ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ຫົວລ້ານລື່ນຄູ ກັບ ຄວາມຄິດສ້າງສັນ
ສ້າງເມື່ອ ມ.ກ.. 11, 2010 31 ຄົນໂຫວດ, 24 ຄຳເຫັນ, ອ່ານ 812 ເທື່ອ
ຄູທອງ ຫັນໄປຢິບຊັອກໃນຫີບກະດາດສີເຫຼືອງອ່ອນ ແລ້ວກໍ່ຫັນມາເວົ້າກັບເດັກນັກຮຽນວ່າ "ມື້ນີ້ຄູຈະສອນໃຫ້ຫັດແຕ້ມຮູບໄຮ່ນາຢ່າງດຽວຕໍ່ໄປຈຶ່ງຈະຮຽນວິຊາອື່ນໆ ໃຜແຕ້ມເສັດແລ້ວໃຫ້ເອົາໄປສົ່ງຄູໄວ້ເທີງໂຕ໊ະ ແລ້ວກໍ່ພັກທ່ຽງໄປເລີຍ ຕອນບ່າຍຂຶ້ນຫ້ອງຄູຈະກວດໃຫ້ຄະແນນ" ຄູທອງວ່າເທົ່ານັ້ນກໍ່ແຕ້ມຮູບໄຮ່ນາເປັນຕາລາງສີ່ຫຼ່ຽມຕິດກັນຫົກຊ່ອງລົງໃນກະດານດຳເປັນຕົວຢ່າງເພື່ອໃຫ້ເດັກນ້ອຍນັກຮຽນເບີ່ງ ພໍແຕ້ມເສັດແລ້ວກໍ່ຍ່າງໄປທາງຊັ້ນ ປ.໑ ແລະ ປ.໒



............ນັກຮຽນໃນຊັ້ນຜູ້ຍິງຫັນໜ້າໄປມາໃສ່ກັນແລ້ວຫັນມາທາງຫຼັງພັກໜຶ່ງຈຶ່ງກົ້ມລົງຂີດໃນກະດານດຳຂອງໂຕເອງ ສ່ວນບັກຄູນນັ້ນກໍ່ເພີ່ງໄດ້ຈັບດິນສໍກັບກະດານດຳຂອງແທ້ໃນຕອນນີ້ ສ່ວນບັກຈັນດີກໍ່ເຊັ່ນກັນເປັນງຶກໆງັກໆ ພ້ອມຮ້ອງຂຶ້ນຢ່າງແຮງວ່າ "ນາຜີບ້າກູບໍ່ຢາກວາດ ມັນບໍ່ມີຝົນຕົກລງມາໃຫ້ຈັກເທື່ອ" ເດັກນ້ອຍຜູ້ຍິງທີ່ນັ່ງກົງຂ້າມກັບບັກຈັນດີຫັນມາເຮັດຕາແວ໋ວຄືຈະຍິ້ມແຕ່ບໍ່ຍິ້ມ ແລ້ວຫັນກັບໄປ




............ບັກຄູນຈັບໄມ້ບັນທັດຂຶ້ນວາງທາບກະດານ ແລ້ວຂີດໄປຊ້າໆ ຕາກໍ່ຫຼຽວເບີ່ງໃນກະດານດຳໄປເລື້ອຍໆ ແຕ່ກໍ່ຂີດໆ ຫຼາຍເທື່ອ ເມື່ອຄູທອງຍ່າງຜ່ານມາບອກນັກຮຽນວ່າ "ໃກ້ສິຮອດເວລາພັກທ່ຽງແລ້ວແຕ້ມໄວໆ " ບັກຄູນກັບບັກຈັນດີຈຶ່ງລົງມືຂີດອີກຢ່າງຕັ້ງໃຈ ເມື່ອບັກຄູນຂີດຕາຣາງໄດ້ຄົບຫົກຄືຂອງຄູທອງແລ້ວ ກໍ່ຄວ່ຳກະດານໄວ້ ເມື່ອເບີ່ງຂອງບັກຈັນດີທີ່ວາດແລ້ວ ແຕ່ມີຮູບຂີດໜາໆ ຢູ່ຕົງກາງເປັນວົງກົມ ກໍ່ເລີຍສົງໄສຖາມວ່າ "ນັ່ນມັນແມ່ນຮູບອີຫຍັງ" ບັກຈັນດີບອກວ່າ




"ນີ່ຈອມໂພນຈອມໃຢ່ຢູ່ກາງນາກູ"




"ຄູທອງບໍ່ໃຫ້ວາດ ໃນກະດານຂອງຄູທອງ ກໍ່ບໍ່ມີ" ຄູນບອກມັນ



"ແຕ່ນາຂອງກູມີ ກູຕ້ອງວາດ"




ບັກຈັນດີວ່າແລ້ວກໍ່ລຸກຂຶ້ນເອົາຜົນງານໄປວາງໄວ້ເທີງໂຕ໊ະຄູທອງ ແລ້ວອອກໄປຮ້ອງຢ່າງແຮງທີ່ໜ້າຊັ້ນວ່າ "ຂອງຜູ້ຍິງຜູ້ຊາຍວາງໄວ້ຄົນລະບ່ອນ ຢ່າປົນກັນເດີ້!!"




ເມື່ອມີສຽງລະຄັງພັກທ່ຽງບັກຄູນກັບບັກຈັນດີກໍ່ພາກັນໄປຂ້າງລຸ່ມກ່ອນໝູ່ຄົນອື່ນ ບັກຄູນຄຶດຢູ່ໃນໃຈວ່າ ທີ່ບັກຈັນດີວາດຈອມໂພນລົງນຳນັ້ນມັນຄືສິໄດ້ຄະແນນຫຼາຍກວ່າເຮົາເປັນແນ່ນອນ ຢາກຈະວາດລົງໄປຄືກັນແຕ່ໄຮ່ນາຂອງບັກຄູນມັນບໍ່ມີຈອມໂພນເລີຍ...




ແລ້ວທ່ານສິໃຫ້ຄຳຄິດເຫັນແນວໃດ໋ກັບຮູບທີ່ບັກຈັນດີວາດລົງໄປ ລະຫວ່າງ ບັກຫົວລ້ານລື່ນຄູ ຫຼື ບັກຄວາມຄິດສ້າງສັນເປັນເລີດ ທ່ານລອງໃຫ້ຄຳເຫັນ


ເນື້ອເລື້ອງເຕັມໆ ອ່ານໄດ້ທີ່ລິ້ງຄ໌ນີ້ http://punlao.com/love4nut/diary/10514/