ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 29, 2011 | ມີ 10 ຄຳເຫັນ ແລະ 0 trackback(s)


ບ່າວ ຫຳ (ສົມມຸດ) ນັ່ງຢູ່ໃນບາຣ໌  ຊຶງເບິ່ງແຕ່ຈອກເຫລົ້າ ບໍ່ປາກບໍ່ເວົ້າເຄິ່ງຊົ່ວໂມງແລ້ວ. ພໍດີມີໂຊເຟີລົດບັນທຸກຮ່າງໃຫຍ່ບຶກບືນ ຄໍແດງ ເປັນຕາຢ້ານ ຍ່າງກາງແຂນ ອາດໆເຂົ້າມາໃນບາຣ໌ ຄ້ວາຈອກເຫລົ້າຂອງບ່າວຫຳໄປດື່ມອັກໆລົງໄປຈົນໝົດກ້ຽງ. ບ່າວຫຳເລີ່ມຮ້ອງໄຫ້ອອກມາເຕັມສຽງ.
ໂຊເຟີລົດບັນທຸກ: ໂອ້ຍ...ໂຕກະດາຍ...ເຮົາຢອກໂຕຊື່ໆດອກ ອັນເຫລົ້າຫັ້ນ...ເຊົາໆບໍ່ໄຫ້. ເອົານີ້ຊິຊື້ໃຫ້ຈອກໃໝ່ດອກ. ໂອ້ຍ...ທໍ່ນີ້ກະໄຫ້ຍ້ອນ.

ບ່າວ ຫຳ: ມັນບໍ່ແມ່ນແນວນັ້ນດອກບ່າວ. ມື້ນີ້ຂ້ອຍຊວຍສຸດໆເລີຍ! ຕື່ນສວຍໄປການບໍ່ທັນຖືກນາຍໄລ່ອອກ...ຊິເມືອບ້ານອອກມາຫາລົດເຂົາຜັດລັກໄປແລ້ວ ຕຳຫຼວດບອກວ່າຊ່ອຍຫຍັງບໍ່ໄດ້...ຂຶ້ນແທັກຊີເມືອບ້ານ ບາດລົງ ຜັດລືມກະເປົາເງິນໄວ້ໃນລົດແທັກຊີ ບັດເຄຣດິດກະຢູ່ໃນຫັ້ນໝົດ...ເຂົ້າໄປໃນບ້ານ ຜັດເຫັນເມັຽເຫລັ້ນກັບຄົນສວນຢູ່ເທິງຕຽງ. ເຮົາກຸ້ມໃຈກະເລີຍເຂົ້າມາບາຣ໌ນີ້ແຫລະ ຕັ້ງໃຈວ່າຊິຈົບຊີວິດໃຫ້ມັນແລ້ວໆໄປສາຊັ້ນດອກ...ໂຕຜັດຄາດລາດເຂົ້າມາຄ້ວາເອົາຢາພິດເຮົາ ໄປດື່ມອີກ.

Delicious Digg Fark Twitter