ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 9, 2013 | ມີ 6 ຄຳເຫັນ ແລະ 0 trackback(s)

ເຄີຍສັງເກດເພື່ອນຝູງຫລືຍາດພີ່ນ້ອງບໍ່ວ່າ  ຕອນເຂົາຂີ່ລົດຈັກ ບາດມາຂີ່ລົດໃຫຍ່ລະນິໃສປ່ຽນ

ທິດສະດີ 1 ຂ້ອຍຄິດວ່າຕອນເຂົາຂີ່ລົດຈັກ ມັນຮູ້ສຶກບໍ່ປອດໄພ ໂດຍສະເພາະຕອນກາງຄືນ ດັ່ງນັ້ນ

ຄົນຂີ່ລົດຈັກຈຶ່ງມັກ ໄປຫາໝູ່ຄູ່ ສັງສັນ ເພື່ອໃຫ້ມີຄົນມາອຸ່ນໃຈໄວ້ ບາດຕອນຂີ່ລົດໃຫຍ່ແລ້ວ ມີເຫລັກຫຸ້ມກາຍ

ແຖມແອເຢັນຟັງເພງສະບາຍ ບໍ່ຕ້ອງມີໝູ່ມາເຮັດໃຫ້ໃຈອຸ່ນ ແຕ່ພັດ ຊີລຽດເພາະ ຄ່ານ້ຳມັນ ລວມທັງຄ່າບໍາລຸງຮັກສາລົດກໍ່

ສູງກວ່າລົດຈັກ 10 ເທົ່າເລີຍຕ້ອງຫາເງິນມາຈ່າຍ

 

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 18, 2013 | ມີ 11 ຄຳເຫັນ ແລະ 0 trackback(s)

ວ່າງກີ້ນີຍາມຫ້ອງການ 5 ປີ ບໍ່ເຄີຍຂິວໄຟຊັອກຈັກເທື່ອມື້ນີ້ຂິວ

ເລີຍອອກຈາກຕັ່ງເຮັດວຽກຊອກຫາບ່ອນມັນຊັອ

ບໍ່ເຫັນ ເລີຍກັບມານັ່ງເຮັດວຽກຕໍ່ປາກົດວ່າ ຂິວອີກ(ສະເພາະບ່ອນທີ່ເຮົານັ່ງ)

ເຮົາເລີຍຖອດປັກສຽບ ແລະປິດກົງເຕີຊັ້ນ 2 ຈັກຄຶດແນວໃດ ຢາກຂຶ້ນໄປເຊັກຊັ້ນ 3

ເລີຍໄປເຫັນຂະເຈົ້!ເປີດແອຖິ້ມໄວ້ແຕ່ມື້ວານ ຫລືມື້ເຊົ້!ນີ້ລະປະຕູກະບໍ່ປິດ

ເຮົາເລີຍໄປປິດ ເຮົາລະຄິດວ່າສິ່ງສັກສິດເພິ່ນມາບອກເຮົາ

ສະແດງວ່າເຮົາເຊື່ອວ່າຍັງມີບຸນຫລາຍຢູ່ເພາະປົກກະຕິບໍ່ຄ່ອຍຂຶ້ນໄປເຊັກຊັ້ນ 3 ຢູ່ແລ້ວ

ຫລືເຈົາວ່າເປັນເລື່ອງບັງເອີນ (ຄັນບັງເອີນກະສຸດໆ)

ຕອນນີ້ນອນບໍ່ຫລັບກໍ່ມາເປີດຄອມຫລິ້ນເປັນຊົ່ວໂມງຍັງບໍ່ຂິວເທື່ອ

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 9, 2013 | ມີ 11 ຄຳເຫັນ ແລະ 0 trackback(s)

ຕອນຮຽນມະຫາໄລ ຝັນວ່າຈົບມາແລ້ວຈະຫາເງິນຊື້ເຄື່ອງທີ່ຢາກໄດ້ແລ້ວຈະມີຄວາມສຸກ ມີເງິນຫລາຍໆ

ແຕ່ກົງກັນຂ້າມ ຈົບມາຕ້ອງເປັນທາດຂອງເງິນ ຕ້ອງຫາເງິນໃດ້ຫລາຍໆ ບໍລິຫານເງິນ ແຖມເຄື່ອງຂອງທີ່ຊື້ມາຍັງຕ້ອງໄດ້ຮັກສາອີກ

ເງິນທີ່ມີກໍ່ ໃຊ້ບໍ່ໄດ້ຕ້ອງທ້ອນໄວ້

ຍາມຮຽນ ບໍ່ມີຫຍັງ ເງິນບໍ່ມີ ເຄື່ອງບໍ່ມີ ຢາກໄປກິນເບຍກໍ່ໄປ ເດິກຊໍ່າໃດກໍ່ໄດ້

ທຸກມື້ນີ້ຈົບມາ ເຮັດວຽກມື້ລະ 10 ຊົ່ວໂມງ ເມື່ອຍຊໍ່າໃດກໍ່ຕ້ອງໄປ ບໍ່ຢາກພໍ້ຫນ້າຄົນກໍ່ຕ້ອງໄດ້ດັດຈະລິດເອົາ

ຄິດວ່າຕໍ່ໄປແຮ່ງຊິ ບໍ່ມ່ວນ ຖ້າວ່າ ອາຍຸແກ່ຂຶ້ນ,ຊັບສິນໃຫ້ຮັກສາຫລາຍຂຶ້ນ, ຈໍານວນສະມາຊິກຄອບຄົວທີ່ເພີ່ມຂຶ້ນ

ຫລືເປັນນໍາເຮົາໃຊ້ເວລາຕອນຮຽນ ຫລິ້ນບໍ່ເຕັມທີ່ບໍ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 15, 2013 | ມີ 2 ຄຳເຫັນ ແລະ 0 trackback(s)

ອົງ­ການໄຈກາ ເປັນ­ອົງ­ການຊ່ວຍເຫຼືອຂອງ­ລັດຖະ­ບານ­ຢີ່­ປຸ່ນປະ­ຈໍາ­ລາວ ຄະ­ນະ­ຊ່ວຍເຫຼືອຊາວຕ່າງປະ­ເທດ ຢາກໄປເຫັນ­ຄວາມ­ທຸກ­ຍາກ­ຂອງປະ­ຊາ­ຊົນ­ລາວ ກັບ­ຕາ­ຕົນເອງ ຈຶ່ງໄດ້ໄປລົງ­ພື້ນ­ທີ່ ທາງ­ການແຂວງ­ວຽງ­ຈັນ ກໍນໍາ­ພາໄປຈອມ­ພູເລີຍ ເປັນ­ຊາວບ້ານ­ມົ້ງ ມີນາຍ­ພາ­ສາ­ພຽບພ້ອມ ເມື່ອໄປເຫັນ­ຄອບ­ຄົບແມ່­ຕູ້ ທີ່­ລາຍ­ງານວ່າ­ທຸກ­ທີ່­ສຸດໃນບ້ານ­ນັ້ນ ນາຍ­ພາ­ສາ­ຈຶ່ງ­ຖາມ.
- ນາຍ­ພາ­ສາ : ແມ່­ຕູ້­ມີລູກ­ຈັກ­ຄົນ ?
- ແມ້­ຕູ້: ມີ 3 ຄົນ.
- ນາຍ­ພາ­ສາ: ເຂົາໄປໃສໝົດ ?
- ແມ່­ຕູ້: ເຂົາ­ໜີໄປເຮັດ­ວຽກ­ໝົດ­ຍັງແຕ່ແມ່ເຖົ້າ­ຄົນ­ດຽວ ? (ອອກ­ສໍານຽງ­ຄົນ­ມົ້ງ)
- ນາຍ­ພາ­ສາ: ຄົນ­ທີ່­ໜຶ່ງໄປໃສ ?
- ແມ່­ຕູ້: ໄປຮໍແລນ ?
- ນັກຊ່ວຍເຫຼືອຕ່າງປະ­ເທດ : ໂອ້ ປາຍ­ຮໍແລນ­ພຸ້ນ.
- ນາຍ­ພາ­ສາ: ຄົນ­ທີ່ສອງເດ ໄປໃສ ?
- ແມ່­ຕູ້: ໄປຮາວາຍ.
- ນັກຊ່ວຍເຫຼືອຕ່າງປະ­ເທດ: ໂອ້.....ໄປຮາວາຍ...(ທຸກ­ຈິງ­ບໍ ? ລູກໄປຢູ່ຕ່າງປະ­ເທດ­ໝົດ)
- ນາຍ­ພາ­ສາ: ຄົນ­ທີ່­ສາມເດໄປໃສ ?
- ແມ່­ຕູ້: ຄົນ­ທີສາມ­ນີ້ໄປເຊັຍ­ຮາຍ.
- ນັກຊ່ວຍເຫຼືອຕ່າງປະ­ເທດ: ຮວຍ....ຖາມ­ຄັກໆ­ໆ­ ເບິ່ງວ່າ­ລູກໄປຕ່າງປະ­ເທດ­ຈັ່ງ­ໝົດ ຄືຈັ່ງວ່າ­ທຸກ ?
- ນາຍ­ພາ­ສາ: ແມ່­ຕູ້­ທຸກແທ້­ບໍ ?
- ແມ່­ຕູ້: ໂອຍ...ທຸແທ້ ທຸວ່າ.
- ນາຍ­ພາ­ສາ: ລູກໆ­ໆ­ບໍ່ໄດ້­ສົ່ງເງິນ­ມາ­ລ້ຽງ­ບໍ ?
- ແມ່­ຕູ້: ບໍ...ມັນກະ­ບໍ່­ມີຄືກັນ.
- ນາຍ­ພາ­ສາ: ລູກ­ຂອງແມ່­ຕູ້ໄປເຫິງແລ້ວບໍ ?
- ແມ່­ຕູ້: ບໍ່....ໄປວ່າກີ້­ນີ້
- ນາຍ­ພາ­ສາ: ຮວາຍ ກະ­ວ່າ­ຊິໄປຮອດໃສປານ­ນີ້
- ແມ່­ຕູ້: ໂອ..ໄປບໍ່ໄກ­ດອກ­ມືແລງກະ­ກັບ­ມາແລວ.
- 5555555555555555555555555555555555555555(ໄປໂຮ່ແລນ, ໄປຫາ­ຫວາຍ, ໄປເສັຍຫຍ້າໄຮ່)5555555555555555

 

credit: pasalao.activeboard.com

ຂຽນເມື່ອ ຂຽນເມື່ອ: ກ.ລ.. 8, 2013 | ມີ 11 ຄຳເຫັນ ແລະ 0 trackback(s)

ມື້ວານ ໄປທ່ຽວຫີນຄັນນາ ຮູ້ສຶກຜິດຫວັງສົມຄວນເພາະວ່າ

- ທາງສວນນ້ຳແມ່ນຫນ້າເງິຫລາຍ ເກັບທັງຄ່າລົດ,ຄ່າຄົນ ລົດ ກະບະ 1 ຄັນກັບ ຄົນ 6 ຄົນເປັນເງິນ 27,000 ກີບ

- ເຊົ່າຕູບ 20,000, ເຊົາສາດ 10,000 ມັດຈຳ 80,000 

- ເບຍລັງ 150,000

- ຫ້ອງນ້ຳຄັ້ງລະ 2,000

- ບ່ອນລ້າງມືກະບໍ່ມີໄດ້ເອົານ້ຳກິນລ້າງ

- ຄົນກະແອອັດຄືຮັງປວກນິ

- ນ້ຳກະເປື້ອນມີຮອດຄົນຢຽບແກ້ວ(ແກ້ວເບຍທີ່ເຂົາເອົາໄປກິນຢູ່ນ້ຳ)

- ແນວກິນກະເອົາໄປເອງ ແບກຫາມຂຶ້ນລົງລົດ

- ຄ່າເຊົ່າເຮືອຢາງ 25,000/1 ຊົ່ວໂມງ

ທີ່ຈຶງຂ້ອຍໄປຕາມພີ່ນ້ອງຊື່ໆດອກ

ຂ້ອຍຄິດວ່າຄັນເປັນແບບນີ້ ໄປນັ່ງຢູ່ມຸກມິວຫລື jimmy ຊິບໍ່ດີກ່ອນບໍ

ຢາກກິນຫຍັງກະສັ່ງ ຫ້ອງນ້ຳກະບໍ່ໄດ້ເສຍ ນ້ຳລ້າງມືກະມີ

ເດີນທາງກະຕັ້ງວ່າ 1 ຊົ່ວໂມງກ່ວາຈະຮອດເສຍຄ່ານ້ຳມັນອີກ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 17, 2013 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

ສະບາຍດີ ທຸກທ່ານ

ຂ້າພະເຈົ້າກໍາລັງລວບລວມເນື້ອຮ້ອງເພງລາວໃສ່ MS word 2007

ເພື່ອເກັບໄວ້ຮ້ອງໃນງານຕ່າງໆ ....ແຕ່ແນ່ນອນເພງລາວມີຫລາຍຮ້ອຍເພງ ໃຫ້ພິມຄົນດຽວຄືຊິບໍ່ໃຫວ ຢາກໃຫ້ພິມຊ່ວຍແນ່

ໂດຍເບິ່ງຊື່ເພງແລະເນື້ອຮ້ອງ ເພງຕາມ Link :   ສ່ວນ file ທີ່ລວມແລ້ວຈະຄ່ອຍໆແຈກເປັນ pdf , "ຢ່າລືມຊ່ວຍກັນເດີ້"

ໃຜພິມແລ້ວ post ຢູ່ diary ນີ້ເລີຍ .... ຂອບໃຈເປັນຢ່າງສູງ

 

3.ຂໍເງິນເມຍໄປເສຍຄ່າຫ້ອງ http://www.youtube.com/watch?v=f4-Z48yWLfU
6.ເບີເມຍເບຍຂົມ http://www.youtube.com/watch?v=_sQpwR7sCPE
7.ເຈົ້າບ່າວເງິນດອລລາ http://www.youtube.com/watch?v=zZrh9WFG0sk&feature=related
8.ເມຍມັກໄພ້ http://www.youtube.com/watch?v=prvpkrE-jTc
9.ສາວບໍ່ແກ້ວ http://www.youtube.com/watch?v=8nuY7Az5ldE&feature=related
10.ເມຍນ້ອຍເມຍຫລວງ http://www.youtube.com/watch?v=EJem33WbpwA&feature=related
11.ລີເຊ http://www.youtube.com/watch?v=RV3xuH8YEdM

 12.ຂາຍໄກ່ໃສ່ບັດເຊີນ http://www.youtube.com/watch?v=kfFHuZwxffA
13.ເຖິງຈົນກະທົນໄດ້ http://www.youtube.com/watch?v=f8GDRGU21dQ
14.ສາວປາກທ້າງ http://www.youtube.com/watch?v=r6VIKszbScw
15.ສາວບ້ານໝາກນາວ http://www.youtube.com/watch?v=cpnigtgLhdM
16.ສາວວັງວຽງ http://www.youtube.com/watch?v=2pQzXeeIFpo
17.ມົນຮັກສາວງື່ມ http://www.youtube.com/watch?v=O9vVkqXvBOU
18.ລໍາຕັງຫວາຍ http://www.youtube.com/watch?v=8XHj953V0aA
20.ສາວໄຊທານີ http://www.youtube.com/watch?v=aUc8m3lEv1Q
21.ສາວນາແກ http://www.youtube.com/watch?v=raUo1Ivkebo
22.ລໍາສີພັນດອນ http://www.youtube.com/watch?v=7IxV4wDThlE
23.ລໍາສາລະວັນ http://www.youtube.com/watch?v=6zuMhQ3WIcU
24.ຂັບຊຽງຂວາງ http://www.youtube.com/watch?v=CwJFtONN1ho
25.ຍາມແລງບ້ານເຮົາ http://www.youtube.com/watch?v=-E_7EgrRK0Q
26.ຜູ້ບ່າວປິ້ງໝາ http://www.youtube.com/watch?v=3mwBAcyEQbo
27.ມີແຕ່ເບີເມຍ http://www.youtube.com/watch?v=LJSRrb_I45M

ລາວສະຕິງ
1.ຫນ້າຮັກ http://www.youtube.com/watch?v=-wbt5mCwF-M
2.Mr.Hinsom http://www.youtube.com/watch?v=lym07-DViPw
4.ຮັກພຽງນາງ http://www.youtube.com/watch?v=bjgyS-cLJaU
6.ມໍ5 http://www.youtube.com/watch?v=sR7XZe8zYBM

 

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 15, 2013 | ມີ 5 ຄຳເຫັນ ແລະ 0 trackback(s)

ທີ່ຈິງແລ້ວເງິນບໍ່ໄດ້ມີຄຸນຄ່າຫຍັງຕໍ່ຊີວິດເຮົາດອກ

ແຕ່ວ່າເງິນເປັນສິ່ງທີ່ສາມາດແລກກັບສິ່ງທີ່ເຮົາຕ້ອງການໄດ້

ດັ່ງນັ້ນ "ເງິນ" ບໍ່ແມ່ນຄວາມຕ້ອງການທີ່ແທ້ຈິງ ແຕ່ພັດແມ່ນຢ່າງອື່ນທີ່ເຮົາຕ້ອງການແຕ່ຕ້ອງແລກດ້ວຍເງິນ

ຄົນບາງຄົນຢາກໄດ້ເງິນຫລາຍຈົນຍອມເຮັດສິ່ງບໍ່ຖືກຕ້ອງ ຍ້ອນວ່າອຳນາດຂອງ "ເງິນ" ໄດ້ຄວບຄຸມຈິດໃຈເຂົາ

ແຕ່ໃນທີ່ສຸດ ຄົນທຸກຄົນຕ້ອງໝົດລົມຫາຍໃຈ ເມື່ອນັ້ນເອງຈຶ່ງຮູ້ວ່າ "ເງິນ" ບໍ່ມີຄວາມໝາຍອີກຕໍ່ໄປ

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 20, 2013 | ມີ 11 ຄຳເຫັນ ແລະ 0 trackback(s)

ຍາມມີວຽກ(ວຽກຫຍັງກະແລ້ວແຕ່) ຕອນມີເວລາບໍ່ເຮັດ, ບາດຍາມເວລາໃກ້ຈະໝົດລະມາເລັ່ງເຮັດບາດດຽວ

ແທນທີ່ຈະຄ່ອຍໆເຮັດມື້ລະຫນ້ອຍ ........

ພວກເຈົ້າເປັນຄືກັນບໍ່ ມີວິທີແກ້ໄຂແນວໃດ

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 7, 2013 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຕະຫລອດຊີວິດຂອງເຈົ້າຮູ້ຈັກຄົນຊື່ "ນ້ອຍ" ຈັກຄົນ