ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 18, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

   ກາບ " ດິນແດນໄຊຍະ"

ໄຊຍະນີ້             ແມ່ນແຜ່ນດິນລາວ

ຮູບຮ່າງຍາວ         ແຕ່ເໜືອອເຖິງໃຕ້

ຢູ່ຝັ່ງຊ້າຍ             ຂອງແມ່ນ້ຳຂອງ

ເຊີນພີ່ນ້ອງ          ມາຢາມມາແວ່

ມີຕັ້ງແຕ່             10ເມືອງໂຮມຕອນ

ພູຜາຊ້ອນ           ເໝືອນໜ່ວຍໜໍ່ຂ້າງ

ຖິ່ນຂີ້ຊ້າງ           ຊຽງຮ່ອນຫົງສາ

ງາມໜັກໜາ      ພະທາດຊຽງລົມ

ເຊີນມາຊົມ        ເມືອງເງີນງາມຍິ່ງ

ເປັນຂວັນມິ່ງ      ແມ່ນເມືອງໄຊຍະ

ບູລະນະ            ຜາຊ້າງຜາເສືອ

ເຂົ້າປາເຫຼືອ         ແມ່ນແດນເມືອງພຽງ

ມີຊື່ສຽງ               ບໍ່ແຕນແດນກ້າວ

ສາມາດຂ້າ            ຕີສັດຕູຕາຍ

ເມືອງປາກລາຍ      ສາລີໝາກພ້າວ

ເມືອງແກ່ນທ້າວ       ໝາກຂ້າມລຳໄຍ

ທົ່ງມີໄຊ               ສັດປ່າມາກມາຍ

ຄົນທັງຫຼາຍ          ຍິນດີຕ້ອນຮັບ

 

Delicious Digg Fark Twitter