ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 23, 2014 | ມີ 1 ຄຳເຫັນ ແລະ 0 trackback(s)

ເລກງວດວັນທີ 22/07/2014 ອອກ 17

ພໍດີຍົນມາເລຖືກຍິງຕົກ ຖ້ຽວບິນ MH 17 ຕອນວັນທີ  17/07/2014

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 13, 2014 | ມີ 10 ຄຳເຫັນ ແລະ 0 trackback(s)

ສົມມຸດເຈົ້າໄດ້ເງິນມາ(ບໍ່ໃຫ້ທ້ອນຫລືຊື້ຄຳ) ແລ້ວເຈົ້າຈະຈ່າຍຫຍັງແດ່  ທີ່ວ່າຈ່າຍແລ້ວເຈົ້າມີຄວາມສຸກ ແລະເຕັມໃຈ

ສົມມຸດວ່າມັນບໍ່ໄດ້ແມ່ນເງິນກ້ອນໃຫຍ່ ແຕ່ມັນມາຕະຫລອດ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 2, 2014 | ມີ 4 ຄຳເຫັນ ແລະ 0 trackback(s)

ເຮາແປມາຈາກພາສາອັງກິດ  ອາດຈະເຂົ້າໃຈຍາກຫນ້ອຍ 1 ເພາະເຮົາກະບໍ່ເນັ້ນແປໃຫ້ມ່ວນ

ສາມາດເອົາໄປປະຍຸກໃສ່ກັບ ແຜນໂຄງການ,ບົດຈົບຊັ້ນ,ບົດຄົ້ນຄວ້າໄດ້

Project plan: ວິທີຂຽນແຜນໂຄງການທີ່ດີ

Project plan ແມ່ນຫນຶ່ງໃນເອກະສານທີ່ເປັນປະໂຫຍດແລະສໍາຄັນ,ແລະໃຊ້ອ້າງເຖິງແລະອັບເດດວົງວຽນຂອງໂຄງ ການໄດ້ຕະຫລອດ. ແມ່ນຈຸດປະສົງຂັ້ນທໍາອິດເພື່ອເລີ່ມໂຄງການເພື່ອສ້າງຄວາມແນ່ໃຈ(ໂດຍປົກກະຕິແມ່ນຕໍ່ຜູ້ທີ່ຄວບຄຸມ ເງິນທຶນ) ວ່າໂຄງການຈະຈະເລີນເຕີບໂຕ ແລະເຂົ້າກັບຄວາມຕ້ອງການແລະຂອບເຂດເວລາ,ງົບປະມານ,ການຄາດການ. ຖ້າແຜນໂຄງການຂຽນບໍ່ດີຫລືມີຂໍ້ມູນທີ່ ບໍ່ຄົບ, ໂຄງການອາດຈະບໍ່ຜ່ານໃນຂັ້ນຕອນການຕັດສິນໃຈຄັ້ງທຳອິດ.ໂຄງການ ທີ່ເຕີບໃຫຍ່ຫລາຍໂຄງການມັກຕົກໃນຂັ້ນຕອນລະຫວ່າງ ການວາງແຜນແລະການສື່ສານທີ່ບໍ່ດີ. ສ່ວນອີກດ້ານຫນຶ່ງ ຖ້າເຈົ້າສົ່ງແຜນໂຄງການທີ່ດີ, ມັນຈະສະແດງຄວາມເຊື່ອຖືຂອງເຈົ້າໃນຖານະຜູ້ຈັດການໂຄງການ, ເປັນຕາລົງທຶນ ແລະຈັດຫາທີມງານທີ່ມາພ້ອມສໍາລັບຄຳສັ່ງໃຫ້ເຮັດ ແລະເສັ້ນທາງທີ່ຊັດເຈນ.

 

ຢ່າສັບສົນວ່າແຜນໂຄງການບໍ່ແມ່ນຕາຕະລາງເຮັດວຽກໂຄງການ. ຕາຕະລາງເຮັດວຽກໂຄງການ ແມ່ນພຽງແຕ່ເປັນສ່ວນ ປະກອບຂອງແຜນໂຄງການ, ແລະມັກໃຊ້ແບບເສັ້ນສະແດງເວລາຫລືຕາຕະລາງເພື່ອວາດພາບຫນ້າວຽກ. ແຜນໂຄງການ ທີ່ໃຫຍ່ມັກຈະມີຫລາຍຕາຕະລາງ ແລະມັກມີພາກຜະຫນວກ, ທີ່ອ້າງເຖິງເອກະສານ. ຕາຕະລາງເວລາຈະມີທັງ ເສັ້ນເວລາທັງໝົດ, ຕາຕະລາງການທົດສອບ, ຕາຕະລາງການປະຕິບັດ, ການວິເຄາະທາງເດີນທີ່ຈຳເປັນ, ຕາຕະລາງການ ແບ່ງຊັບພະຍາກອນແລະອື່ນໆ.

 

 ພາກທີ 1: ບົດແຜນໂຄງການມັນຈະເປັນແນວໃດ

ແຜນໂຄງການຊ່ວຍເປັນ ແຜ່ນທີ່ທາງເດີນສຳລັບໂຄງການທັງໝົດ ຊີ້ນຳທາງວ່າຈະເຮັດອັນໃດກ່ອນ, ຂອບເຂດວຽກ , ວິທີການແລະ ການຄຸ້ມຄອງທີ່ຈະໃຊ້,   ຜູ້ທີ່ມີຫຸ້ນສ່ວນ, ແຜນການທົ່ວໄປທີ່ຈະເຮັດ, ລາຄາແລະຄົນຜູ້ທີ່ຈະຄວບຄຸມ, ຄຸນນະພາບຂອງມາດຕະຖານໂຄງການ, ໂຄງການຈະສື່ສານກັບຜູ້ຖືຮຸ້ນແນວໃດ, ຈະວັດແທກການດຳເນີນການແລະຜົນ ປະໂຫຍດແນວໃດ ແລະອື່ນໆ.

 

ສ່ວນຫລັກທີ່ເຈົ້າຈຳເປັນຕ້ອງມີໃນແຜນເຈົ້າ ປະກອບມີ:

  • Project Background(ປູພື້ນໂຄງການ)
  • Objectives.(ຈຸດປະສົງ)
  • Scope.(ຂອບເຂດ)
  • Constraints(ຂໍ້ຈຳກັດ)
  • Assumptions(ຂໍ້ສົມມຸດ)
  • Dependencies & Impacts(ການເພິ່ງພາອາໃສແລະຜົນກະທົບ)
  • Issues & Risks(ການແຈກແລະຄວາມສ່ຽງ)
  • Methodologies & Strategy(ວິທີການແລະແຜນການ).
  • Controls: Scope, Time, Cost, Quality, Resources(ການຄວບຄຸມ: ຂອບເຂດ,ເວລາ,ລາຄາ,ຄຸນນະພາບ,ຊັບພະຍາກອນ)
  • Communications(ການສື່ສານ).
  • Schedule of Delivery(ຕາລາງການສົ່ງມອບ)
  • Performance Measurement(ການວັດຄວາມສຳເລັດ)
  • Benefits Realisation(ຜົນປະໂຫຍດທີ່ໄດ້ຮັບ)
  • , ແລະບາງແຜນໂຄງການໃຫຍ່ອາດຈະມີໄດ້ ຫລາຍຮ້ອຍຫນ້າ.ນີ້ເຮັດໃຫ້ໂຄງສ້າງຂອງເອກະສານເຈົ້າ ສຳຄັນຫລາຍຂຶ້ນ. ສອດຄ່ອງກັບ ຮູບແບບຄຳສັ່ງທີ່ມີ ເຫດຜົນແລະຫົວຂໍ້ທີ່ຈະແຈ້ງ ຈະເຮັດໃຫ້ຜູ້ອ່ານສາມາດເຂົ້າໃຈເອກະສານໄດ້ໄວ ແລະໄດ້ຮູ້ຂໍ້ມູນທີ່ສຳຄັນສຳລັບ ເຂົາ.

 

  • ຮູບແບບຂ້າງເທິງ, ເພາະມັນອາດຈະມີຫລາຍຢ່າງມາທໍາຮ້າຍເຈົ້າ, ເຊັ່ນເຈົ້າອາດຈະພໍໃຈໃນຜູ້ສົ່ງ ສິນຄ້າ, ແຕ່ເຈົ້າເຮັດບໍ່ໄດ້ດີ ໃນການຄາດເດົາລູກຄ້າທີ່ເຂົາຈະມີຄຸນນະພາບໃນການພິຈາລະນາ ຕ່າງຈາກເຈົ້າ. ນີ້ບໍ່ແມ່ນສະຖານະການທີ່ເຈົ້າຈະຄົ້ນພົບໂຕເອງ. ພະຍາຍາມບໍ່ໃສ່ວັກ ທີ່ບໍ່ຈຳເປັນແລະບໍ່ເວົ້າລຶ້ມຄືນ. ຖ້າເຈົ້າຕ້ອງ ການເວົ້າຄືນເຈົ້າກະອ້າງອີງ section ທີ່ຜ່ານມາເອົາໂດຍການໃຊ້ຫົວຂໍ້. ການກຳນົດຂະຫນາດທີ່ເໝາະສົມຂອງ ຂໍ້ມູນແມ່ນຍາກແລະມາພ້ອມກັບປະສົບການ. ເມື່ອເຈົ້າໄດ້ຂຽນ 2-3 ແຜນໂຄງການເຈົ້າຈະຮູ້ວິທີ ເຮັດຕາມຄວາມ ຕ້ອງການພ້ອມກັບຂະຫນາດຂອງໂຄງການແລະນຄາດເດົາຕໍ່ຜູ້ຟັງຂອງເຈົ້າ

 

  •  

ແຜນໂຄງການແມ່ນມີຫລາຍຄົນອ່ານ ພະນັກງານ,ລູກຄ້າ,ຫຸ້ນສ່ວນ,ຜູ້ລົງທຶນ. ດັ່ງນັ້ນເມື່ອເຮົາຮັບມືກັບຜູ້ອ່ານທີ່ ກວ້າງຂວາງແລະສາມາດອ່ານຈາກບາງຄົນທີ່ບໍ່ມີຄວາມຮູ້ຫລັກໃນໂຄງການ.

 

  • 2: ການຂາຍໂຄງການ
  • .ຂັ້ນຕອນທີ່ສຳຄັນຕໍ່ໄປແມ່ນຂາຍໂຄງການໃຫ້ຜູ້ຖືຫຸ້ນ. ຖ້າບໍ່ມີນີ້ຄວາມພະຍາຍາມຂອງເຈົ້າຈະເສຍເປົ່າ. ຂະນະທີ່ຜູ້ຈັດການບາງໂຄງການແມ່ນໂຊກດີທີ່ຢູ່ໃນສະຖານະ ກໍາລັງເດີນ. ໂຄງການສ່ວນຫລາຍຈຳເປັນຕ້ອງແຂ່ງຂັນໃນການຫາເງິນທຶນ ແລະຈັດລໍາດັບຄວາມສຳຄັນວ່າອັນໃດ ສຳຄັນກ່ອນ.ນີ້ເຮັດໃຫ້ວຽກການຂາຍແຜນໂຄງການແມ່ນຍາກກວ່າ. ໂດຍທົ່ວໄປໃນກໍລະນີທຸລະກິດແມ່ນເຄື່ອງມື ການຂາຍ.

 

ການເຮັດວຽກກັບຜູ້ຖືຮຸ້ນ

ຕັດສິນ​ໃຈ​ແລະ​ພົວພັນ​ກັບ​ຂະ​ເຈົ້າ​ແຕ່​ເນີ້​ນໆ ​ເທົ່າ​ທີ່​ເຈົ້າ​ເຮັດ​ໄດ້. ມັນ​ຈະ​ງ່າຍ​ກວ່າ​ຖ້າ​ຈະ​ນຳພາ​ພວກ​ນີ້​ເດີນ​ໄປ​ກັບ​ເຈົ້າ. ປຶກສາ​ກັບ​ຂະ​ເຈົ້າ​ກ່ຽວ​ກັບ​ຄວາມ​ຕ້ອງການ​ແລະ​ສິ່ງ​ຄາດ​ໄວ້. ບອກ​ກ່ຽວ​ກັບ​ຄວາມ​ຄິດ​ຂອງ​ເຈົ້າ​ແລະ ທວນຄືນ​ເອກະສານ​ກັບ​ຂະ​ເຈົ້າ. ສ້າງ​ຄວາມ​ໝັ້ນ​ໃຈ​ວ່າ​ເຈົ້າ​ໄດ້​ໃສ່​ໃຈ​ກັນ​ເລື່ອງ​ທີ່​ກ່ຽວຂ້ອງທີ່​ພວກ​ເຂົາ​ໄດ້​ຍົກ​ລະດັບ​ຂຶ້ນ​ກ່ອນ​ທີ່​ເຈົ້າ​ຈະ​ເຮັດ ທວນຄືນ​ຄັ້ງ​ສຸດ​ທ້າຍ. ດັ່ງ​ນັ້ນ​ໂດຍ​ຂັ້ນ​ຕອນ​ນີ້.

Baseline it! 

​ເມື່ອ​ຂັ້ນ​ທີ່​ໂຄງການ​ຢູ່​ໃນ​ຂັ້ນ​ຕົກລົງ. ໝັ້ນ​ໃຈວ່າ​ພື້ນຖານ​ເອກະສານ​ແມ່ນ​ຈະ​ແຈ້ງ ​ແລະ​ສາມາດ​ປ່ຽນ​ແປງ​ຂະຫຍາຍ​ໄດ້​ງ່າຍ.ດັ່ງ​ນັ້ນ​ໂຄງການ​ແມ່ນ​ໃຊ້​ອ້າງ​ເຖິງ​ພື້ນຖານ​ທັງ​ໝົດ​ຂອງ​ໂຄງການ.

​ເມື່ອ​ໂຄງ​ການ​ໄດ້​ເຊັນ​ແລ້ວ, ​ເຈົ້າ​ກຽມ​ຄວາມ​ພ້ອມ​ທີ່​ຈະ​ຍ້າຍ​ໄປ​ຂັ້ນ​ຕອນ​ຕໍ່​ໄປ​ຂອງ​ໂຄງການ, ຂັ້ນ​ຕອນ​ການ​ດຳ​ເນີນ​ການ.

----------------------------------------------------------------------------

ວິທີຂຽນແຜນວຽກ

 

ແຜນວຽກແມ່ນເປັນໂຄງຮ່າງໄປສູ່ຈຸດມຸ້ງໝາຍ ແລະດຳເນີນການໂດຍທີມງານຫລືບຸກຄົນທີ່ໄປສູ່ຄວາມສຳເລັດ. ໂດຍການ ສະເຫນີໃຫ້ຜູ້ອ່ານເຂົ້າໃຈ ຂອງເຂດຂອງໂຄງການ. ໂດຍຜ່ານແຜນວຽກເຈົ້າຈະແຕກຂັ້ນຕອນຕ່າງໆໃຫ້ເປັນສ່ວນໆ. ໂດຍ ການເຮັດວຽກຢ່າງເປັນລະບົບ

 

ຂັ້ນຕອນ

  1. ບອກຈຸດປະສົງຂອງແຜນວຽກ.

ແຜນວຽກຖືກຂຽນຂຶ້ນດ້ວຍຫລາຍເຫດຜົນ. ກຳນົດຈຸດປະສົງທຳອິດດັ່ງນັ້ນເຈົ້າສາມາດກຽມຢ່າງເໝາະສົມ.ເກັບໄວ້ໃນໃຈວ່າ ແຜນວຽກທັງໝົດແມ່ນໃຊ້ເວລາພຽງແຕ່ຊ່ວງເວລາໃດຫນຶ່ງ(ຕົວຢ່າງ 6 ເດືອນຫລື 1 ປີ).

 

  1. ຂຽນຂໍ້ມູນພື້ນຫລັງ: ສຳລັບແຜນວຽກທີ່ເປັນມືອາຊີບ.ເຈົ້າຈຳເປັນຕ້ອງຂຽນບົດແນະນຳແລະຄວາມເປັນມາ.
  • ບົດແນະນຳຄວນຈະສັ້ນແລະດຶງດູດຄວາມສົນໃຈ.ບອກຫົວຫນ້າເຈົ້າວ່າເປັນຫຍັງຈຶ່ງຕ້ອງສ້າງແຜນໂຄງການນີ້. ສະເຫນີຊັດເຈນວ່າໂຄງການທີ່ເຈົ້າຈະເຮັດແມ່ນຖືກກັບເວລາທີ່ກໍານົດ.
  • Background ຄວນຈະເນັ້ນເຫດຜົນວ່າເປັນຫຍັງຈຶ່ງຕ້ອງຂຽນແຜນວຽກນີ້ຕົວຢ່າງ: ບັນຍາຍເນື້ອໃນຫລືສະຖິຕິ ຈາກບົດລາຍງານ, ຈຳແນກບັນຫາວ່າມີຫຍັງແດ່ ຫລືໃຫ້ຄຳເຫັນທີ່ເຈົ້າໄດ້ຮັບຈາກໂຄງການທີ່ຜ່ານມາ.

 

  1. ກຳນົດເປົ້າໝາຍແລະຈຸດປະສົງ: ເປົ້າໝາຍແລະຈຸດປະສົງແມ່ນຄ້າຍຄືກັນໃນແງ່ທີ່ວ່າທັງສອງຊີ້ບອກຄວາມຫວັງ ຂອງເຈົ້າເພື່ອໃຫ້ແຜນວຽກສຳເລັດ. ແນວໃດກໍ່ຕາມໃຫ້ຈື່ວ່າມີຄວາມແຕກຕ່າງຄືກັນ, ເປົ້າໝາຍແມ່ນມີຄວາມໝາຍ ລວມແຕ່ຈຸດປະສົງແມ່ນສະເພາະເຈາະຈົງຫລາຍກວ່າ.
  • ເປົ້າໝາຍແມ່ນສຸມໃສ່ຮູບພາບລວມຂະຫນາດໃຫຍ່ຂອງໂຄງການ. ສະແດງຄວາມຕ້ອງການສຸດທ້າຍທີ່ຈະຕາມມາ ຂອງແຜນວຽກເຈົ້າ. ຄິດໃຫ້ກວ້າງ ຕົວຢ່າງ: ເຮັດໃຫ້ເປົ້າໝາຍຂອງເຈົ້າເພື່ອເຮັດໃຫ້ສຳເລັດ
  • ຈຸດປະສົງ: ແມ່ນສະເພາະເຈາະຈົງແລະມີຕົວຕົນ. ຫລືເວົ້າອີກຢ່າງ: ເຈົ້າສາມາດກວດລາຍການວ່າເຈົ້າໄດ້ເຮັດສຳ ເລັດບໍ່ ຕົວຢ່າງ ການຫາຄົນມາສຳພາດບົດຄົ້ນຄວ້າຂອງເຈົ້າວ່າມີຈຸດປະສົງທີ່ດີບໍ່.
  • ແຜນໂຄງການຫລາຍສະບັບ ໄດ້ແຕກຈຸດປະສົງເປັນ ໄລະຍະສັ້ນ,ກາງ,ຍາວ ຖ້າວ່າມັນສຳຄັນ. ຕົວຢ່າງ ເປົ້າໝາຍໄລຍະສັ້ນຂອງບໍລິສັດຫນຶ່ງເພື່ອເພີ່ມຜູ້ເຂົ້າຊົມ 30% ພາຍໃນ 3 ເດືອນອາດຈະເຮັດໃຫ້ ເປົ້!ໝາຍໄລ ຍະຍາວເປັນການເພີ່ມຄວາມເຂັ້ມແຂງໃຫ້ກັບຍີ່ຫໍ້ໃນປີຕໍ່ໄປ.

 

  1. ພິຈາລະນາແຜນວຽກຂອງເຈົ້າດ້ວຍ “SMART” . Smart ແມ່ນຄຳຫຍໍ້
  • Specific(ຂໍ້ກຳນົດ): ແມ່ນໃຜແທ້ທີ່ເຮົາຈະເຮັດເພື່ອ?, ອະທິບາຍຈຳນວນພົນລະເມືອງທັງໝົດທີ່ເຈົ້າຈະ ຮັບໃຊ້ ແລະການກະທຳສະເພາະເຈາະຈົງທີ່ເຈົ້າຈະຊ່ວຍພົນລະເມືອງເຫລົ່ານັ້ນ.
  • Measurable: ມັນສາມາດບອກຈໍານວນໄດ້ບໍແລະພວກເຮົາສາມາດວັດໄດ້ບໍ? ເຈົ້າສາມາດນັບຜົນໄດ້ບໍ? ເຈົ້າສາມາດເຮັດໃຫ້ໂຄງສ້າງແຜນວຽກເຈົ້ານັບໄດ້ບໍ ເຊັ່ນ: ສຸຂະພາບຂອງຄົນໃນ Africa ຈະດີຂຶ້ນໃນປີ 2020 ຫລືເຈົ້າຈະຕັ້ງວ່າໃນປີ 2020 ເດັກນ້ອຍເກີດໃໝ່ໃນ Africa ຈະຕິດເອດຫລຸດລົງ 20%. ຖ້າເຈົ້າບໍ່ຮູ້ອັດຕາຕິດ ເຊື້ອເອດຂອງຜູ້ທີ່ເກີດໃໝ່. ມັນເຊື່ອບໍ່ໄດ້ທີ່ຈະບອກວ່າສຸຂະພາບດີຂຶ້ນໃນອັດຕາ 20%.
  • Achievable (ຄວາມສາມາດທີ່ໄດ້ຮັບ): ພວກເຮົາສາມາດຮັດສຳເລັດຕາມການແບ່ງເວລາໂດຍໃຊ້ຊັບພະຍາກອນ ທີ່ມີໄດ້ບໍ່?. ເປົ້າໝາຍຕ້ອງເບິ່ງຕາມຄວາມເປັນຈິງແລະກົງໄປກົງມາ. ການເພີ່ມຍອດຂາຍ 500% ແມ່ນມີເຫດຜົນ ຖ້າບໍລິສັດເຈົ້ານ້ອຍ. ການເພີ່ມຍອດຂາຍ 500% ຖ້າເຈົ້າຄຸມຕະຫລາດໄດ້ແມ່ນມີໂອກາດເປັນໄປໄດ້.

ໃນບາງກໍລະນີ, ຜູ້ຊ່ຽວຊານຫລືຜູ້ມີອໍານາດອາດຈະຕ້ອງການ ປຶກສາເພື່ອພັນລະນາຈຸດປະສົງແລະຜົນສຳເລັດທີ່ ສາມາດເຮັດໄດ້.

 

  • Relevant(ຄວາມກ່ຽວພັນ):
  • Time Bound(ການຜູກເວລາ): ເມືອ່ໃດຈຸດປະສົງນີ້ຈະໄດ້ຮັບຜົນສຳເລັດ, ກຳນົດເວລາທີ່ໝົດສຳລັບໂຄງການ.

 

 

  1. ສະແດງລາຍການຂອງຊັບພະຍາກອນທີ່ມີ: ເອົາທຸກຢ່າງທີ່ຈຳເປັນໃສ່ ເພື່ອເຮັດໃຫ້ເປົ້າໝາຍ, ຊັບພະຍາກອນຈະມີຫລາຍ ຫລາຍ ຂຶ້ນກັບຈຸດປະສົງຂອງແຜນວຽກເຈົ້າ.
  • ຢູ່ບ່ອນເຮັດວຽກ, ຊັບພະຍາກອນສາມາດມີ: ເງິນທຶນ,ຄົນ,ທີ່ປຶກສາ,ສິ່ງກໍ່ສ້າງ,ຫ້ອງ ຫລືປຶ້ມ.
  • ໃນເຂດໂຮງຮຽນມະຫາໄລ: ຊັບພະຍາກອນອາດມີ ຫໍສະໝຸດ,ບົດຄົ້ນຄວ້າ,ຫນັງສືພິມ,ວາລະສານ,ຄອມພິວເຕີ, ອິນເຕີເນັດ .

 

  1. ໃຜຈະຮັບຜິດຊອບ: ການຮັບຜິດຊອບແມ່ນຈຳເປັນສຳລັບແຜນວຽກທີ່ດີ. ໃຜຮັບຜິດຊອບທີ່ຈະເຮັດວຽກແຕ່ລະຫນ້າ ວຽກ. ສາມາດເຮັດວຽກເປັນທີມຕໍ່ຫນຶ່ງຫນ້າວຽກ(ຕ້ອງເບິ່ງທີ່ ຊັບພະຍາກອນນຳ) ແຕ່ມີ 1 ຄົນທີ່ຕ້ອງຕອບຄຳ ຖາມໄດ້.

 

  1. ຂຽນແຜນຍຸດທະສາດ: ເບິ່ງແຜນວຽກແລະຕັດສິນໃຈວ່າເຈົ້າຈະໃຊ້ຊັບພະຍາກອນແລະເອົາຊະນະຂໍ້ຈຳກັດເພື່ອໄປ ຮອດເປົ້າໝາຍ.

 

  • ເຮັດລາຍການສິ່ງທີ່ຈະເຮັດ. ຈໍາແນກວ່າແມ່ນຫຍັງຈະເກີດຂຶ້ນໃນແຕ່ລະມື້ຫລືອາທິດເພື່ອໃຫ້ແລ້ວຕາມຈຸດປະສົງ. ຕັດສິນໃຈໂດຍການໃຊ້ໂປຣແກຣມທີ່ກ່ຽວກັບການຈັດການໂຄງການຫລືປະຕິທິນສ່ວນຕົວເພື່ອຮັກສາການຈັດຂໍ້ມູນ
  • ສ້າງຕາຕະລາງ ຫລືເຮັດແບບຊົ່ວຄາວກ່ອນ ເຂົ້າໃຈວ່າ ສິ່ງທີ່ບໍ່ຄາດຄິດທີ່ອາດຈະເກີດຂຶ້ນ ອາດຈະເຮັດໃຫ້ຕາຕະ ລາງເວລາເຈົ້າຕົກໄດ້.

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 27, 2014 | ມີ 2 ຄຳເຫັນ ແລະ 0 trackback(s)

ຈາກກະທູ້ນີ້    http://punlao.com/luffy/diary/25171/

1.ງູມາບອກເລກວັນທີ 19/05/2014

ເລກວັນທີ່ 20 ອອກ 872 ຖືກເລກງູ

2.ຍົນຕົກ ວັນທີ່ 17/05/2014 ເລກລະຫັດຍົນ 74TK300

ເລກອອກວັນທີ 23/05/2014 ອອກ 743

3.ມື້ນີ້   27/05/2014  ເລກອອກງູ 772

ຖືກອາຍຸຄູບາຕາຍຕອນອາຍຸ 72 ປີ

http://www.manager.co.th/Local/ViewNews.aspx?NewsID=9530000131675

ມີໃຜເຊື່ອບໍ່  ວ່າແມ່ນເລື່ອງບັງເອີນ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 25, 2014 | ມີ 5 ຄຳເຫັນ ແລະ 0 trackback(s)

ການ​ຈົດ​ຈໍາ​ອະດີດ​ແລະ​ການ​ຄາດ​ການ​ອານາ​ຄົດ

ແມ່ນບໍ່

ຂຽນເມື່ອ ຂຽນເມື່ອ: ພ.ພ.. 20, 2014 | ມີ 7 ຄຳເຫັນ ແລະ 0 trackback(s)

ມື້ວານນີ້ ໝູ່ຂ້ອຍ post ວ່າຕອນໄປເລືອກສີທາດທີ່ພີ່ນ້ອງລາວຕາຍ

ມີງູໂຕຫນຶ່ງ ມາຍໍຄໍແລ້ວຊີ້ໃສ່ສີແດງ

ມື້ນີ້ເລກອອກງູ 72 ແທ້ໆ

ໃຜຊິວ່າບັງເອີນກະຢ່າ ແຕ່ຂ້ອຍວ່າບໍ່ບັງເອີນ

 

 

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 11, 2014 | ມີ 2 ຄຳເຫັນ ແລະ 0 trackback(s)

ລອງເລິ້ນ yoga ຕອນເຊົ້າເບິ່ງເດີ ເພື່ອຈະໄດ້ບໍ່ເຈັບປວດກ້າມຊີ້ນ

ແລະສຸຂະພາບດີຂຶ້ນ  ຂ້ອຍລວບລວມມາຈາກເວບ 1

http://www38.zippyshare.com/v/40659642/file.html

ຂຽນເມື່ອ ຂຽນເມື່ອ: ກ.ພ.. 16, 2014 | ມີ 14 ຄຳເຫັນ ແລະ 0 trackback(s)

ຕຳລາຈີນບອກວ່າ ມື້ທີ່ເກີດສາມາດທຳນາຍ ອາການປ່ວຍໄດ້ ນີ້ໄດ້ມາຈາກຕຳລາເຫລັ້ມ 1

ຄຳນວນຈາກຄົນທີ່ເກີດປີລົງທ້າຍເລກ

0 ເຊັ່ນ 1970,1980,1990,2000

ເລກ 1 ເຊັ່ນ 1991,1981,2001

 

ອັນນີ້ແມ່ນການຄຳນວນຈາກອະໄວຍະວະທີ່ອ່ອນແອຊື່ໆເດີ  ອະໄວຍະວະທີ່ກ່າວກ່ອນແມ່ນ ຖືວ່າອອ່ນແອອັນດັບ 1

ເລກ 0 ແ່ມນຕັບແລະປອດ ທີ່ອ່ອນແອ

ເລກ 1 ໄຕ ແລະມ້າມ

ເລກ 2 ມ້າມແລະຕັບ

ເລກ 3 ຫົວໃຈ ແລະໄຕ

ເລກ 4 ໄຕ ແລະມ້າມ

ເລກ 5 ປອດແລະ ຫົວໃຈ

ເລກ 6 ຫົວໃຈແລະໄຕ

ເລກ 7 ຕັບແລະປອດ

ເລກ 8 ປອດແລະຫົວໃຈ

ເລກ 9 ມ້າມແລະຕັບ

 

ຖືກຫລືບໍ່ comment ແນ່ເດີ້