍໃຫ້ມາເປັນຕຳຫຼວດ ລາວກໍ່ປະຕິຍານ

ວ່າຈະປະຕິບັດຕາມກົດລະບຽບທີ່ວາງອອກຢ່າງເຂັ້ມງວດ ວ່າຊັ້ນ...ອິອິ

ມື້ເລິ່ມງານ ຫັວໜ້າມອບໝາຍວຽກໃຫ້ທ້າວດວງ...

ສະຫາຍດວງເອີ່ຍມື້ນີ້ສະຫາຍໄປປະຈຳຢູ່ປ້ອມຕຳຫຼວດເຂດ1ເດີ້

ລັດລົດຈັກ..ເດີ້ສະຫາຍ

ສະຫາຍດວງຕອບ: ປະຕິບັດ!

ພໍມາປະຈຳການ ດວງກໍ່ເລິ່ມເຮັດວຽກ...

ມີລົດກາຍມາ ດວງກໍ່ເປົ່າຫວີດ ແລ້ວຖາມເຂົາເຈົ້າວ່າ:...

ນີ້ແມ່ນລົດຫຍັງ? ເຈົ້າຂອງລົດກໍ່ຕອບວ່າ ລົດສະແມ໊ຊ...

ດວງ: ໂອ່...ໄປ໊!

ຄັນໃໝ່ມາກໍ່ຖາມວ່າ: ລົດຫຍັງ

ເຈົ້າຂອງລົດຕອບ: ລົດເວັຟ

ດວງ ເອີ່ๆ...ປາຍ....

ຄັນໜ້າມາກໍ່ຖາມແບບເກົ່າ

ເຈົ້າຂອງລົດ: ລົດດຣີມ

ດວງ ກໍ່ວ່າໄປ໊ๆ...

ຕໍ່ມາລົດຂອງພໍ່ເຖົ້າໜື່ງຈູງມາເພາະມັນເພ ດວງກໍ່ໄດ້ລັດລົດຂອງພໍ່ເຖົ້າ

ແລ້ວຖາມວ່າລົດຫຍັງພໍ່ເຖົ້າ

ພໍ່ເຖົ້າຕອບ ລົດຈັກ!

ໂອ້ ໄດ້ແລ້ວລົດຈັກ ກະເລີຍວ່າກັກລົດຂອງພໍ່ເຖົ້ານັ້ນໄວ້

ບາດແລ້ວກໍ່ໄດ້ໄປລາຍງານຕໍ່ຫົວໜ້າວ່າ ມື້ນີ້ໝົດມື້ເຮົາກັກລົດຈັກໄດ້ແຕ່ຄັນດຽວ

ວ່າຊັ້ນ5555555555555555555

 

 

Delicious Digg Fark Twitter