ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 6, 2012 | ມີ 14 ຄຳເຫັນ ແລະ 0 trackback(s)

ຂ້ອຍຢູ່ນະຄອນຫລວງແຖວໂຮງຮຽນຊັບພະວິຊາມາ 20 ກ່ວາປີແລ້ວເຫັນການປ່ຽນແປງຊ່ວງ 7-8 ຜ່ານມາຄື

ໄດ້ໃກ້ຊິດກັບເພື່ອນບ້ານຫນ້ອຍລົງ  ຄົນລາວເຫັນແກ່ໂຕຫລາຍຂຶ້ນເຊັ່ນ

1.ແຕ່ກີ້ມີງານບຸນຫຍັງພີ່ໆນ້ອງໆເພື່ອນສະຫນິດກະມາຊ່ວຍກັນເຮັດກິນຕົວຢ່າງມີ

ງານຕອນແລງເຂົາມາຊ່ວຍວຽກແຕ່ຕອນບ່າຍ ລ້າງຜັກ ເຮັດແນວກິນ

ສະໃໝນີ້ ຖ້າຮອດໂມງງານຈັ່ງມານັ່ງເປັນແຂກໂລດ

2.ແຕ່ກີ້ເຮັດງານດອງ ຢູ່ບ້ານກະເຮັດໄດ້ສະບາຍ ມີຮອດຕັ່ງນັ່ງ(ບໍ່ມີໂຕະ) ແຂກກະຕ້ອງໄດ້ນັ່ງຈັບຖ້ວຍກິນ

ດຽວນີ້ ໄປພັດທະຄານໂລດ ໂຕະຕັ່ງຫຍັງ ກະເອົາຜ້າປູມາຮອງເອົາ

3.ເພື່ອນບ້ານບາງຄັ້ງແຕ່ກີ້ ມີຫຍັງກິນແກງຫນໍ່ໄມ້ກະເອົາມາໃຫ້ ດຽວນີ້ລະແລ້ວເຫັນຫນ້າກັນກະກາຍໄປຊື່ໆ

4.ໝູ່ຄູ່ແຕ່ກີ້ມີງານວັນເກີດເຮົາເຂົາກະມາແຕ່ເວັນເພື່ອຊ່ວຍກຽມນັ້ນນີ້, ດຽວນີ້ຜູ້ໃດກະມາ 7-8 ໂມງ

ເປັນແຂກໂລດ ...

 

ສາເຫດແມ່ນຢ້ອນ

1.ຄົນລາວມີເງິນຫລາຍຂຶ້ນ(ລາຍຮັບສູງຂຶ້ນ)

2.ຄົນລາວມີ Cable TV, Internet , Mobile ເຮັດໃຫ້ບໍ່ຈໍາເປັນຕ້ອງລົມກັນຕໍ່ຫນ້າ

3.ຄົນລາວມີຄວາມສຸກກັບໂຕເອງຫລາຍຂຶ້ນຈົນບໍ່ຈຳເປັນຕ້ອງໄປຄົບຄ້າກັບໃຜ

ເຈົ້າເດ ມັກສັງຄົມແບບໃດ ເກົ່າຫລືໃໝ່ ?