ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 17, 2010 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

   ກາບ" ການສັນຈອນ"

ຟັງເດີເຈົ້າ        ຂ້ອຍຈະເລົ່າເລຶ່ອງສັງຄົມ

ເພິ່ນນິຍົມ              ສັນຈອນໄປມາ

ໂດຍລົດລາ           ພາຫານະທັນສະໄໝ

ໂດຍບໍ່ໄດ້            ໃສ່ໃຈກົດຈະລາຈອນ

ເພິ່ນສັ່ງສອນ         ຄ່ອຍໄປຄ່ອຍມາ

ຖຶກກົດຈະລາ        ເພິ່ນວາງເອົາໄວ້

ໄວລຸ້ນໄດ້              ຝືນຕໍ່ກົດໝາຍ

ເປັນຜົນຮ້າຍ         ໃຫ້ແກ່ສັງຄົມ

ໃຫ້ທຸກຄົນ         ຮັບຄວາມເດືອດຮ້ອນ

ສົ່ງຜົນສະທ້ອນ       ໃຫ້ແກ່ຄອບຄົວ

ຍ້ອນຄວາມລົ້ວ        ເລງຂອງລູກເຕົ້າ

ດັ່ງນັ້ນເຮົາ               ຊ່ວຍກັນສັ່ງສອນ

ໃຫ້ເປັນດັ່ງ              ກົດໝາຍວາງໄວ້

ຈະບໍ່ໄດ້                  ເກີດອຸບັດເຫດ

ເປັນສາເຫດ          ໃຫ້ແກ່ສັງຄົມ

ໃຫ້ລະດົມ               ລູກເຕົ້າເຮົາໄວ້

ຢ່າສູ່ໄດ້                  ປະໝາດເກີນໄປ

ອາດເຮັດໃຫ້            ເຖິງແກ່ຊີວິດ






Delicious Digg Fark Twitter