ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 10, 2013 | ມີ 17 ຄຳເຫັນ ແລະ 0 trackback(s)

      ກ່ອນອື່ນກໍ່ຂໍຊົມເຊີຍກັບນັກສືກສາລາວເຮົາທີ່ເປັນນັກຮຽນ ທີ່ດີຂອງຄູອາຈານ ເປັນລູກທີ່ດີຂອງພໍ່ແມ່ ເປັນພົນລະເມືອງທີ່ດີຂອງຊາດ. ແຕ່ສີ່ງທີ່ຂ້າພະເຈົ້າຈະຂໍວິຈານ ຕໍ່ສັງຄົມອອນໄລ

ນີ້ມັນເປັນເລື່ອງ ທີ່ໜ້າເຊື່ອມເສຍຕໍ່ສັງຄົມລາວເປັນຢ່າງຍິ່ງເຊີ່ງຂ້າພະເຈົ້າເບີ່ງຄີບ ວີດີໂອ ຄວາມຍາວບໍ່ເກີນ10 ນາທີ່ ເຫດເກີດຂື້ນທີ່ໂຮງຮຽນແຫ່ງນື້່ງ ແລະ ມີນັກຮຽນຍິງ ຍໍ້າຕື່ມ ເປັນຍິງ

ສອງຄົນ ກໍ່ເຫດຕີກັນ ເພື່ອຍາດແຍ່ງ ຄົນຮັກ( ຜູ້ຊາຍ ) ທີ່ບໍ່ໜ້າຈະເກີດຂື້ນໃນປະເທດເຮົາ ທີ່ແສນຮັກແພງຂອງຄົນລາວທັງຊາດ ແຕ່ກໍາລັງຈະເຊື່ອມເສຍດ້ວຍມືຂອງຄົນບໍ່ເທົ່າໃດຄົນ ທີ່

ຮູ້ເທົ່າບໍ່ເຖີງການ ສ້າງຄວາມອັບອາຍໃຫ້ຄົນລາວທັງຊາດ ໃນຄາບນັກຮຽນ ເຊີ່ງເປັນອະນາຄົດຂອງຊາດ ເຊີ່ງໃຊ້ກໍາລັງທໍາຮ້າຍກັນຢ່າງເອົາເປັນເອົາຕາຍ ໂດຍບໍ່ເສຍດ້າຍ ຊີວິດເລືອດເນື້ອ ທີ່

ພໍ່ແມ່ຂອງຕົນ ສຸມເງີນຄໍາເພື່ອສົ່ງໃຫ້ລູກໄປຮຽນໜັງສື ເພື່ອຫວັງໃຫ້ລູກມີອະນາຄົດທີ່ດີ ບໍ່ຕ້ອງທຸກຍາກໃນອະນາຄົດ ທີ່ບໍ່ມີພໍ່ແມ່ ລ້ຽງດູ ໂດຍບໍ່ຫັວງສິ່ງໄດຕອບແທນ. ຂ້າພະເຈົ້າເບີ່ງແລ້ວ

ຊ່າງອະນາດໃຈຫຼາຍ ຈົນຕ້ອງມາເລົ່າສູ່ເພື່ອນຊາວພັນລາວ ຮັບຟັງ  ເຖີງເຫດການດັ່ງກ່າວ ໃນຄຣີບນັ້ນ ເຫັນນັກຮຽນສອງຄົນຕີກັນ ໂດຍມີໝູ່ນັກຮຽນອ້ອມວົງ ແລະ ບໍ່ມີໃຜຄິດຢາກໄປຫ້າມ

ແລະ ທີ່ສໍາຄັນມີມືດີພັດນໍາເອົາຄຣີບດັ່ງກ່າວໂພດລົງ ໂລກອອນໄລ  ເຊີ່ງທັດສະນະສ່ວນຕົວຂອງຂ້າພະເຈົ້າແລ້ວ ບໍ່ຄວນຢ່າງຍິ່ງ ທີ່ຮຽນແບບ ປະເທດເົຂາໃນດ້ານນີ້ ເຊີ່ງກຸ່ມຄົນທີ່ບໍ່ດີ ທີ່ຫັວງ

ມ້າງເພທໍາລາຍບ້ານເມືອງເຮົາ ເຂົາຈະສວຍໃຊ້ກົນອຸບາຍທຸກໆຮູບແບບ ໂດຍບໍ່ຫັວງດີແນ່ນອນ  ຕົວຢ່າງກາມີໃຫ້ເຫັນທຸກມື້ແລ້ວ ທາງໂທລະພາບ ເຫດການຕ່າງໆ ທີ່ເກີດຂື້ນ ຢູ່ບ້ານເພີ່ນ

ນັ້ນມັນສົ່ງຜົນສະທ້ອນໃຫ້ເຫັນວ່າບ້ານເມືອງເຮົາ ຍັງເປັນປະເທດໜື່ງທີ່ມີຄວາມສະຫງົບເປັນຢ່າງດີຂອງ ເອເຊຍ  ສະນັ້ນ ເຮົາທຸກຄົນຄວນ ມີສ່ວນຮ່ວມ ຮັກສາມູນເຊື້ອທີ່ດີ ທີ່ປະເທດອື່ນໆ

ອິດສາຢ່າງຍິ່ງ ສີ່ງທີ່ດີໆ ຮົາຄວນສົ່ງເສີມ ໃນໂລກອອນໄລ ຕາມທັດສະນະສ່ວນຕົວຂອງຂ້າພະເຈົ້າແລ້ວ ແມ່ນມີຄວາມພູມໃຈຢ່າງສູງ ທີ່ເກີດມາເປັນຄົນລາວ ຮັກໃນລະບອບ ຂອງລາວ ຮັກ

ບ້ານເຮົາ ສິ່ງໄດ ທີ່ເຮັາສາມາດເຮັດ ເຖີງແມ່ນວ່າເປັນສິ່ງເລັກໆນ້ອຍ ກໍ່ຕາມ ຖ້າທຸກຄົນຮ່ວມໃຈກັນເຮັດ ມັນກໍ່ເປັນກ້ອນກໍາລັງຄວາມດີ ທີ່ຍິ່ງໃຫຍ່ ຄົນທີ່ຄິດບໍ່ດີຕໍ່ບ້ານ ເມືອງ ກໍ່ຈະແພ້ໄພ

ຕົວເອງ ເຊີ່ງພຸດທະສາດສະໜາ ເຮົາເອີ້ນວ່າ :  ກໍາ