ຊອກຫມູ່:   
ຫນ້າຫລັກ    ຊອກຫມູ່    ເຊີນຫມູ່ເຂົ້າຮ່ວມ    ຊ່ວຍເຫລືອ    ເກມ    ເວັບບອດ ສະມັກສະມາຊິກ    ເຂົ້າສູ່ລະບົບ
Rating
ເບິ່ງລາຍຊື່ຫມູ່ຂອງ lisana
ແຈ້ງໃຫ້ທີມງານກວດສອບ
ຂ້ອຍກຳລັງ...
lisana ກຳລັງ ສອນໝັງສືນັກຮຽນ
ສະຖິຕິ
ຄົນອ່ານ:1506 ຄັ້ງແລ້ວ
ຫມູ່:639 ຄົນ
ອັບເດດ:1 ມື້ກ່ອນ
ເຂົ້າຮ່ວມ:May. 23, 2008
ໂປຣໄຟລ໌:94.4 %
ເງິນ:925 ພັນລາວ
lisana's Music
ກຸ່ມ (16)
ກຸ່ມຄົນຮັກເດັກ, ຮັກດຽວໃຈດຽວ, ຖ່າຍພາບ, ນັ່ງນິນທາຄົນອື່ນ, ChatsanovY, D.O.L (Diva.Of.Lanexang), GaNg FuN...o, I LOVE LAOS  , La'o' bz, Lao Students in China, Laoubuntu, LaoZaa TeAm, MafiA, Red_army, TeamHeun, The Gunner
ລາຍຊື່ໄດອາຣີ່ (30)  [ ເບິ່ງທັງຫມົດ ]
ຂຽນ 1 ມື້ກ່ອນ
ຂຽນ 1 ມື້ກ່ອນ
ຂຽນ 5 ມື້ກ່ອນ
ຂຽນ 6 ມື້ກ່ອນ
ຂຽນ 6 ມື້ກ່ອນ
ອັລບັ້ມພາບ (3)
ເມຍປະເສີດສຸດ...
ອັບເດດ 7 ມື້ກ່ອນ
ນ່າເບິ່ງເບາະ...
ອັບເດດ 7 ມື້ກ່ອນ
ແກ່ນ
ອັບເດດ 7 ມື້ກ່ອນ
ຄວາມປ່ຽນແປງໄວ ໆ ນີ້
 
4 ຊົ່ວໂມງກ່ອນ
lisana ແລະ crazyboyssss ເປັນຫມູ່ກັນແລ້ວ.
5 ຊົ່ວໂມງກ່ອນ
lisana ແລະ vilaysak ເປັນຫມູ່ກັນແລ້ວ.
9 ຊົ່ວໂມງກ່ອນ
lisana ແລະ DoRaMoN ເປັນຫມູ່ກັນແລ້ວ.
9 ຊົ່ວໂມງກ່ອນ
lisana ເຂົ້າໃຊ້ລະບົບ.
9 ຊົ່ວໂມງກ່ອນ
lisana ເຂົ້າໃຊ້ລະບົບ.
9 ຊົ່ວໂມງກ່ອນ
lisana ແລະ SitPhaSay ເປັນຫມູ່ກັນແລ້ວ.
10 ຊົ່ວໂມງກ່ອນ
lisana ແລະ LiNDaLadY ເປັນຫມູ່ກັນແລ້ວ.
10 ຊົ່ວໂມງກ່ອນ
lisana ແລະ Marn ເປັນຫມູ່ກັນແລ້ວ.
12 ຊົ່ວໂມງກ່ອນ
lisana ແລະ koykeo ເປັນຫມູ່ກັນແລ້ວ.
13 ຊົ່ວໂມງກ່ອນ
lisana ແລະ noknoi ເປັນຫມູ່ກັນແລ້ວ.
ຂໍ້ມູນສ່ວນຕົວ
ຊື່: ລິດຊະນະ ພົມະຈັນ
ຊື່ຫຼິ້ນ: ແອນ້ອຍ
ວັນເດືອນປີເກີດ: May. 1, 1984 (24 ປີ)
ບ້ານ: ດ່ານຄຳ
ເມືອງ: ສີໂຄດຕະບອງ
ແຂວງ: ນະຄອນຫຼວງວຽງຈັນ
ປະເທດ: ລາວ
ເບີໂທ: 670565
ອີເມລ: kanchan1984@hotmail.com
ເພດ: ຊາຍ
ສ່ວນສູງ: 168cm
ແນະນຳຕົວເອງ: ສະບາຍດີທຸກຄົນ ຂ້າພະເຈົ້າຊື່ ລິດຊະນະ ພົມຈັນ

***** ກ່ອນສິ້ນລົມຫາຍໃຈ...ຂໍບອກໄວ້ວ່າ."ຂ້ອຍຮັກເຈົ້າ" *****

ຊີວິດຈົນຕ່ຳຕ້ອຍ......................ຄອຍແຫງນເບິ່ງເທິງຝັນ
ອັສຈັນຄວາມສວຍງາມ................ຢາກໄຕ່ຖາມກໍເກງໄວ້
ເບິ່ງໄກໆທັງຫຼົບຫນ້າ...................ຍາມສາຍຕາເຂົາກວາດຜ່ານ
ນີ້ຄືສິທຂອງຄົນຈົນ.......ທົນກັ້ນກືນຂື່ນລີ້ນ.........ບີນໄດ້ໄຕ່ບໍ່ຄື

ຕ່າງເຫັນກັນເກືອບທຸກມື້................ເລີຍຮູ້ຊື່ ສຸມິຕາ
ນັກສຶກສາສາຍສັງຄົມ...................ບໍ່ຄ່ອຍລົມຈາເວົ້າ
ສຸບັນເຂົາເປັນຄົນດ້ອຍ...................ພໍໄດ້ຫຼອຍເຫຼືອບເບິ່ງ
ຮູ້ດີເອື້ອມບໍ່ເຖິງ......ຮູ້ແຕ່ເຫິງຖານະຂັ້ນ.....ຄົນລະຊັ້ນຈຶ່ງໄດ້ຈຽມ

ສັງຄົມຄົນຊ່າງໂຫດຫ້ຽມ..............ຄວາມທຽມເທົ່າເຂົາກຳນົດ
ນີ້ແມ່ນກົດຂອງຄົນມີ...................ແຍກຜູ້ດີຜູ້ຈົນໄດ້
ສ່ວນນິສັຍນາງນັ້ນ....................ເປັນກັນເອງບໍ່ຂີ້ອົ່ງ
ຍາມທັກທາຍຍິ້ມສົ່ງ.......ຕົກລົງຂໍຊ່ອຍເພີ້ມ....ເສີມຕິວໃຫ້ໄດ້ຄະແນນ

ຄວາມລຶ້ງເຄີຍແຫນ້ນແຟ້ນ............ກາຍເປັນເພື່ອນຄົນສນິດ
ໃກ້ຊິດຖືເປັນກັນເອງ..................ຢ່າງບໍ່ເກງໃຈຢ້ານ
ເຄີຍຮ່ວມງານສຸບັນຄົ້ນ...............ສົນທະນາຫຼາຍໆເຣື່ອງ
ປວັດສາຕການເມືອງ....ບ່ອນໃດເຄືອງເຂົາຊ່ອຍໄດ້...ຕິວໃຫ້ຮອດເຮືອນ

ຄວາມຮູ້ສຶກກໍຄາດເຄື້ອນ.............ຕໍ່ຈາກເພື່ອນເປັນຫຼົງຮັກ
ແຕ່ບໍ່ຈັກທາງສເລີຍ..................ເອີ່ຍໄຂໃຫ້ນາງຮູ້
ຕ້ອງອົດສູທົນກັ້ນ.....................ຍ້ອນຄວາມຈົນບໍ່ກ້າເອີ່ຍ
ນາງລູກເຈົ້າຫຼານນາຍ......ເລີຍສັ່ງໃຈວ່າຕ້ອງຫ້າມ.....ທົນຊ້ຳຢູ່ຜູ້ດຽວ

ໂລກມະນຸສມັນງ່ຽງບ້ຽວ..............ແຕ່ຂ້ອງກ່ຽວທຽວຫາກັນ
ຍ້ອນສຸບັນເປັນເດັກວັດ..............ພັດຮ່າວຫຼົງຫົງຟ້າ
ລູກຊາວນາທັງຈົນໄຮ້................ໄຄອາສັຍແຕ່ຮຽນເກັ່ງ
ຈຶ່ງໄດ້ທຶນມາຂັນແຂ່ງ.......ແຫຼັ່ງສຶກສາພໍຍາດໄດ້.........ເປັນທຶນໃຫ້ຕໍ່ຫວັງ

ອາສັຍວັດເປັນບ່ອນຈັ້ງ.............ນາງບໍ່ກ່ຽງສຽງຄົນຈາ
ທຽວໄປມາບໍ່ເຄີຍຕິ.................ຮິເຣື່ອງມີຫຼືຈົນໄຮ້
ວັນໃດນາງບໍ່ເຫັນຫນ້າ.............ແວະມາຫາຈົນເຖິງທີ່
ມາຖາມໄຖ່ຮອດກຸຕິ......ສັງກະລີຮຸ່ນອ້າຍ......ລະອາຍຫນ້າເພິ່ນຊິຫຍັນ

ຮູ້ວ່າຈົນຈຶ່ງຢ້ານ....................ບໍ່ຫານກ່າວເຣື່ອງຄວາມຮັກ
ລັກໄຝ່ຝັນພຽງຄົນດຽວ............ຫ່ຽວໃຈຈົນທໍ້
ຂໍແຕ່ພຽງໄດ້ເຫັນຫນ້າ............ສຸມິຕາກໍເອີບອີ່ມ
ສອງແກ້ມບ່ອງຍາມເພິ່ນຍິ້ມ.......ຫົວໃຈປື້ມອີ່ມບໍ່ເຊົາ

ມື້ຫນຶ່ງ....ຕອນພັກທ່ຽງກິນເຂົ້າ....ກິນຮ້ານເກົ່າແຄມທາງ
ອີ່ມແລ້ວນາງຜວາລຸກ...............ຍ່າງຂ້າມທາງຄືລາງເອີ້ນ
ບັນຈ່າຍເງິນບໍ່ທັນແລ້ວ.............ແນວເຂົາທອນເງິນຊ້າແນ່
ນາງແມ່ຄ້າປາກແປ..........ເມົາແຕ່ຝອຍບໍ່ຮີບຮ້ອນ....ທອນເງິນຊ້າບໍ່ແມ່ນຍາມ

ເຫຼືອບເບິ່ງທາງນາງຜູ່ຂ້າມ...........ປານຟ້າຫນໍ່າລົງກາງໃຈ
ແນມລອດໄປເຫັນຣົດ................ແລ່ນມັງຟັງສຽງເລັ້ງ
ສຸບັນເລັງເຫັນມາໃກ້..................ຕັດສິນໃຈຟ້າວແລ່ນ
ຮີບແລ່ນໄປຊຸກແຂນ....ສຸມິຕາໃຫ້ຂ້າມມົ້ມ........ສຸບັນລົ້ມຖືກຣົດຕຳ

ເລືອດກະເດັນປານຖອກນ້ຳ............ຣົດຕຳຕື່ມສຽງດັງ
ອະນິຈຈັງຊີວິດ..........................ມໍ່ຊິປິດປົງມ້ວນ
ຫຼາຍໆຄົນມາຫຸ້ມ........................ບາງເປັນລົມລົ້ມທ່າວ
ສຸມິຕາກອດໂຊມເອົາ..........ສຽງແພ່ວເບົາຄີງອຸ່ນຊ້ອຍ.....ພໍຢາກມ້ອຍເມື່ອໄດ້ຍິນ

ລົມຫາຍໃຈກ່ອນຂາດສິ້ນ.............ບອກໃຫ້ປິ່ນມືມາ
ເອົາເລືອດທາຮອຍຫົວໃຈ............ປາກຄ່ອຍໄຂສຽງເວົ້າ
ສຸມິຕາ "ຂ້ອຍຮັກເຈົ້າ"................ສຽງເບົາໆສ້າວໃຈໃຫຍ່
ກ່ອນທີ່ຂ້ອຍຈະຕາຍ.......ຂໍເປີດໃຈວ່າ "ຮັກເຈົ້າ"....ເປັນຄວາມເວົ້າອອກຈາກໃຈ

ສຸມິຕາໂສກາໄຫ້......................ຟູມຟາຍໃຫຍ່ກາຍເປັນລົມ
ຫມູ່ເພື່ອນໂຈມປະຄອງໄປ............ພ້ອມຮ່າງກາຍສຸບັນເຄື້ອນ
ເຣື່ອງສະເທືອນຫົວໃຈນີ້.............ມີຄວາມຈິງຫຼາຍຄົນເລົ່າ
ນີ້ລະນໍຄົນເຮົາ.....ແນວເລືອກເກີດບໍ່ໄດ້....ແມ່ນຊີວິດຍັງມອບໃຫ້.....
....ຂໍພຽງໄດ້ແຕ່ຮັກເຂົາ...

ເຣື່ອງນີ້ຄົນມັກເວົ້າ....................ບອກເລົ່າໄຂຂານ
ເປັນຕຳນານຂອງຄວາມຮັກ.........ມັກໄດ້ຍິນກັນເລື້ອຍ
ຮັກຈິງຕາຍແທນໄດ້..................ອັນຕະຣາຍບໍ່ຫວາດຫວັ່ນ
ສຸມິຕາ...ເຖິງບອກຮັກບໍ່ທັນ.....ຕາມຕຳນານກ່າວໄວ້....ເຂົາເລີຍໄດ້ບວດຊີ

***** ຂຽນໂດຍ: Jampadeng *****
ເມື່ອວັນທີ່: 9/1/08 4:27


ນ້ຳໜັກ: 49kg
ຂໍ້ມູນອື່ນ ໆ
ເວັບໄຊ: http://kanchan1984.hi5.com,lisana1984.hi5.com
MSN: ບໍ່ຕ້ອງຫນ້າຕາດີດອກວາແຕ່ເວົ້ານຳ
Yahoo!: lisana4891@yahoo.co.th
Skype: ແມ່ຮ້າງແມ່ມ້າຍປຶກສາໃຈໄດ້ອືມ
ສະຖານະ: ​ໂສດ
ຄວາມສາມາດພິເສດ: ຫລິ້ນເນັດທັ້ງວັນທັ້ງຄືນນອນລືມຕື່ນກິນເຂົ້າ
ອາຊີບ: ນັກຮຽນ ນິສິດ ນັກສຶກສາ
ທັກສະຄອມຯ: ປານກາງ ພໍໃຊ້ໄດ້ກະ
ໂຮງຮຽນ: ສອບວິຊາຮັກໄດ້ກ່ອນແລ້ວສິບອກອິອິອິ
ຮູ້ຈັກພັນລາວຈາກ?: ເວັບໄຊ.http://lisana1984.hi5.com
ຄວາມສົນໃຈ
ເປົ້າຫມາຍຂອງຊີວິດ: ຮຽນໃຫ້ຈົບເພາະມີທຳນຳຊີວີດ
ໂລກະທັມ 8 ແລະ ໂລກະທັມຄຳກອນ
ໂລກະທັມ 8
(ຄວາມຈິງຂອງສັງຄົມໂລກ)
ອິດຖາຮົມ(ດີ) ອະນິດຖາຮົມ(ບໍ່ດີ)
- ໄດ້ລາບ - ເຊື່ອມລາບ
- ໄດ້ຍົດ - ເຊື່ອມຍົດ
- ສັນເສີນ - ນິນທາ
- ສຸຂ - ທຸກ
ໂລກະທັມຄຳກອນ
- ອັນວ່າໂຊກລາບນັ້ນ ມີຢູ່ຄູ່ໂລກກັນ
ຄົນສະແຫວງທາງຈະເຣີນ ຍ່ອມໄດ້ມາມີໄວ້
ບໍ່ທັນໃດກໍຫາຍຈ້ອຍ ບໍ່ຄົງທົນຈັກສະໜ່ອຍ
ຈະເຣີນຂຶ້ນກັບເຊື່ອມຖອຍ ເປັນຄູ່ກັນກອດກ້ຽວ
ສະເໝີດ້າມດັ່ງດຽວ
- ອັນວ່າຍົດຖາບັນດາສັກນັ້ນ ຖານະໃຫຍ່ຕຳແໜ່ງສູງ
ໄດ້ມາພໍພຽງປະດັບ ຊົ່ວຄາວບໍ່ຄົງໝັ້ນ
ເຖິງເວລາກໍສູນສິ້ນ ປ່ຽນໄປເປັນຕ່າງ
ເຮົາຮັກສາໃຫ້ໝັ້ນ ພຽງນັ້ນຊົ່ວຄາວ
- ສັນລະເສີນຍົກຍ້ອງ ການໃຫ້ກຽດນາມະຍົດ
ຍາມເມື່ອມີຕຳແໜ່ງສູງ ກໍຍົກຍໍປໍປັ້ນ
ຫາກວ່າຍາມດວງດ້ອຍ ເງິນງານເ******ນຫ່າງ
ຄວາມນິນທາວ່ານັ້ນ ກໍມາຝັ້ນກ່ຽວດອງ
- ຄວາມສຸກຄົນຢາກໄດ້ ສະແຫວງໄຂວ່ຫວນຫາ
ສຸກພຽງກາຍບໍ່ຄົງທົນ ຢູ່ດົນນານໄດ້
ຄັນວ່າໝົດສຸກແລ້ວ ທຸກກໍຕາມຕື້ຕໍ່
ສຸກທຸກໃນໂລກນີ້ ບໍ່ເປັນເຣື່ອງແກ່ນສານ
- ມີລາບຍົດຢ່າອ້າວເອື້ອ ກະສັນອົ່ງຈົນລືມຫຼົງ
ຈິດໃຈເຈືອຈານບິ ແບ່ງປັນກັນໄວ້
ສະໜອງຄຸນຄາມລົ້ນ ສະແຫວງບຸນໄວ້ແນ່
ຍາມເມື່ອລາບລ່ວງດ້ອຍ ພໍໄດ້ເພິ່ງບຸນ
- ຄັນມີຍົດຢ່າອວດອ້າງ ຫຼົງຍົດຈົນລືມດີ
ມີຍົດຈົ່ງເອົາຍົດ ສ້າງດີໃຫ້ຄົງໄວ້
ອາໄສຍົດທຳບຸນສ້າງ ບູຊາຄຸນແກ້ວແກ່ນ
ຍາມເມື່ອຍົດເຊື່ອມສ້ຽງ ໃຫ້ຫັນໜ້າເພິ່ງພຣະທັມ
- ອັນວ່າຄວາມຍົກຍ້ອງ ຄຳກ່າວສັນລະເສີນ
ມັນກໍພໍພຽງລົມ ເປົ່າຫູໃຫ້ເຢັນນັ້ນ
ບໍ່ເໝືອນພຣະທັມແກ້ວ ສັບພັນຍູພຣະອົງກ່າວ
ຊີ້ຊ່ອງທາງໃຫ້ຮູ້ ເດີນເຂົ້າພຣະນິບພານ
- ອັນວ່າສຸກໃນໂລກນີ້ ບໍ່ສະເໝີດັ່ງບຸນກຸສົນ
ສຸກກາຍພຽງພໍຍາມ ຊົ່ວໃຈສະໜອງໃຫ້
ສຸກທາງທັມໃຈກ້ຽງ ໝົດມົນທິນຖະຫວິນວາດ
ທຸກບໍ່ບັງອາດຕ້ອງ ພຽງໜ້ອຍທ່ອງຄຸລີ
ໂດຍ: ພຣະຄຣູເນືອງພິລັກ ໂຊຕິທອນ

ດາລາໃນດວງໃຈ: ແມ່ພໍ່ຄືພຮະທີ່ຄວນກາບໄຫວ້ທີ່ສຸດຢູ່ໃນບ້ານ
ນັກສະແດງ: ຄືເບິ່ງລະຄອນແລ້ວຍ້ອນເບິ່ງເຈົ້າຂອງ
ຄະຕິປະຈຳໃຈ: ຄາຖາເສດຖີ

ຄັນຢາກຮັ່ງແທ້ໆ........................ງວກມາແນ່ຊິບອກທາງ
ມີຄາຖາແນວດີ...........................ຈົ່ມແລ້ວທຳກໍຈັກໄດ້
ຄື ໑ ຕາ-ອັນຕາດີທີ່ວ່ານີ້............ມອງໃຫ້ຊອດບັນຫາ
ເອົາຕາໃນໄປມອງ......................ເອົາສະໝອງນຳໃຊ້
໒ ຫູ-ຟັງເຂົາເວົ້າ.........................ແນວດີໆອັນປະເສີດ
ຟັງໂລກຟັງເຫດເຣື່ອງ..................ໄກໃກ້ໃຫ້ໃສ່ໃຈ
໓. ດັງ-ດົມແນວໃດກໍໃຫ້...............ພຽງດົມກໍຮູ້ເຫດ
ບໍ່ແມ່ນດົມແລ້ວຮູ້..........................ເໝັນຫອມແລ້ວກໍເຊົາ ໃດເດີ
໔. ລີ້ນ-ຊິມລົດແລ້ວ......................ມາຫັດເຮັດໃຫ້ມັນດີ
ປຸງແຕ່ງໃຫ້ຄົນມັກ.........................ຮອດນິຍົມບໍ່ມີດ້ອຍ
໕. ກາຍ-ກາຍເຮົາແຂງແຮງແລ້ວ.....ຢ່າງນອນດາຍລໍຖ້າຮັ່ງ
ຄັນຕື່ນສວຍໃຫ້ໄດ້ເລື້ອງ................ຕື່ນເຊົ້າໃຫ້ໄດ້ງານ
໖. ໃຈ-ໃຈຈິງຕັ້ງແຈດແຈ້ງ.............ໃຫ້ໝັ້ນທ່ຽງຢ່າຫຼົງໃຫຼ
ກັບທັງຢ່າງົມງວາຍ.........................ຜ່ອງກະເສີມຢ່າໃຈນ້ອຍ
ໃຫ້ທຳໃຈແຂັງແຂັ້ມ.........................ທັງເປັນກາງຮູ້ເຫດ
ດີ-ຊົ່ວຄວນເລືອກໄວ້.......................ນຳມາໃຊ້ແຕ່ແມ່ນຄອງ
- ກັບທັງຕັ້ງໃຈໄວ້ໃຫ້ຖືກຕ້ອງ..........ຢ່າຫ່າວໄປຫຼົງຜິດ
ຫຼົງຕົວຫຼົງຊີວິດ................................ເໜົ່າກາຍໃຈພ້ອມ
ຈົ່ງເອົາໃຈໃຫ້ມັນໄດ້.........................ຢ່າເວໄປທາງບໍ່ແມ່ນ
ຄັນເຮັດໄດ້ດັ່ງນັ້ນ...........................ເສດຖີລົ້ນອັ່ງນະຄອນ
(ເສດຖີວັດຖຸໂດ່ງດັງໃກ ເສດຖີນ້ຳໃຈ ໂດ່ງດັງນານ)

***** ຄິດກ່ອນທຳຈຶ່ງນຳມາເວົ້າ *****

ຢາກໄດ້ດີ ບໍ່ທຳດີ ນັ້ນບໍ່ໄດ້
ມັກຈົນໄຮ້ ຫາຄວາມດີ ສັກສີຫາຍ
ຢາກໄດ້ດີ ດີແຕ່ເວົ້າ ກໍເປົ່າດາຍ
ເວົ້າຈົນຕາຍ ຫາຄວາມດີ ບໍ່ມີເລີຍ

ອັນຄວາມດີ ດີແທ້ ບໍ່ຕ້ອງຫາ
ແຕ່ຫາກວ່າ ຕ້ອງສ້າງດີ ໃຫ້ປາກົດ
ອັນຄວາມດີ ບໍ່ເຄີຍບ້ຽວ ທໍຣະຍົດ
ບໍ່ຄິດຄົດ ກັບຄົນດີ ທີ່ທຳຈິງ

ການຄິດດີ ວາຈາຈິງ ຍິ່ງສັກສິດ
ເວົ້າຄວາມໃດ ກັ່ນກອງກ່ອນ ຈາກຄວາມຄິດ
ສ້າງສະສົມ ປັນຍາຍານ ຖານຊີວິດ
ປັດຈາມິດ ສັດຕູມານ ບໍ່ໝາຍໃຈ

ການກະທຳ ສະແດງເຖິງ ເຊິ່ງຈິດເຈດ
ມີຕົ້ນເຫດ ເຄົ້າມູນ ຈາກຄວາມສັດ
ຄວາມຄິດດີ ການກະທຳ ຍ່ອມເດັ່ນຊັດ
ເວົ້າຈາມັດ ປົກປ້ອງ ຍ້ອງຜົນງານ

ອັນວາຈາ ແນວຄວາມຄິດ ການກະທຳ
ຍ່ອມຊັກນຳ ຄວາມສຳເຣັດ ດັ່ງໃຈໝາຍ
ໃຜວ່າຊົ່ວ ຄວາມຊົ່ວນັ້ນ ກໍເປົ່າດາຍ
ຜົນງານກາຍ ເຫັນປະຈັກ ສະຫຼັກດີ
ຢ່າຫລົງເຫຍື່ອ ເຊື່ອຢາກ ຈະຍາກຈິດ
ຢ່າຫລົງຕິດ ລົດເຫຍື່ອ ເຊື່ອຕັນຫາ
ຢ່າຫລົງນອນ ຫລົງກິນ ສິ້ນເວລາ
ຢ່າຫລົງວ່າ ອາຍຸເຈົ້າ ຈະຍາວນານ

ມານຳໃຊ້ເງິນກີບລາວ

* ຄົນລາວເຮົາທົ່ວຫນ້າ ກຳເນິດຢູ່ແຜ່ນດິນລາວ
ມີພາສາວັດທະນະທຳລາວ ຜ່ານມາດົນນານລ້ຳ
ນັບທັງເງິນຕາພ້ອມ ຄອງນາມວ່່າເງິນກີບ
ປວງປະຊາຮັບຮູ້ ວ່ານຳໃຊ້ຢູ່ລາວ ແທ້ໃດ
* ແຕ່ວ່າ: ຍັງມີຄົນສ່ວນຫນ້ອຍ ແລກປ່ຽນບໍ່ເຄີຍສົນ
ເພິ່ນຈ່າຍເງິນສາກົນ ໄລ່ເປັນດອນລາໄວ້
ລາງເທື່ອເປັນເງິນບາດ ນຳມາຖອນໄຖ່
ຕິດໃສ່ຕາມເຄື່ອງຄ້າ ຂາຍຊື້ຕໍ່ກັນ
* ຊາວປະຊາຊົນຊັ້ນ ຄວນຄິດຄະນຶງຫວນ ແດ່ເດີ
ມວນຊົນລາວຄາວຫລັງ ຫາກຫ່ອນເຫັນຄວາມແຈ້ງ
ເປັນຄົນລາວຕ້ອງຊົມໃຊ້ ເງິນກີບມາແລກປ່ຽນ
ຢ່າວົນວຽນລື່ນດື້ ນຳໃຊ້ບໍ່ແມ່ນທາງ
* ມາໄລຍະໃຫມ່ນີ້ ຊາດເຮືອງຮຸ່ງມີໄຊ
ທັງສະຖາປະນາ ໂລກໂລກາເຫັນໄດ້
ຈຶ່ງມີການນຳໃຊ້ ເງິນກີບລາວປະກາດຜ່ານ
ທັງສັງຄົມຮັບຮູ້ ໄກກວ້າງທົ່ວກັນ
* ດັ່ງນັ້ນ ຊາວພີ່ນ້ອງ ຢຸດເຊົາໄລ່ເປັນເງິນເຂົາ
ເງິນກີບລາວເຮົາມີ ຈົ່ງພາກັນນຳໃຊ້
ຢ່າໄດ້ໄວວາຊື້ ຖືເງິນເຂົາຈົກຈ່າຍ
ເງິນກີບເຮົາຈົ່ງຮ່ວມໃຊ້ ພຽງພ້ອມທົ່ວກັນ ແທ້ນາ!

ການສຶກສາ ໃຫ້ແສງສະຫວ່າງ ເຍືອງທາງກ້າວໜ້າ

* ການສຶກສາຊ່ວຍສ້າງ ຄົນເກີດເປັນມະນຸດ
ຂຸດຮາກຄວາມງົມງວາຍ ທັບເຮືອນຮັງຈ້າ
ດັບມອດໂມຫະຫ້ອງ ມົວເມົາຫລົງທີບ
ບີບປັນຍາສະຫວ່າງແຈ້ງ ແຍງຮູ້ເຫດທຸກອັນ
* ມີສະຕິບໍ່ເວັ້ນ ບໍ່ວາງເລີກສຶກສາ
ຖືວ່າ ເປັນອາຫານ ຄາບຄູນຄຳເຂົ້າ
ໃຫ້ຄົນຈຳຄົນຈ້ຳ ຈຳນຳນີຫນ່ຳ
ຈື່ຈຳ ຮຽນຕະຫລອດໄວ້ ໃນຫ້ອງແຫ່ງສະຫມອງ
* ຄັນບໍ່ປອງປູກສ້າງ ຄວາມຮັກຮຽນຫນັງສື
ບໍ່ຟັງແນວພັນລົງ ໃສ່ໃຈປະຈຳໄວ້
ແຕ່ສະໄຫມຍັງນ້ອຍ ຄອຍໄປກາຍແກ່
ແຫະແຫ່ນຫາແຕ່ຫລີ້ນ ກິນສຸລາທັ່ງທ້າ ກວນກ້າກ່າວບໍ່ຮຽນ ຊັ້ນໃດ.
* ຮຽນບໍ່ຄິດຄັກນັ້ນ ບໍ່ເຫັນຮ່ອມຮູປະສົງ
ບໍ່ມີຈຸດຫມາຍຫຍັງ ຫ່າວຮຽນນຳບ້ານ
ເສຍແຮງງານເສຍມື້ ເສຍໂມງເສຍປະໂຫຍດ
ເສຍເວລາລ່ອຍລ້າ ພາໃຫ້ບໍ່ຈະເລີນ
* ຄິດບໍ່ຮຽນເພິ່ນເວົ້າ ແປນເປົ່າປູມຜະຫຍາ
ບໍ່ມີປັນຍາເຍືອງ ເຍື່ອງປະການດີຮ້າຍ
ເສຍແຮງຮຽນ ເສຍມື້ ໂມງຍາມໄປຊື່ໆ
ໄພຮ້າຍໂຮມຮ່ວມຮື້ ຮືຮ້ອນເຮ່ງໃສ່ໂຕ ຊັ້ນໃດ
* ໃຜບໍ່ຮຽນບໍ່ຮູ້ ຖູຖ່ອຍທາງຜິດ
ຄິດແຄບຄຸງຄືເຮືອ ຄັບໂຄມຄາແກ້ງ
ສະຕິປັນຍາແຫ້ງ ແຍງໄກມົວມືດ
ອືດອາດ ຂັດລູກເຕົ້າ ເງົາໂງ່ບັງບອດເຈົ້າ ເຊົາໄວ້ບອກຢ່າຮຽນ ວ່າເດ
* ເພິ່ນວ່າ ຄົນຢູ່ຖ້ຳ ໄຟບໍ່ເຍືອງແສງ
ຈັກຄ່່ຳແລງຈັກປີ ມືດມົວຢູ່ແນວນີ້
ຄັນແມ່ນມີທຽນນ້ອຍ ຍອຍຍາວຈຸຈູດ
ເຮືອງຮຸ່ງ ແສງຊ່ວຍໃຫ້ ໃນຖ້ຳສະຫວ່າງຕາ ແທ້ນາ.

***** ຫົວອົກແມ່ຮ້າງ *****

ເຖົ້າແກ່ໂບຮານເພິ່ນວ່າ"ເປັນຮ້າງເພິ່ນດູຮ້າຍ...ເປັນຫມ້າຍເພິ່ນດູແຄນ"
ເຄີຍໄດ້ຍິນເພິ່ນເວົ້າ................ຄວາມເກົ່າໂບຮານ
ເປັນຕຳນານຂານໄຂ................ເຫຼົ່າເລີຍກາຍກີ້
ມີຄະຕິເຕືອນໄວ້......................ຍິງເຮົາຄວນຈື່
ຂື້ນຊື່ເປັນແມ່ຮ້າງນີ້..................ໃຜບໍ່ຍ້ອງວ່າດີ

ພໍ່ແມ່ສອນສັ່ງຊີ້.......................ຫນ້າທີ່ຄອງເຮືອນ
ການຄົບກັບເພື່ອນຝູງ................ເກົ່າເດີມດາເຄົ້າ
ເຮົາຄວນເອົາໃຈຕັ້ງ..................ໃນເຮືອນຄົງທີ່
ຈຶ່ງຈະມີສຸຂລົ້ນ........................ຄົນຍ້ອງຊ່າລື

ຍຶດຖືຄຳເພິ່ນເວົ້າ.....................ເຮົາຮ່ຳຮອນຄິດ
ບໍ່ເຮັດຜິດຮີດຄອງ...................ໃຫ້ຫມອງຫມົ່ນເສົ້າ
ເອົາໃຈເຂົາຮວມເຂົ້າ.................ໂຮມກັນເປັນຫນຶ່ງ
ຄຳນຶງເຖິງຮີດເຄົ້າ....................ເຖົ້າແກ່ນັ້ນສືບມາ

ເຫມືອນດັ່ງຟ້າຫັນປີ້ນ................ຜັນປ່ຽນທິດທາງ
ຜົວຊ່າງມາເປັນໄປ...................ຫ່າງໄກລາຮ້າງ
ປ່ອຍໃຫ້ເຮົາອ້າງວ້າງ..............ຫຼາຍຄົນເຂົາວ່າ
ເມັຽບໍ່ດີຜົວຈຶ່ງປະ....................ວ່າໃຫ້ເຮົາດື້ໆ..ຄວາມນີ້ກໍຫາກມີ

ເມື່ອຂາດທ້າຍເຮືອນີ້................ສຸດທີ່ຂັດສົນ
ຫົນທາງເດີນເປັນຫນາມ............ຖືກປະນາມເຢາະເຢີ້ຍ
ຫົວອົກເອີຍສຸດຊ້ຳ...................ຄົນເຂົາຫຍາມຫມິ່ນ
ຢາກມຸດດິນແກ່ນແຫນ້ນ............ຈົມພື້ນປັຕະພີ

ຊີວິດແມ່ຮ້າງນີ້.......................ແສນຍາກຣຳເຂັນ
ເພິ່ນເຫັນເຮົາຄືມາຣ.................ດູດດື່ມກິນເນື້ອ
ເຮືອນເຫນືອຫຼືເຮືອນໃຕ້.............ບໍ່ກາຍມາແວ່
ຢ້ານແຕ່ເຮົາຢາກໄດ້...............ຈຶ່ງບໍ່ຮ້ອງຮຽກຫາ

ບາງຄົນແນມເບິ່ງຫນ້າ...............ຢ້ານວ່າເຮົາຊິງ..(ຍາດເອົາຜົວເພິ່ນ)
ເຫຼືອດສາຍຕາແລຫຼິງ...............ເບິ່ງເຮົາເປັນຮ້າຍ
ເຫັນປາກຕີງບໍ່ໄດ້....................ໃນໃຈເວົ້າຖີ່(ເວົ້າໃສ່)
ແມ່ນຈະທຳດີສ້າງ....................ເຂົານັ້ນກໍບໍ່ວາງ

ຊ່າງມາເປັນເອົາຮ້າຍ..................ຫນ້າຫນ່າຍຊີວິດ
ຮຽມບໍ່ຕິດເອົາຄວາມ...................ຟ້າແຖນເທວາເຈົ້າ
ເປັນຍ້ອນສອງຄົນເວົ້າ................ຈາກັນຄົນລະຢ່າງ
ຕ່າງຄົນຕ່າງແຍກຍ້າຍ...............ຄົນກ້ຳຫ່າງໄກ

ສາຍໃຍຍັງເຫຼືອຄ້າງ..................ວາງຢູ່ກາງໃຈ
ບຸຕຕົນຄືໂລຫິດ........................ເມັດດຽວຖນອມໄວ້
ແມ່ນວ່າໃຈຂາດດີ້ນ...................ເປັນລົມລົ້ມທ່າວ
ສອງມືທາວຊູຊ້ວນ.....................ອວນເຈົ້າໃຫ້ໃຫຍ່ສູງ..ລູກເອີຍ

ແມ່ນເພື່ອນຝູງຫາຍຫນ້າ...............ຕາມຊ່າງບໍ່ສົນ
ຫົນທາງເດີນເຮົາມີ......................ບຸກບືນເມືອຫນ້າ
ຊາຕາຄົນເຮົານີ້..........................ມີມາບໍ່ເກິ່ງ
ຂໍເພິ່ງບຸນພໍ່ແມ່ແກ້ວ......................ເປັນເຈົ້າຮົ່ມໂພ..ຊອບແລ້ວ

***** ຂຽນໂດຍ: ລາວເລດີ ໑ *****
ເມື່ອວັນທີ່: 16/1/08 12:44

ເລື່ອງຄິດຈາກ"ຊີວິດ"ສາວມໍປາຍ

ໄດ້ອ່ານບົດເລື່ອງສັ້ນ........................ປະພັນຈາກຈຳປາແດງ
ແຕ່ງເປັນບົດກະວີ.....................ເພີ່ມມີຄຕິຊ້ອນ
ຈິດຮ່ຳຮອນນຳເຈົ້າ.....................ນັກຮຽນສາວໄວໜຸ່ມ
ສົນລະມຸນທ່ຽວດັ້ນ.....................ເຝືອຜັ້ນຄິດຢາກລອງ

ແຕ່ກອນໃຈຕໍ່ຕັ້ງ.....................ຫວັງເກຼດຄະແນນສູງ
ເພື່ອນຝູງຄູອາຈາຣຍ໌ຫອມ............ກ່າວຊົມເຊີຍຍ້ອງ
ແນວຄົນມີໃຈປ້ອງ.....................ພອນສວັນຮຽນເກັ່ງ
ເສັງເທື່ອໃດເກຼດໃຫ້.................ຄະແນນໄດ້ລື່ນເຂົາ
ເປັນລາສີສົ່ງເພີ້ມ.....................ປະດັບເຕື່ມກາຍາ
ຮູບຮ່າງສວຍໂສພາ.................ບວກປັນຍາດີພ້ອມ
ເຮັດໃຫ້ຈອມໃຈແກ້ວ..............ມານດາ-ພໍ່ແມ່
ມີໜ້າແນ່ຄົນກ່າວຍ້ອງ..............ລູກສາວເຈົ້າຈັ່ງແມ່ນດີ ແທ້ນໍ


ແຕ່ບໍ່ນານກໍເສື່ອມຊິ້ນ.....................ຄ້າຍມີປີກບິນໝີ
ເມຶ່ອຄົນດີໄປຫລົງຕິດ.....................ມິດພານມານກ້ຽວ
ທຽວເອົາໃຈແລງເຊົ້າ.....................ເຮັດຕິເອົາຫວັງນ້າວຈ່ອງ
ພິປອງເອົາໃຫ້ໄດ້.....................ມີຫລາຍເລ້ລ່ຽມໃນ

ຊາມໄວເລີຍຖືກແຮ້ວ.................ຂອງພານຊົ່ວມານໂລກີ
ມີບາງຄົນຫລົງຜິດ.....................ເພາະຖືກເສຍຟຣີແລ້ວ
ບາງຄົນໃຈເປັນແປ້ວ.....................ເສຍເຊື້ອແນວພໍ່-ແມ່
ເປັນພິດແຜ່ບາດໃຫ້.....................ເສຍໜ້າພໍ່-ແມ່ຕົນ

ສາວມໍປາຍໜີບໍ່ພົ້ນ.....................ໃນເລ້ລ່ຽມກົນລວງ
ຈິງໄປຄວງຄົນພານ.....................ກ່າວຂານກະວີເວົ້າ
ຄວາມຫວັງນາງຜິດເປົ້າ.....................ຫວັງຄວງເອົາຫລິ້ນຊື່ໆ
ບໍ່ເຊື່ອຖືຄຳປາກເວົ້າ..........ສອງເຖົ້າຜູ້ຢູ່ເຮືອນ

ພໍ່ແມ່ເຕືອນບອກບໍ່ໄດ້...................ຍັງຕົວະເຕື່ມຄຳມຸສາ.(ນໍຄຳນໍ)
ກັບເຮືອນຜິດເວລາ.....................ພັດວ່າມາແຕ່ຕິວຊ້ອມ
ຄອບວ່າຮຽນໜັກໜ້າ.....................ຄ່າຮຽນແພງຂໍເຕື່ມ
ທາດແທ້ໄປດຶ່ມຫຍິ້ນ.....................ລິນກັນເພຶ່ອນຮ່ວມຮຽນ

ພໍ່ແມ່ພຽນຫວັງສົ່ງເຈົ້າ....................ສາວຊ່ານັກຮຽນມໍ.
ຂໍເທົ່າໃດໃຫ້ຕາມຂໍ.....................ບໍ່ພໍຫາເພີ້ມ
ສ່ວນລູກສາວພັດເມົາເລີ້ມ.....................ເສີມຕິວວິຊາໃໝ່
ຕິວເທົ່າໃດໃຈຍິ່ງສົ້ວ.....................ຕາມົວມຶດເກຼດປ່ຽນແປງ

ສາວມໍປາຍຖືກກັ່ນແກ້ງ.....................ຈາກເພຶ່ອນລິນສຸລາ
ເອົາຢາເມົາປົນກັບເບຍ.....................ຖືກເຈ່ຍໂຊມໄປນອນຫ້ອງ
ຕື່ນຂື້ນມາຈົນຫລົງຮ້ອງ.....................ຊາຍຈອງຫອງຕັ້ງເປັນກຸ່ມ
ປ່ຽນກັນລຸມຂີ້ຫຍຸ້ມ.....................ຕັນຫາກຸ້ມຫຍຸ້ມບໍ່ເຊົ້າ


ແມ່ນວ່ານາງຮ້ອງໄຫ້.....................ຍໍມືໄຫວ້ວານຂໍ
ແຕ່ພວກມານບໍ່ຈັກພໍ.....................ຂົ່ມຄໍນາງໄວ້
ແຖມກ່າວໄຂຄຳຊີ້.....................ອີ່ຕົວດີມຶງຢ່າປາກ
ຫາກບອກເລື່ອງນີ້ໃຫ້.....................ຄົນອື່ນຮູ້ມຶງຕ້ອງຕາຍ

ອະນິຈານໍນ້ອງຫລ້າ....................ສອບບໍ່ຜ່ານວິຊາມານ
ຕິວເຫິງນານມານເລີຍກິນ.....................ເກືອບກິ່ນສາວສູນຊິ້ນ
ດາວໄດ້ຍິນໃຈເສົ້າ.....................ຍ້ອນຫູເບົາເຊື່ອງ່າຍ ນໍນາງນໍ

ຟັງເອົາເນີ ສາວມໍປາຍ.........ເຫັນຫລາຍລາຍແລ້ວຖືກຕົ້ມ............ເພາະຫລົງເລ້ລ່ຽມຄົນ

ຄວນທົບທວນນ້ອງຫລ້າ.....................ບູຮານວ່າມີຈິງ
ລູກຍິງຊາຍບໍ່ຟັງຄວາມ.....................ພໍ່ແມ່ເຕື່ອນສອນຍ້ຳ
ມັກມີກັມນຳກ້ຽວ....................ເວນດຶງນ້າວຈ່ອງ.
ຜີຈອງຫອງແກ່ທື້ນ.....................ລົງໝໍແຜ່ນແດງ


ດາວເປັ່ງແສງຂໍກ່າວເພີ້ມ.....................ເສີມຕໍ່ທັມມະ
ຄົນໃດມີສຳມາຄາຣະວະ.....................ຮູ້ຮັກສາຄອງແກ້ວ
ບໍ່ມີແນວພານຂ້ອງ.....................ບໍ່ຈ່ອງເວນກັບຄົນອື່ນ
ເວັນຫລືຄືນຢຶດໝັ້ນ.....................ສຕິຈັ້ງຢູ່ກາຍ

ລາຄີຄາວເຮີະຮ້າຍ.....................ປັດປ່າຍກາຍໝີ
ຄອບວ່າໃຈເຮົາດີ.....................ຍັກຜີບໍ່ມາໃກ້
ບໍ່ມີໄພມາຕ້ອງ.....................ໃຈເຈົ້າຂອງໝັ້ນທ່ຽງ
ຍອມຟັງຄວາມພໍ່ແມ່ລ້ຽງ.....................ບໍ່ຖຽງໂຕ້ຕອບຄວາມ

ຜູ້ທີ່ຜິດພາດພັ້ງ....................ຕັ້ງໂຕໃໝ່ຍັງມີຫວັງ.
ຢ່າທຸລັງດັນລົງເລຶກ.....................ຈົນຍາກຖອນໂຕຂື້ນ
ບຸກບືນໃຈແຂງສູ້.....................ບໍ່ຫວນຄືນຫາອາດີດ
ຍັງມີສິດຮ່ວມສ້າງເພີ້ມ.....................ເສີມສ້າງສິ່ງທີ່ດີ

ຂໍຈົບກອນກ່າວເຕີ້ຍ...............ຊົມເຊີຍທ່ານຜູ້ຂຽນດີ ແນ່ເນີ
ມີຄຕິແຝງສອນ...............ເອີ້ນວ່າກອນເຕືອນຊີ້
ມໄອເດຍດີເຕືອນໃຫ້................ສາວນັກຮຽນສມັຍໃໝ່
ໃຫ້ມີໃຈຮັກເນື້ອ...............ເປັນມູນເຊື້ອສືບຕໍ່ໄປ ແທ້ແລ້ວ



ຊາດທີ່ເປັນຊາຍນີ້ ຢ່າເປັນຊາຍກຳແຫ່
ຊາຍກໍ່ຊາຍແທ້ໆ ແນ່ແລ້ວເພິ່ນວ່າຊາຍ

ຊາດທີ່ເປັນຍິງນີ້ ຍິງໄປໃຫ້ມັນແນ່
ຍິງກໍ່ຍິງແທ້ໆ ແນ່ແລ້ວເພິ່ນວ່າຍິງ ສັນດອກຫວາ,ລິດຊະນະ

ເມົາຍົດລືມກາຍ ເມົາຕາຍລືມແກ່
ເມົາເມີຍລືມແມ່ ເມົາສັບສົມບັດ
ລືມສາດສະນາ ເມົາຕັນຫາຫູຫນວກຕາບອດ ລິດຊະນະ

ສອນຫລາຍນັກຮຽນເບື່ອ ສອນເຫລືອນັກຮຽນກຽດ
ສອນລະອຽດນັກຮຽນງົງ ບອກຕົງໆນັກຮຽນຂີ້ຄ້ານຮຽນ,ລິດຊະນະ ຈຳໄວ້ນັກຮຽນທໍລະຍົດ

ໄດ້ເມີຍດີປານ ໄດ້ແກ້ວຄູນລ່າງ
ໄດ້ເມີຍຊ່າງປານ ໄດ້ແກ້ວຄູນເຮືອນ
ໄດ້ເມີຍບິດເບືອນ ປານແກ່ໄມ້ລາກທາງປລ້າຍ,ລິດຊະນະສັນດອກຫວາອິອິອິ

ຄຳຂອງແມ່

ຫາກເຈົ້າບໍ່ທຽມເທົ່າກັບເຂົາອື່ນ
ຢ່າໄດ້ຄືນຖິ່ນເກົ່າໃຫ້ເຂົາຫົວ
ເຖິງກິນດິນຫຍ້າເຫມືອນຄວາຍງົວ
ໃຫ້ຕ້ັງຕົວເປັນປາດໃຫ້ຂາດໃຈ,ລິດຊະນະ

ຊາຍຊາຕີ ເຮັດວຽກເພື່ອຄົນທີ່ຮູ້ໃຈ
ສະຕີແຕ່ງໂຕ ເພື່ອຄົນທີ່ຄົນຮັກ,ລິດຊະນະ

ອັນວ່າຍຸງຍາງໄມ້ ລົມຕີຍັງຫັກທ່ອງ
ບາດວ່າເຄືອຫຍ້າປ້ອງ ລົມຕ້ອງກໍ່ບໍ່ເພ,ລິດຊະນະ

ເບິ່ງຄົນໃຫ້ເບິ່ງຫນ້າ ເບິ່ງຜ້າໃຫ້ເບິ່ງເຊີງ
ເບິ່ງວັດໃຫ້ເບິ່ງຖານ ເບິ່ງບ້ານໃຫ້ເບິ່ງຄົວ,ລິດຊະນະ

ຜູ້ຍິງຮູປຮ້າຍ ຄອງວັດພາງາມ
ຜູ້ຊາຍຮູປຊາມ ວິຊາພາຮຸງ,ລິດຊະນະ

ສະຫວັນຢູ່ໃນອົກ ຫມໍ້ນາຮົກຢູ່ໃນໃຈ
ຫມໍ້ໄຟແດງຢູ່ໃນປາກ ຫມໍ້ທຸກຢາກຢູ່ໃນມື,ລິດຊະນະ

ສົມບັດຄົນຄ້ານ
* ຄົນຂີ້ຄ້ານ ຢ້ານແດດຢ້ານຝົນ
ເພິ່ນຊິຈົນ ບໍ່ລວຍຈັກເທື່ອ
ຖ້າບໍ່ເຊື່ອ ລອງຄ້ານໂລດຫນາ
ຜົນຕາມມາ ເທວະດາລົງໂທດ
* ຢ່າໄດ້ໂກດ ຕໍ່ໂຊກຊາຕາ
ນາບໍ່ໄຖ ໄຮ່ບໍ່ລົງເຮັດ
ເປັດ ແລະ ໄກ່ ຂາດລົກຂາດຄອກ
ປາກຈອກຫວອກ ເຄີຍຮູ້ແຕ່ກິນ
* ຕີນມືມີ ບໍ່ເຮັດບໍ່ສ້າງ
ຈ້າງບໍ່ໄດ້ ໃຊ້ຍິ່ງບໍ່ຕີງ
ເວົ້າຄວາມຈິງ ນິໄສຄົນຄ້ານ
ຢ້ານຫມູ່ໃຊ້ ຕຸ້ມຜ້າປົກຫົວ
* ມີແຕ່ຕົວະ ຍົວະນ້ອຍຍົວະໃຫຍ່
ນອນຝັນໃຝ່ ຢາກໄດ້ກ້ອນຄຳ
ຊ້ຳບໍ່ຫນຳ ຢາກມີເງິນໃຊ້
ບາດວ່າໄດ້ແທ້ໆ ແມ່ນສົມບັດທຸກໄຮ້ ແບບນີ້ຊິເອົາບໍ? ນ້ອຍດອກກະເດົາ

ເຄັດລັບສ້າງປັນຍາ ຕຳລາສ້າງມິດຕະພາບ
* ບໍ່ໄປໄສນັ່ງນິ້ງ ເນົາຢູ່ໃນເຮືອນ
ວົນວາຍວຽນບໍ່ມີຫນີ ຈາກເມືອງໄກບ້ານ
ຈະບໍ່ມີວັນຮູ້ ທາງໄປຫລາຍບ່ອນ
ບໍ່ໄປກໍບໍ່ຮູ້ ທຸລະກິດເຮັດຄ້າ ຂາຍໄດ້ຮັ່ງຈັ່ງໃດ ແທ້ໃດ
* ເມື່ອທ່ານແຂງເກັ່ງກ້າ ຫານຜ່ານແດນໄກ
ຖິ່ນບໍ່ເຄີຍພານພົບ ຫາກຈະຫວນເຫັນພໍ້
ຈະພົບພານຫລາຍບ້ານ ຫລາຍເມືອງຫລາຍປະເທດ
ອັນເປັນກົກເຫດໃຫ້ ສະຫມອງໄວໃຫຍ່ກວ້າງ ໃຈແຈ້ງສ່ອງສະໄຫມ
* ໂລກນີ້ຄືດັ່ງປຶ້ມ ຫນັງສືອ່ານຫລາຍຫົວ
ຫລາຍຫມື່ນພັນຕຳນານຄົບ ຄູ່ແນວນາມກ້ອງ
ຄົນຢູ່ເນົາໃນຫ້ອງ ບໍ່ຜິປອງໄປທ່ຽວ
ເທົ່າກັບວ່ານັ່ງເຝົ້າ ເອົາຫນັງສືພັບນ້ອຍ ດຽວອ້າງອ່ານທຸກວັນ
* ລູກຄ້າຄືຫນ່ວຍແກ້ວ ແນວປະເສີດຂຸມຊັບ
ມີຄ່າສູງມະຫາສານ ຕໍ່ການຂາຍຄ້າ
ທຸລະກິດຈະເລີນໄດ້ ໄປໄວກ້າວໃຫມ່
ເງິນເດືອນທັງຄ່າຈ້າງ ເງິນປັນຜົນພ່ຳພ້ອມ ເຂົານັ້ນຈ່າຍທຸກອັນ
* ເອີ້ນຄົນອອກຊື່ແຈ້ງ ສະແດງຜູກໄມຕີ
ເປັນວິທີຈູງມິດ ມັດໃຈຈິງໄວ້
ໃຜຜູ້ຫລົງລືມຫນ້າ ລືມຕາລືມຊື່
ຈຳຈື່ຄົນບໍ່ໄດ້ ທັກທາຍໄປຈັ່ງຊັ້ນ ເຖິງຂັ້ນເພິ່ນຊິຊັງ ແລ້ວໃດ
* ວິທີຜູກມິດຫມັ້ນ ກະສັນຮ່ວມໄມຕີ
ເຄັດລັບມີສະບາຍເບົາ ທີ່ຄວາມຄຳເວົ້າ
ເອີ້ນຊື່ຈິງເຂົາເລື້ອຍ ເລີງໆຫລາຍເທື່ອ
ເມື່ອພົບຈຳຈື່ຫນ້າ ຈາເອີ້ນຊື່ຢ່າລືມແທ້ເນີ
* ການທັກທາຍກ່າວເອີ້ນ ອອກຊື່ຄົນຜິດ
ຫລາຍເທື່ອທີ່ຍັງຜິດ ບໍ່ຈຳໃຈໄດ້
ນີ້ຄືໄຟພວມໄຫມ້ ສາຍໃຍມິດຕະພາບ
ເຂົາຊິຫລົບຫລາບເຈົ້າ ເຊົາໃກ້ກ່ຽວພັນ... ແທ້ນາ.ດຣ.ທອງຄຳ ອ່ອນມະນີສອນ



ນັກກິລາ: ວ່າຍນ້ຳ ດຳນ້ຳ
Hobby: ຫລີ້ນຄອມ
ສີທີ່ມັກ: ດຳ
ເພງທີ່ມັກ: ສະຕິງ ຮິບຮ໊ອບ ລູກທຸ່ງບ້ານນາ
ອື່ນ ໆ: ບໍ່ລືມຂີ່ຫລັງຄວາຍຢູ່ບ້ານນາແນມເບິ່ງສາວອາບນ້ຳຕູດດຳດຳລໍ່ຫລິ້ນອິອິອິອິ

ຄວາມສຸກຈະມີ ຫາກທຳໃດ້

ຟັງເດີຍາດພີ່ນອ້ງ................ຜູ້ຫັວງຕໍ່ສຸກຂັງ
ຟັງສາທຳມະທານ...................ເງີນງານຈະມີໃດ້
ໃຜຢາກມີເງິນໃຊ້...................ຢູ່ສະບາຍຫາຍທ່ານ
ເງີນງານຂອງຫມູ່ນີ້................ມີໃດ້ງ່າຍດາຍ ແທ້ນາ

ນື່ງຢ່າເປັນຄົນກຽດຄ້ານ...............ວ່າງ່າຍນອນເວັນ
ບໍ່ໃດ້ທຳການຫາ................ເຮັດຫັຍງມາເງີນໃດ້
ມີແຕ່ນອນໃນຫອ້ງ.................ເປັນຄົນດາຍສະບາຍເປົ່າ
ນັ່ງເກົາເຫົາຫົວຍຸ້ມ ໆໆ .................ມືຂານັ້ນແຂນນອ້ຍບໍ່ຕີງ

ສອງ..ຕອ້ງຮູ້ຈັກວ່າໃດ້..................ແນ່ໃສ່ການປະຫັຍດ
ເກັບເງີນອັດເປັນຄຳ................ໃຫ້ຈຳນວນຄົງໃວ້
ຫາມາຫລາຍເປັນກອ້ນ................ລະນຳການໃຊ້ຈ່າຍ
ຮູ້ຈັກດາຍວ່າຄ່າໃຊ້..............ຂອງນັ້ນທີ່ບໍ່ຄວນ

ສາມ ຕອ້ງເປັນຄົນກ້າສ້າງ..................ຫາແນ່ເງີນຄຳ
ບໍ່ໃດ້ງານແນວດີ...............ແລ່ນຫນີບໍ່ທຳຈອ້ຍ
ໃຈບໍ່ຫັວງນຳແລ້ວ...............ແນວງານທີ່ບໍ່ມັກ
ຫນັກຫລືເບົວລຸກສູ້..............ຈິ່ງຊິຮູ້ບອ່ນເງີນ

ສີ່ ຕອ້ງຮູ້ຈັກຣີບຮອ້ນ............ມີບອ່ນຫາເງີນ
ອົດທົນຂະຫັຍນທຳ...............ຕາກແດດດຳທົນກັ້ນ
ວັນຄືນຕອ້ງຕາຕັ້ງ...................ຫັວງຫາເງີນບໍ່ໃດ້ງ່າຍ
ທຸກທັງວັນຄືນລວຍສູ່ມື້........................ວັນຄືນນັ້ນ ບໍ່ໃດ້ນອນ ແທ້ນາ

ຫ້າ.ຕອ້ງຮູ້ຈັກວ່າໃດ້..............ທາງທີ່ຖືກຜິດກົຫມາຍ
ບໍ່ທຳລາຍທາງຜິດ ...............ຮີດປະເພນີບ້ານ
ເປັນຄົນພານກິນເຫົລ້າ...................ສຸລານ້ຳສະອາດ
ປາດຫນັງ*********ລັກໄກ່ຕົ້ມ.................ຊົມນອນຊອ້ນ ບໍ່ແມ່ນເຮືອນ

ຫົກ.ຕອ້ງຮູ້ຈັກຮຽນຮູ້............ຄີດຮ່ຳຄະນີງຫາ
ຫາວິຊາທີ່ມີຫລາຍ....................ເຕັມຜະຫຍາລົງກ້າ
ເປັນຄົນສອນທັງຮູ້....................ເກັ່ງວີຊາດີທຸກຢ່າງ
ນັ້ງເຊັນກິນຈ່າຍນັ້ນ.......................ຍອ້ນນາມທ້າວນໍ່ປັນຍາ

ເຈັດ ຕອ້ງຮູ້ຈັກບອ່ນຄ້າ................ວ່າທຸກອົດໃຫ້ອົດສາ
ຫນັກຫນາແສນສາຫັດ....................ໃຫ້ຄອ່ຍພຽນແສນກັ້ນ
ນອນສະຫງັນຫລາຍດ້າມ.................ຖາມແນວໃດໃຫ້ທົນແນ່
ເປັນເດັກນອ້ຍຫາບກະດົ້ງ........................ຂາຍກອ້ຍຫມູ່ຜຳ

ເປັນຄົນຍູ້ລໍ້ຂໍຊ່ວຍທ້ານ.................ຕາມຕະຫລາດໃນເມືອງ
ແບກກະເປົ່າລົງເຮືອ...................ຍົກຂອງຂື້ນສິນຄ້າ
ຂາຍປູປາ ແລະ ຂາຍນ້ຳ..................ຂະຫນົມນາມກອ່ນໄຫຍ່
ຂາຍຜັກໃສ່ກາດຫໍ້..............ຂາຍຫນໍ້ປັ້ນແກ່ນເຜົາ

ຜັກກະເດົາຜັກຫຍ້າ................ບົ້ງລາຄາແພງສົມຄ່າ
ຂ່າເປັນກໍປູກໃຫ້ໃດ້...................ຂາຍໃດ້ສ່ຳລາຄາ
ເປັນພະນັກງານລັກນັ້ນ..................ໃຫ້ອົດດ່າຟັງຄຳສອນ
ເປັນບົດກອນນັກກາວີ...............ຕອ້ງສະແຫວງຮຽນຮູ້

ເປັນຫມໍດູຫມໍໄພ້...................ເລັ່ນຫວຍບໍ່ເຂົ້າທ່າ
ແຕ້ມແດງລັກໃກ່ເມຍສົ່ງຂ້າ..................ຫາເງີນແຕ້ມບໍ່ມີ
ຫ້າມທີ່ບອກຂໍ້ນີ້..................ນອນຫັລກສູກຄອງທຳ
ນອນນຳສາວບໍ່ມາເຮືອນ....................ໄກ່ຂັນເຕືອນໄປຈອ້ຍ

ໄປຕາມເທກບານັ້ນ.................ລືມເຮືອນຊານຮ້ານຮົ່ມ
ລົມວຽກງານລືມວຽກບ້ານ...................ວິທີນີ້ແຫ່ງຊິຈົນ
ລືມຮອດຄົນຄອຍຖ້າ....................ພັນຍາເມຍ ແລະ ລູກອອ່ນ
ນອນເຮືອນງານລືມບ້ານນອ້ຍ....................ຫັລງຄາຫຍ້າທີ່ເຄີຍ

ການທີ່ສຸກຊິຫມັ້ນ....................ເວັ້ນຈາກທຸກອະບາຍ
ເວັ້ານຈາກການພະນັນ..................ດອກຕົວະວິທີຕົ້ມ
ວາຈານວນໃສກ້ຽງ...................ມີທຳນຳປະກອບ
ທາງທີ່ຊອບບໍ່ລັກລ້ຽວ.....................ພະຍາມສ້າງຊິຈະເລີນທ່ານເອີຍ

ອາຫານທີ່ມັກ: ເອາະລາມ ປິ້ງຂຽດ ເອາະຫວກ ເອາະເທົາ ປິ້ງຕຸ໊ກແກ ຈີ່ຈຽມ
ປາແດກ ປາສົ້ມ ເອາະປາ ຫມົກປາ ແກ້ງປາ ປິ້ງປາ ທອດປາ
ມັກທີ່ສຸດຄືຂີ້ຄັນຄາກແຊບຫລາຍ
Widgets
ID:


ຮຽນເຊີນທຸກທ່ານໃຫ້ຄວາມເຫັນໄດ້ຕຶຊົມໄດ້ສິໄດ້ປັບປຸງໄດ້ນ້ອມຮັບຄຳຕຶຊັມເດີ້ທັ້ງຊາຍຍິງ

ມີເງິນຫຍວນໃຫ້ມີເຕັມຫີບ
ມີເງິນກີບໃຫ້ມີເຕັມຂັນ
ມີເງິນໝັນໃຫ້ມີເຕັມພາ
ມີເງິນໂດລາຣ໌ໃຫ້ມີເຕັມໂອ
ມີເງີນຢູໂຣໃຫ້ເຕັມເຣືອນເຕັມຊານ
ຫາກມີຫຼາຍເຫຼືອລົ້ນ ຢ່າເອົາໄວ້ຕົນມັນຊີຢາກ
ຕ້ອງເອົາຝາກມ້ຽນໄວ້ ໃນທະນາຄານພຸ້ນບ່ອນປອໄຟ


“ ສາວມະຫາໄລສອບບໍ່ໄດ້ໃນວິຊາຮັກ ”

ວັນທີ່ນາງຢ່າງເຂົ້າ…….....….…….ກ້າວຢຽບມະຫາໄລ
ເປົາຫມາຍນາງຄືຮຽນ………..…….ບໍ່ບິດບຽນຝືນຂໍ້
ກົດມະຫາໄລຕັ້ງ…………..……….ການຮຽນຕ້ອງຄົບສູດ
ທຸກວິຊາຜ່ານໄດ້…………..………ຈິ່ງຊິໃຫ້ປະລິນຍາ ວ່າເດ!

ທຸກວັນນັ່ງໃນຫ້ອງ………….....….ນາງກໍ່ສຸມໃຈຮຽນ
ພາກພຽນຟັງຄຳຄູ…………..…….ຈົນວ່າເສັງຜ່ານພົ້ນ
ປີສອງວົນວຽນເຂົ້າ…………..……ວິຊາຮຽນອ່າວຍາກ
ຄົ້ນຄວ້າຫນັກຫນ່ວງລ້ຳ……………ຫວັງໄດ້ຄະແນນດີ

ແຕ່ວ່າໃນປີນີ້………….….....…ມີວິຊາແປກມາ
ນັ້ນຄືວິຊາຮັກ…………….…….ອ່ານຕຳລາຍັງງົງແລ້ວ
ແນວນາງບໍ່ເຄີຍຮູ້………….…..ວິຊາຮັກມາກ່ອນ
ຄູສອນເພີ່ນພັດເວົ້າ…………….ຫວານຈ້ອຍປ່ອຍຄາລົມ

ນາງກໍ່ທຸ່ມໃຈເຂົ້າ………….....…ຮຽນຕໍ່ຕາມວິຊາ
ປາຖະຫນາຮຽນຈົບ…………….ຄົບຕາມຫນ່ວຍກິດຕັ້ງ
ຈົນມາເຖິງຕອນທ້າຍ…………..ປາຍປິປິດພາກ
ວີຊາຮັກຕີວເລື້ອຍ……………..ແຕ່ບໍ່ພົ້ນເມື່ອເສັງ ເວນເອີ໋ຍ!

ຫລາຍວິຊາເຄີຍເວົ້າ………..…..ວ່າຍາກເຫລືອຫລາຍ
ໄຕມູມທັງເຄມີ…………......……ທິດສະດີຈົ່ມຍາກລ້ຳ
ແຕ່ເມື່ອຕິວຫລາຍຄັ້ງ…….....…..ໄປເສັງຍັງພໍຜ່ານ
ວິຊາຮັກຮຽນງ່າຍແທ້………...….ແຕ່ຍາກລົ້ນເມື່ອເສັງ

ປີ 2-3 ແລ່ນຂ້າມ……....….….ປີ4ຊິວຽນມາ ແລ້ວເດ!
ນາງຍັງຕິດວິຊາ………...….….ຕຳລາຮັກຄົງຄ້າງ
ເຮັດແນວໃດນາງຊິໄດ້……...….ປະລິນຍາກັບຕ່າວ
ຫນວ່ຍກິດຕິດຫນີ້ໄວ້………...….ແກ້ບໍ່ໄດ້ຮັກຖືກລືມ ອຸກໃຈເດ!

ເຕືອນໃຈໃຫ້ຂໍ້ຄິດ ມິດແທ້ ຄືສັດຈະທຳ

* ສະໄຫມເປີງກ່ອນກີ້ ທຳມະຊາດອຸດົມດີ
ປະເທດໃດມີຫລາຍ ຮັ່ງວິໄລຈະເລີນໄດ້
ດຽວນີ້ ມີຄົນກ້າ ປັນຍາຍອດສະຫລາດ
ຈິ່ງສາມາດເຮັດໃຫ້ ເມືອງບ້ານຮຸ່ງຈະເລີນ
* ກອງດັບເພີງເພິ່ນເວົ້າ ມີເຫດໄຟເຜົາ
ກໍຈິ່ງເອົາກັນລຸກ ແລ່ນໄວໄປຟ້າວ
ຄັນບໍ່ມີໄຟໄຫມ້ ເຢັນໃຈເສີຍຢູ່
ບໍ່ຄືພວກພໍ່ຄ້າ ຫາວິທີອ່ອຍເອີ້ນ ເຊີນເຈົ້າຈ່າຍແຕ່ເງິນ ຊັ້ນໃດ
* ຢູ່ຈອມພູໃຫຍ່ພຸ້ນ ລົມພັດຮຸນແຮງ ທ່ານເອີຍ
ແຜງລິດມາຍາມໃດ ສັ່ນສະເທືອນຍາມນັ້ນ
ຄົນຜູ້ນຳສູງຊັ້ນ ສຳຄັນຄອງຕຳແຫນ່ງ
ບັນຫາຫລາຍແຫລ່ງຖ້ວມ ຖົມທົ້ນທັ່ງບໍ່ເຊົາ ແທ້ໃດ
* ອັນວ່າສັດຊາດເຊື້ອ ເຊັງຊື່ແມງວັນ
ເຖິງແມ່ນມີດວງຫອມ ກ່ອມຊົມລຽນລ້ອມ
ມັນບໍ່ຍອມຍິນໃກ້ ຫນີໄປໄກຫ່າງ
ຫາຂອງເຫມັນເນົ່າຮ້າຍ ຫມາຍໃຈຈິງຈອງຝັ້ນ ກະສັນຕຸ້ມໄຕ່ຕອມ
* ງ່າໄມ້ ມີຫມາກພົ້ວ ພວງໃຫຍ່ດົກຫນາ
ມັນກ່ອງລົງມາດິນ ຢ່ອນໂຍນຍານກົ້ມ
ສົມທຽບຄົນຄວາມຮູ້ ປັນຍາຊານສະຫລາດ
ຫາກສາມາດອ່ອນນ້ອມ ຖະຫນອມທອມຖ່ອມເຂົ້າ ຈາເວົ້າຕໍ່ທຸກຄົນ ຫັ້ນແລ້ວ
* ສິ່ງສົ່ງຜົນຟັ່ງຟ້າວ ຄາວຫນຶ່ງຄາວດຽວ
ຫລຽວເບິ່ງໄວທັນຕາ ດັ່ງພະອິນທາຊີ້
ສິ່ງນັ້ນຫນີໄວແທ້ ຜັນແປແປງປ່ຽນ
ຂຽນມຶກຍັງບໍ່ແຫ້ງ ແຍງບໍ່ທັນທົ່ວຫນ້າ ຫາຊູ້ກໍບໍ່ເຫັນ ແລ້ວເດ
* ປຽບດັ່ງປູກຫມາກພ້າວ ກັບພິກວັນດຽວ ກັນນັ້ນ
ຫມາກພິກສອງສາມປີ ຢ່າງເຫິງຕາຍແລ້ວ
ສ່ວນວ່າ ແນວນາມພ້າວ ຍືນຍາວເຍືອຍິ່ງ
ຫລາຍສິບປີຢູ່ນີ້ງ ນານລ້ຳລື່ນຈິງ ແທ້ນາ
* ວິທີການທ່ານໃຊ້ ຍາມເມື່ອວັນວານ
ອາດບໍ່ມີຜົນດີ ຕໍ່ງານວັນນີ້
ບໍ່ມີສີພະລັງຍູ້ ຊູງານວັນໃຫມ່
ບໍ່ອາດຊວນຊ່່ວຍໃຫ້ ງານອະນາຄົດກ້າວ ໄກໄດ້ດັ່ງປະສົງ
* ລຸກໃຫມ່ນັ່ງໃຫມ່ພ້ອມ ຄິດໃຫມ່ແປງປະດິດ ເອົາທ້ອນ
ປະສົມປະສານສິນ ສອດສະແຫວງສັບຊ້ອນ
ປະບ່ອນເປັນຕາຖີ້ມ ຈັບເອົາອັນເດັ່ນ
ຖືເປັນແກນແກ່ນຝັ້ນ ສຳພັນກັບຍຸກນີ້ ວິທີກ້າວເກ່ງສະໄຫມ ຊອບແລ້ວ.

"ນ້ຳຕາແມ່"

* ແມ່ເອີຍແມ່ ເຊົາສາ ຢ່າຮ້ອງໄຫ້
ແມ່ອຸກໃຈ ນຳລູກ ບໍ່ເປັນຄົນ
ລູກຮູ້ດີ ລູກຊົ່ວ ມົວເມົາຕົນ
ບໍ່ກັງວົນ ຮ່ຳຮຽນ ຂຽນຂີດອ່ານ
* ລູກຜິດແລ້ວ ແມ່ແກ້ວ ລູກແສນຊົ່ວ
ໄປເມົາມົວ ຕິດຫມູ່ ຜູ້ຂີ້ຄ້ານ
ທີ່ຜ່ານມາ ຫມູ່ພາ ເປັນຄົນພານ
ລືມວຽກງານ ການສ້າງ ທີ່ແມ່ສັ່ງ
* ເອົາແຕ່ໃຈ ຕົນເອງ ບໍ່ຟັງໃຜ
ວ່າຕົນໃຫຍ່ ເກັ່ງກ້າ ບໍ່ຫ່ວງຫຍັງ
ແມ່ແນະນຳ ທາງດີ ລູກບໍ່ຟັງ
ມີບາງຄັ້ງ ແມ່ຫລັ່ງ ນ້ຳຕາໄຫລ
* ແມ່ເວົ້າໃຫ້ ໃຈລູກ ບໍ່ຈົດຈຳ
ບໍ່ຫ່ວງນຳ ຄຳສອນ ແມ່ມອບໃຫ້
ຂໍໄດ້ຫລິ້ນ ໄດ້ກິນ ກໍສຸກໃຈ
ແຕ່ຈິດໃຈ ຂອງແມ່ ລະທົມທຸກ
* ແມ່ກຳເນີດ ຊີວິດ ລ້ຽງລູກດູ
ທັງອູ້ມຊູ ດູແລ ໃຫ້ລູກສຸກ
ໄດ້ສົ່ງເສີມ ຄວາມຮູ້ ຄູ່ໃຫ້ລູກ
ເຫັນລູກທຸກ ແມ່ອຸກ ແສນຈາບັນ
* ມາບັດນີ້ ລູກແມ່ ຈະທຳຕົນ
ໃຫ້ເປັນຄົນ ດີເດັ່ນ ເປັນສຳຄັນ
ຈະເລີກລະ ຄວາມຊົ່ວ ບໍ່ພົວພັນ
ໃຫ້ຄຳຫມັ້ນ ສັນຍາ ສາບານໄດ້
* ຂໍກົ້ມກາບ ຕັກແມ່ ພະມາດາ
ລູກກັບມາ ຂໍໂທດ ໂປດອະໄພ
ລູກຮູ້ສຶກ ສຳນຶກ ຜິດພາດໄປ
ເຊົາຮ້ອງໄຫ້ ເຖີດຫນາ ແມ່ຮຽມເອີຍ.
ຂໍ້ຄິດຄຳຄົມ ລົ້ມຄວາມໂງ່
* ຜູ້ບໍ່ຫານບໍ່ກ້າ ປະເຊີນສ່ຽງໄພຫຍັງ
ຢ່າຫວັງຄອງເປັນດີ ໂຊກມີບໍ່ມາໃກ້
ມີແຕ່ຊວຍສູນລ້າ ແນມຫາແປນເປົ່າ
ໄດ້ແຕ່ເງົາໂສກເສົ້າ ພາເຈົ້ານັ່ງເຫງົາ ຫັ້ນແລ້ວ
* ຄັນໃຈຫານເກ່ງກ້າ ສຸຂະພາບແຂງຂັນ
ປັນຍາເຍືອງແຍງເຫັນ ສະຫລາດເລັງແລແຈ້ງ
ອອກແຮງ ດຸດັນສ້າງ ພຽນຂະຫຍັນຫັນໃສ່
ວຽກໃຫຍ່ສູງຊ່ຳຟ້າ ບໍ່ມີຄາຄັ່ງໄວ້ ກະທຳໄດ້ຄູ່່ຊູ່ອັນ ແທ້ແລ້ວ
* ທ່ານອາດຈະຊັກຊ້າ ເສີຍຢູ່ເຢັນສະບາຍ
ເວລາກາຍບໍ່ລໍໃຜ ເລື່ອນລອຍໄປເລື້ອຍ
ລິວແລ່ນໄວວາເປື້ອງ ປິວໄປປານເມກ
ໃຜຫ່ອນອອກເອກຕ້ານ ຕັນປ້ານປ່ອງມັນ ໄດ້ເດ
* ທຸກນາທີທ່ານຊ້າ ລາວຽກສະບາຍເບົາ
ບໍ່ເອົາການງານຫຍັງ ນັ່ງນອນຫມົດມື້
ຄົນອື່ນເຂົາບືນດັ້ນ ດັນເດີນໄປກ່ອນ
ລ້ຳຫນ້າ ຕອນທ່ານຖ້າ ຊຶງຊ້າຊ່າງແຕ່ນອນ ຫັ້ນນາ
* ໃນຮູບເງົາເພິ່ນເວົ້າ ມີພະເອກຄົນດຽວ
ທຸລະກິດມີທິມ ພະເອກຫລາຍຄົນສ້າງ
ໃຜຍ່າງດຽວເດີນລ້ຽວ ທຽວທາງຜິດພາດ
ຂາດສຳພັນທະພາບແຫນ້ນ ແສນຊິກ້າເກ່ງກໍຄາ ແທ້ນາ
* ບໍ່ມີຫຍັງເກີດຂຶ້ນ ຄັນນັ່ງຄະນິງເອົາ
ເມົາແຕ່ຝັນກະສັນເຖິງ ເບິ່ງດາວກາງຟ້າ
ເບິ່ງຈັນທາເພັງແຈ້ງ ເທິງພະໂຍມແຍງໂລກ
ຫວັງແຕ່ໂຊກບໍ່ສ້າງ ທາງກ້າວແມ່ນບໍ່ມີ ແທ້ໃດ໋
* ຄວາມສົມຫວັງເກີດໄດ້ ຈະເລີນຮຸ່ງເຮືອງໃສ
ມີໃບເງິນຄຳເຮືອນ ລົດຍົນຍານໂກ້
ບໍ່ແມ່ນໂປໂລຂຶ້ນ ຝືນຝັນເອົາງ່າຍໆ
ຈະຫວັງດາຍເພາະຄ້ານ ການງານປະປ່ອຍລ້າ ຫາລ້ຽວຫລອກບໍ່ລວຍ ດອກ
ນາ.ດຣ.ທອງຄຳ ອ່ອນມະນີສອນ

ແມ່ຍອມຂາຍຕົວ....ເປັນຄົນຊົ່ວ(ໂສເພນີ) ເພື່ອລູກ.

ກອນນີ້ເປັນກອນຊີວິດ ຍາວຈັກຫນ່ອຍ ແຕ່ເພື່ອສະທ້ອນສັງຄົມທີ່ເຫັນໆຢູ່,
ຈຳປາແດງຂອງຝາກໃຫ້ແກ່ລູກໆທຸກຄົນທີ່ກຳລັງສຶກສາຢູ່.... ໃຫ້ຮັກແມ່ຫຼາຍໆເດີ!

ລູກສາວດຽວແມ່ກອດອູ້ມ.............ສຸມໃສ່ດວງໃຈຮັກ
ສູ້ວຽກຫນັກງານເບົາ...................ເພື່ອລູກສາວໄດ້ຄືບ້ານ
ເຣື່ອງວຽກງານບໍ່ເຄີຍທໍ້.................ຂໍໄດ້ເງິນແມ່ບໍ່ວ່າ
ຂໍພຽງໄດ້ເງິນມາ.....ທຸກມື້ຫາໄຂວ່ຄວ້າ........ຜົວນາງນັ້ນເພິ່ນແຍກທາງ

ຊີວິດຂອງແມ່ຮ້າງ.......................ມີຊ່ອງວ່າງໄປທາງຜິດ
ແລ້ວແຕ່ສວັນລີຂິດ....................ບໍ່ຄິດອາຍຂາຍຫນ້າ
ຕັ້ງຫນ້າຫາໂຮມທ້ອນ.................ກາງເວັນນອນໃນຫ້ອງເຊົ່າ
ເພື່ອຫາລ້ຽງລູກສາວ...ກາງຄືນຕານົກເຄົ້າ......ສຽງຄົນເວົ້າກ່າວຂວັນ

ວາສນາມີຄົບຖ້ວນ...................ເກືອບທຸກຢ່າງທາງສະບາຍ
ໂມໂຕໄຊທ໌ທຽວໂຮງຮຽນ..........ຄືເພື່ອນຝູງສເມີດ້າມ
ສາວຄົນງາມບໍ່ເຄີຍຮູ້................ຄວາມອົດສູຂອງແມ່
ພໍຄຳນຶງເຫັນແຕ່...ແມ່ຫາເງິນມາໃຫ້ໃຊ້.....ບໍ່ເຄີຍໄດ້ຊັກຖາມ

ການຮ່ຳຮຽນກໍເລັ່ງເລີ້ມ................ປີສາມມໍ່ຈົບມໍປາຍ
ມີເພື່ອນຊາຍຄອຍຕິດຕາມ...........ດອກໄມ້ງາມຕາມຕື້
ສຽງຊ່າລືດັງຕຶ້ມ........................ວ່າສົມກັນຍົກໃຫຍ່
ອ໊ອດລູກເຈົ້າຫຼານນາຍ.......ວາສນາສາວຮູບໂກ້.....ໂສກັນເລື້ອຍເປັນຂ່າວລື

ວາສນາ...ກັບມາເຮືອນແຕ່ລະມື້...............ແມ່ບໍ່ຢູ່ໄປທຳງານ
ລູກສາວເພີນວັຍຄະນອງ.......................ມີບ່າວວອງຕາມກົ້ນ
ເກີດມີສຽງຄົນເວົ້າ.............................ລູກສາວດຽວຄຽວຄືແມ່...ບໍ່ເດ
ເຫັນຜູ້ບ່າວມາແວ່....ສຽງຈໍແຈປາກແມ່ຄ້າ..........ນິນທາເວົ້າເຣື່ອງບໍ່ດີ
ມັນຄົງມຸ່ນປົ່ນປີ້............................ລູກກະຫຼີ່ຄົນຫາເງິນ
ບາງຄົນເມີນເບະສົບ.....................ເຣື່ອງບໍ່ຈົບກໍຫາເພີ້ມ
ບາງຄົນແນມຫົວເຢີ້ຍ....................ປົນເປີຍແບບແທ່ງທັ່ງ
ເບິ່ງຜູ້ບ່າວລູກຄົນຮັ່ງ....ມາຍ່າງຄວງລູກແມ່ຈ້າງ.....ຈົງໃຈມ້າງຊາຕຕະກຸລ

ເລີ້ມຈຸດໄຟໃຫ້ເຣື່ອງວຸ້ນ..................ເກີດເຣື້ອງມຸ່ນປານເຕະເຫັດ
ກາເຈັດສົບຈົບເສັດ.......................ເຮັດໃຫ້ເຖິງຫູນ້ອຍ
ສາວຄົນພອຍໄດ້ຍິນເຂົ້າ.................ຈົນໂຕເບົາເຮືອນປິ່ນ
ຫຼືວ່າສິ່ງທີ່ໄດ້ຍິນ.....ແມ່ຫາກິນແບບນັ້ນ..........ສຸດຝືນກັ້ນຄິດຢາກອາຍ

ວາສນາຮ້ອງຮ່ຳໄຫ້.....................ໃນຫ້ອງເຊົ່າເຫງົາສຸດໆ
ຖ້າເປັນຈິງພໍຢາກມຸດ....................ດິນແກ່ນຕາຍໃຫ້ມັນແລ້ວ
ແຕ່ເຖິງແນວໃດນັ້ນ......................ຕ້ອງນຳທັນພິສູຕແນ່
ຈະຕິດຕາມໄປເບິ່ງແມ່.....ບ່ອນທຳງານໃຫ້ຮູ້........ແລ້ວມາກູ້ຊື່ສຽງ

ຄືດັ່ງຟ້າຜ່າປ້ຽງ..........................ອອກເປັນປ່ຽງສຽງໂຄມຄາມ
ຫນາຈອບນຳເຫັນມານດາ..............ວ່າເຮັດງານຫຍັງແທ້
ເຫັນແມ່ແວໄປຫຼັງຮ້ານ..................ແຖວອາຄານສີແສງຮຸ່ງ
ມີຜູ້ຊາຍຫຸ່ນສູງ....ມາຈູງແຂນແມ່ເຂົ້າ....ໂລມເລົ້າຂເຍົ່າໃຈ

ຕໍ່ໄປເຫັນແມ່ໄດ້........................ມີຊາຍໃຫມ່ມາເຊີຍຊົມ
ຈູບກອດດົມປານໃນຫນັງ.............ນັ່ງຢອກເຍົາເຂົາອູ້ມ
ຫນາກໍຄຸມສະຕິຕັ້ງ.....................ອະນິຈຈັງນາງແສນເບື່ອ
ບຳເຣີຊາຍຈຸນເຈືອ....ຮ້ອງໄຫ້ເມືອຮອດບ້ານ.....ໃຈສະທ້ານປາກບໍ່ດັງ

ເຮົາເປັນລູກແມ່ຈ້າງ....................ຄືດັ່ງເຂົານິນທາ...ເດນໍ
ແມ່ກັບມາຕອນເດິກ.....................ຕ້ອງເກີດເສິກສົງຄາມແນ້
ຕອນແມ່ມາຫນາຢືນອຶ້ງ................ຫນ້າຂຶງໆເຂົ້າໄປໃສ່
ແມ່!...ແມ່ນແມ່ມາແຕ່ໃສ!........ລູກຮູ້ໃດງານແມ່ເປື້ອນ........ປານຫວາຍຂ້ຽນລູກຫນ່ຳເອົາ

ແມ່ບໍ່ຈັກແນວຊິເວົ້າ....................ຈຳເປັນເລົ່າຄວາມຈິງ
ແມ່ນເປັນຍິງຫາເງິນ...................ຍ້ອນປະເຊີນຄວາມເຈັບຊ້ຳ
ກໍມັນຈຳເປັນແທ້........................ແມ່ບໍ່ມີທາງຫາອື່ນ
ສຸດແມ່ທົນກ້ຳກືນ.....ຫວັງລ້ຽງລູກເຕີບໃຫຍ່ຂຶ້ນ.....ຊິໂງຟື້ນເລີກລາ

ແມ່!.....ແມ່ນເຈົ້າເມົາຫຼືບ້າ.............ສຽງຄົນຊ່າຫນາອັບອາຍ
ລູກຢາກຕາຍໃຫ້ມັນຫວິດ..............ຮູ້ວ່າຜິດຍັງທຳໄດ້
ລູກອັບອາຍຂາຍຫນ້າ...................ມີສາວບາຣ໌ມາເປັນແມ່
ເຄີຍໄດ້ຍິນຕັ້ງແຕ່...ແມ່ຄົນອື່ນມາແມ່ນເຈົ້າ.......ຂ້ອຍຊັງເຈົ້າລູກກ່າວຫຍາມ

ອັດປະຕູສຽງຕຶ້ມຕ້າມ..................ທືບຕີນຫນໍ່າສຽງແຮງ
ລູກສາວແພງບໍ່ຍອມຮັບ...............ວ່າແມ່ຕົນເປັນຄົນມົ້ວ
ນອນລີ້ຕົວໃນຫ້ອງ.....................ນ້ຳຕານອງຄຽດຮ້າຍໃຫຍ່
ແມ່ກໍແສນອັບອາຍ....ຮ້ອງໄຫ້ຈົນສະອື້ນ....ນ້ຳຕາຈື້ນຊຸ່ມຫມອນ

ວາສນາໄດ້ຄິດຢ້ອນ...................ສະທ້ອນເຣື່ອງເສັຽວາຈາ
ຈົນນ້ຳຕາມານດາໄຫຼ...................ໄຫ້ຮ່ຳໄຮລະອາຍເຣື້ອງ
ລູກສາວເຄືອງເຄັງຮ້ອງ................ສຽງຫອງຮ້ອງດ່າ...ຊິເປັນບໍ?
ໂທ່...ລູກວາສນາ....ແມ່ລ້ຽງມາຫວັງໄດ້ໃຊ້......ສັງມາໄດ້ດ່າແມ່ແພງ

ພໍດີໃກ້ຊິແຈ້ງ............................ວາສນາແຕ່ງຂັນສົມມາ
ກາບມານດາລົງປາຍຕີນ...............ແລ້ວຍື່ນຂັນສົມມານ້ອມ
ລູກນີ້ຍອມຜິດແລ້ວ.....................ແນວບໍ່ດີລູກໄດ້ກ່າວ
ຂໍສົມບັດສົມມາ.......ຢ່າໃຫ້ເປັນບາບທ້ອນ.......ທີ່ຫຼົງຢ້ອນທັ່ງສຽງ

ແມ່ລູບຜົມກ່ຳກ້ຽງ.......................ສຽງໄຫ້ຮ່ຳຖລຳຫາ
ກອດມານດາຖນອມຮັກ................ປາກຈົ່ມມຸມມິມເວົ້າ
ລູກຂໍເອົາແຮງສູ້........................ຊູມານດາຫາແນວອື່ນ
ເລີກເປັນຍິງກາງຄືນ....ມາບຸກບືນຕໍ່ສູ້....ເອົາແຮງກູ້ກຽດຜູ້ຍິງ

ແມ່ຍັງໄຫ້ເກືອກກິ້ງ.......................ຄິດທວນສິ່ງຣາຄີຄາວ
ລູກສາວຍັງຮິງຮັດ.......................ກອດພິງມານດາແຫນ້ນ
ສອງມືແຂນຂາມີພ້ອມ...................ລູກບໍ່ຍອມໃຫ້ແມ່ເມື່ອຍ...ອີກແລ້ວ
ສອງແມ່ລູກ....ຄ່ອຍຄຶດຫາ....ຄ່ອຍຮິບໂຮມ....ຄ່ອຍສະສົມຢູ່ເລື້ອຍ...
.......ຄົງຫວິດພ້ອຍເຣື່ອງບໍ່ດີ.....ແມ່ເອີຍ!

ຄືນັບແຕ່ມື້ນີ້..............................ເຮົາຊື້ເຄື່ອງຂາຍຂອງ
ເລີກໂຮງຮຽນລູກລົງລັດ................ຕລາດແທນມືເຈົ້າ
ອາທິດເສົາແມ່ຢຸດໄດ້...................ລູກໄປຂາຍແມ່ພັກຜ່ອນ
ເຮົາອົດອອມຢອມກ່ອນ....ສູ້ບໍ່ຢ່ອນຫຼືກຽດຄ້ານ.....ຄົງມີບັ້ນບ່ອນສະບາຍ...ແມ່ເອີຍ!

ເປັນເຣື່ອງຣາວສະທ້ອນໃຫ້...............ເຫັນໃຈແມ່ຜູ້ທົນທຸກ
ເພື່ອລູກສາວພໍມີສຸຂ.......................ທຸກສ່ຳໃດກໍທົນກັ້ນ
ສຽງເຢີ້ນຫຍັນຂອງຊາວບ້ານ.............ຍອມຊົມຊານນ້ຳຕາບົ່ມ
ຣາຄີຄາວໂສມົມ......ກິ່ນຄາວຕົມເກືອກກົ້ວ....ກາຍເຫມັນຕົ້ວເພື່ອລູກສາວ...ລູກເອີຍ!