ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 27, 2015 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

                                             ອັນວ່າຄວາມຮັກມາແລ່ນກຸ້ມ ມັນຄືຊຸມ່ງວມຫົວ ຄວາມຮັກມາພໍພໍ ມັນຄືກະທໍງວມໄວ້

ຄົນເຮົາເກີດມາໃນໂລກນີ້ ໃຜກໍ່ປະຕິເສດບໍ່ໄດ້ວ່າ ຄັ້ງໜື່ງໃນຊີວິດ ສິຄິດມັກ ແລະ ຮັກໃຜຈັກຄົນໜື່ງ ແຕ່ຄວາມຮັກທີ່ຈະເອົາມາເວົ້າມື້ນີ້ ແມ່ນຄວາມຮັກສອງຊ້ອນຮັກ ກໍ່ຄື ຄົນທີ່ມີຄູ່ແລ້ວ ແຕ່ພັດມີຄວາມຮັກຊ້ອນຕື່ມອີກ ທີ່ສັງຄົມບໍ່ສາມາດຍອມຮັບໄດ້  ອັນນັ້ນກາບໍ່ໝາຍຄວາມວ່າເຂົາສິເປັນຄົນໂລເລ ຫຼາຍໃຈ ເພາະຄົນເຮົາແມ່ນມີຄວາມ ຕ້ອງການທີ່ແຕກຕ່າງກັນ ແຕ່ເລື່ອງນີ້ເປັນອີກມຸມໜື່ງ ຫຼືເຫດຜົນໜື່ງທີ່ກໍ່ໃຫ້ເກີດຮັກຊ້ອນ ຂື້ນ ຕາມທີ່ໄດ້ພົບເຫັນຈາກຄົນໄກ້ໂຕມາ ເພາະຊີວິຜູ້ຊາຍຄົນໜື່ງໃນເວລາ   ທີ່ເຂົາຍັງໂສດ ເຂົາອາດຍັງບໍ່ທັນພົບຄົນທີ່ຖືກໃຈເຂົາໝົດທຸກແນວເຖີງແມ່ນວ່າຄູ່ຄອງທີ່ເຂົາຢູ່ກີນນໍາກັນທຸກມື້ແມ່ນໄດ້ມາຍ້ອນ

ຄວາມຮັກກໍ່ຕາມ ແຕ່ຄວາມຕ້ອງການຂອງເຂົາແມ່ນຍັງບໍ່ຄົບ ຄວາມຕ້ອງການນັ້ນບໍ່ໄດ້ໝາຍຄວາມວ່າ ເລື່ອງເທີງຕຽງ ແຕ່ອາດຈະແມ່ນສິ່ງທີ່ປະທັບໃຈເຂົາ ທີ່ຄູ່ຄອງຂອງລາວບໍ່ສາມາດຮັບຮູ້ໄດ້ ເຊັ່ນ: ຄວາມເອົາໃຈໃສ່, ຄວາມຫ່ວງໃຍທີ່ສໍາພັດໄດ້, ຄວາມຮູ້ສືກຄືສະໄໝຕອນທີ່ມີຮັກຄັ້ງທໍາອິດແຕ່ບໍ່ສົມຫັວງ, ຄວາມໃຫ້ກຽດ     ເຊີ່ງກັນແລະກັນ ແລະອື່ນໆ ທີ່ເປັນເຫດຜົນພຽງພໍ ທີ່ເຮັດໃຫ້ຜູ້ຊາຍຄົນໜື່ງຕັດສິນໃຈ ນອກໃຈຄູ່ຮັກຂອງຕົນ  ທັງໝົດນັ້ນ ກໍ່ຍ້ອນສອງຄໍາຄື : ( ຄວາມສຸກ )  ຄວາມສຸກທີ່ເກີດຂື້ນ ອີກມຸມໜື່ງຂອງຊີວິດ ທີ່ເຂົາຊອກຫາມາດົນ ແຕ່ກັບມີຜູ້ຍິງຄົນໜື່ງມາມອບໃຫ້ເຂົາດ້ວຍຄວາມເຕັມໃຈ ຈື່ງເຮັດໃຫ້ເຂົາທັງສອງມີຄວາມເພີ່ງພໍ     ໃຈເຊີ່ງກັນແລະກັນໂດຍບໍ່ມີຂໍ້ຜູ້ມັດໃດໆ ແຕ່ໃນທາງຮີດຄອງປະເພນີແມ່ນບໍ່ສາມາດຍອມຮັບໄດ້ ແລະນີ້ກໍ່ເປັນຄວາມຮັກອີກຮູບແບບໜື່ງທີ່ບໍ່ສາມດ ບັນຍາຍເປັນ    ທິດສະດີ ຫຼື ຫຼັກການຕາຍໂຕ ແຕ່ມັນຫາກເກີດຂື້ນໂດຍບໍ່ຮູ້ສືກໂຕ ທີ່ບໍ່ຖືກໃຜ ກາສິບໍ່ຮູ້ສືກ.(ຂອບໃຈທີ່ອ່ານຈົນຈົບ )