ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 5, 2017 | ມີ 1 ຄຳເຫັນ ແລະ 0 trackback(s)

ສະບາຍດີເພື່ອນ ພັນລາວທຸກທ່ານຂ້າພະເຈົ້າຂໍຍົກບັນຫາການນໍາໃຊ້ລົດ ໂດຍສະເພາະລາຍຈ່າຍທີ່ເກີດຂື້ນ ໃນການຊົມໃຊ້ລົດ ພາຍໃນປະເທດເຮົາ ທີ່ຫັາຍຄົນກໍາລັງພົບພໍ້ໃນປະຈຸບັນນີ້  ເຊື້ອວ່າທຸກທ່ານຄືສິ ມີທັງຜູ້ພໍໃຈແລະບໍ່ພໍໃຈ ກ່ຽວກັບລາຍຈ່າຍທີ່ເກີດຂື້ນແບບທະວີຄູນ ຕໍ່ລດຍົນທີ່ທ່ານຊື້ມາດ້ວຍເງີນໂຕເອງ ເພື່ອມາຊົມໃຊ້ໃນຊີວິດປະຈໍາວັນ ທີ່ສະດວກສະບາຍ ເປັນສ່ວນໂຕ ບາງຄົນກໍ່ໃຊ້ເຫື່ອແຮງຫາເງີນສະສົມມາເຄີ່ງຊີວິດ ເພື່ອມາຊື້ລົດຈັກຄັນໜື່ງ ບາງຄົນກໍ່ກູ້ຢືມເງີນມາເພື່ອຊື້ ຍ້ອນມີຄວາມຈໍາເປັນຕ້ອງໄດ້ໃຊ້ ໃນການຊົມໃຊ້ກໍ່ອາດໃຊ້ສ່ວນໂຕເອງ ແລະ ໃນທາງພານິດ  ໃນນາມສ່ວນຕົວຂອງຂ້າພະເຈົ້າແລ້ວເຊື່ອວ່າທຸກທ່ານທີ່ຊື້ລົດມາຊົມໃຊ້ລ້ວນແລ້ວແຕ່ມີຄວາມຈໍາເປັນແລະຕ້ອງການສູງ  ແຕ່ສີ່ງທີ່ເກີດຂື້ນໃນປະຈຸບັນພັດເປັນບັນຫາໃຫຍ່ສໍາລັບຊີວິດຂອງຂ້າພະເຈົ້າ ແລະຫຼາຍຄົນ ເນື່ອງຈາກ ໄດ້ມີການເກັບເງີນຄ່າທາງ ທີ່ສູງຂື້ນເປັນຫົກເທົ່າ ຈາກທີ່ເຄີຍເສຍ 50.000 ກີບຕໍ່ປີ ພັດຂື້ນເປັນ 300.000ກີບ ຄິດໄລ່ຕາມແຮງຈັກ ເຮັດຜູ້ມີລົດຫາຍຄັນຕ້ອງພົບບັນຫາໜັກໜ່ວງ ນອກນັ້ນກໍ່ຍັງມີການບັງຄັບໃຫ້ລົດໄຫຍ່ ຕ້ອງເຮັດປະກັນໄພລົດຍົນ ອີກນັ້ນສະແດງວ່າ ປະກັນໄພລົດໜື່ງຄັນ ຕໍ່າສຸດແມ່ນ ສອງແສນຫ້າ ຫາ ສາມແສນ ເປັນ ຫົກແສນກີບຕໍ່ຄັນ ແລ້ວ ນໍ້າມັນພັດຂື້ນທຸກເດືອນ  ແລະ ຫັ່ວງມໍ່ແລ້ວນີ້ໄດ້ຍີນວ່າສິໄດ້ເສຍຄ່າກອງທືນທາງນະຄອນຫຼວງອີກ ສີ່ແສນກີບຕໍ່ຄັນ ໝາຍວ່າລົດທີ່ຂື້ນປ້າຍນະຄອນຫຼວງສິໄດ້ເສຍຄ່າທາງຕື່ມອີກ ສີ່ແສນ ສະນັ້ນລົງຄັນໜື່ງ ຕົວຢ່າງລົດວີໂກ້ ທີ່ມີແຮງຈັກ ສາມພັນຂື້ນໄປ ແລະປ້າຍນະຄອນຫຼວງວຽງຈັນ ຈະໄດ້ເສຍເງີນທັງໝົດ ແມ່ນໜື່ງລ້ານກີບຕໍ່ປີ ນອກນັ້ນຍັງມີ ຄ່າກວດກາເຕັກນີກປະຈໍາປີອີກ ແລະ ຄ່າບໍາລຸງຮັກສາສ້ອມແປງລົດ ແລະຍັງໄດ້ພະເຊີນກັບຄ່ານໍ້າມັນ ທີ່ບໍ່ແນ່ນອນອີກ ທໍ່ໄດ້ບໍ່ຮູ້  ສະນັ້ນ ຈື່ງສະຫຼຸບໄດ້ວ່າ ລົດທີ່ເຮັາຊື້ເອງດ້ວຍນໍ້າພັກນໍ້າແຮງຂອງຄົນ ທີ່ເສຍພາສີຖືກຕ້ອງຕາມກົດໝາຍ ຍັງຕ້ອງໄດ້ມີລາຍຈ່າຍອີກ ຫຼາຍລາຍການ  ແລ້ວສິມີທືນມີຮອນຫັຍງມາສ້າງສາເຮືອນຊານບ້ານຊ່ອງ ແລະຈັບຈ່າຍສີ່ງທີ່ຈໍາເປັນອີກຫຼາຍຢ່າງ  ສິໃຫ້ບ້ານເມືອງເຮົາພົ້ນທຸກໃນປີ 2020 ສິເປັນໄປໄດ້ບໍ່  ຄັນສິບໍ່ຂີ່ລົດພັດ ມີຄວາມຈໍາເປັນຮັບໃຊ້ຄອບຄົວ ໃນຊີວິດປະຈໍາວັນ ອັນນີ້ກໍ່ຟາກບັນດາທ່ານທີ່ອ່ານ ຊ່ວຍວິເຄາະ ແລະ ຄໍານືງວ່າ ຄົນໜື່ງຄົນ ໃນມື້ໜື່ງ,ເດືອນໜື່ງ ແລະ ປີໜື່ງໃຊ້ຈ່າຍເງີນ ໄປຫຼາຍປານໃດ ທຽບກັບລາຍຮັບເຮົາມັນສົມດຸນກັນຫຼືບໍ່  ຮ້າຍແຮງໄປກວ່ານັ້ນ ໃນອະນາຄົດອາດມີປະກົດກາຍຫຍໍ້ທໍ້ເພີ່ມຂື້ນຢ່າງຫຼວງຫຼາຍໃນສັງຄົມລາວເຮົາກໍ່ເປັນໄປໄດ້  ຂອບໃຈທີ່ອ່ານ