ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 17, 2015 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ພະພຸດພະເຈົ້າເພິ່ນວ່າ "ມີຫລາຍເທົ່າຫລາຍເທົ່າໃດກໍ່ຍິ່ງທຸກ(ທັງກາຍແລະໃຈ)ຫລາຍເທົ່ານັ້ນ"

ມາຄິດເບິ່ງລະແມ່ນຄວາມເພິ່ນ ຕົວຢ່າງ:

1. ຄວາມຮູ້ຫລາຍ  ຖ້າເຈົ້າມີຄວາມຮູ້ຫລາຍ ເຈົ້າກະຕ້ອງມີແນວໃຫ້ຮັບຜິດຊອບຫລາຍ ເພາະວ່າຄົນອື່ນໃນອົງກອນເຮັດບໍ່ໄດ້ດີເທົ່າເຈົ້າ

2.ມີເງິນຫລາຍ ຄົນສ່ວນຫລາຍ(ທີ່ເງິນຍັງບໍ່ຫລາຍ) ມັກຄິດວ່າມີເງິນຫລາຍແລ້ວຈະມີຄວາມສຸກ ບາດມາເບິ່ງດີໆແລ້ວ ຄວາມສຸກທີ່ໄດ້ຈາກການ

ເສບວັດຖຸ ລ້ວນແມ່ນຄວາມສຸກຊົ່ວຄາວ ມາສັງເກດເສດຖີລະດັບໂລກຫລາຍຄົນ ເຂົາບໍ່ມີເວລາພັກຜ່ອນ ຍ້ອນມົວແຕ່ຫາເງິນມາແຂ່ງກັນ

3.ມີລູກຫລາຍ ..............

4.ມີແຟນຫລາຍ........... 

5.ມີໝາຫລາຍ......

6.ມີລົດຫລາຍ.........

7.ຍົດຖາບັນດາສັກ.................

ສຸດທ້າຍພວກນີ້ ຈະນຳໄປຫາຄວາມທຸກ ຢູ່ດີ 

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 15, 2015 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

ເປັນຄຳຖາມງ່າຍໆແຕ່ຄຳຕອບບໍ່ງ່າຍ 

ຄຳຕອບຂອງຂ້ອຍແມ່ນ

ດົນຕີແມ່ນຄື້ນສຽງທີ່ມີຄວາມຖີ່ທີ່ມີຮູບແບບທີ່ແນ່ນອນ....ເຊັ່ນຂອດ C,D,E,F,G,A,B  ເຖິງສຽງຈະສູງຕໍ່າຕ່າງກັນ

ເຊັ່ນຂອດ C ຄືກັນຈະມີຄວາມຖີ່ທີ່ເທົ່າກັນ ບໍ່ວ່າຈະສຽງຈະສູງຫລືຕໍ່າຕ່າງກັນກໍ່ກັນ  

ຄັນຖາມໄປອີກວ່າຄວາມຖີ່ຂອງສຽງ ແມ່ນຫຍັງ ແມ່ນ ຈຳນວນຄື້ນຂອງສຽງທີ່ເກີດຈາກ ການສັ່ນຂອງອາກາດ.

 

 

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 2, 2015 | ມີ 6 ຄຳເຫັນ ແລະ 0 trackback(s)

ມື້ວານເບິ່ງສາລະຄະດີເລື່ອງ Bering Sea Gold ທາງຊ່ອງ Discovery

ລາຍການນີ້ ຈະບັນທຶກການຂຸດຄຳຢູ່ ທະເລ ໂດຍຈະຕິດຕາມຜູ້ທີ່ຂຸດມາຫລາຍປີ

ແຕ່ທີ່ລະເລົ່າມື້ນີ້ ບໍ່ກ່ຽວກັບເລື່ອງຄຳ

ມີ​ໝໍ 1 ຂ້ອຍ​ເຫັນ​ມາ 3 ປີ​ແລ້ວ ລາວ​ຂຸດ​ກັບ​ລູກຊາຍ​ລາວ 2 ຄົນ ລວມລາວ​ເປັນ 3 ຄົນ. ຂະ​ເຈົ້າ​ມັກ​ຖຽງ​ກັນ​ເລື່ອງ​ພໍ່ ​ໄປ​ມີ​ເມຍ​ໃໝ່(​ເມຍ​ນ້ອຍ) ​ໂດຍ​ທີ່​ບໍ່​ໄດ້​ບອກ​ແມ່​ເຂົາ  ຈົນ​ມີ​ລູກ ​ແນ່ນອນ​ຕອນ​ນີ້ແມ່​ເຂົາຮູ້​ແລ້ວ ​ເສຍ​ໃຈ​ຫລາຍ, ​ເວລາ​ຂຸດ​ຄຳ​ໄດ້​ບາງ​ຄັ້ງ​ພໍ່​ກໍ່​ຈະ​ໂກງ​ລູກ….. ​ເວົ້າ​ງ່າຍໆ ຖື​ວ່າ​ບໍ່​ດີ​ຫັ້ນ​ລະ

ມາ​ເບິ່ງ​ມື້​ວານ ​ເມຍ​ໃໝ່​ໄປ​ເກີດ​ລູກ​ຢູ່​ໂຮງໝໍ​ທີ່ Alaska . ​ແນ່ນອນ​ເບິ່ງ​ສະພາບ​ໂຮງໝໍ​ແລ້ວ ​ກະ​ຂ້ອນ​ຂ້າງ​ທັນ​ສະ​ໃໝ ຖື​ວ່າ​ດີ​ສົມຄວນ​ຫັ້ນ​ລະ. ລູກ​ສາວ​ປອດ​ໄພ ​ແຕ່​ແມ່​ເສຍ​ເລືອດ​ຫລາຍ ອາການ​ເປັນຕາ​ຍ​ເທົ່າ​ກັນ ​ເຫັນ​ຜົວ​ໄຫ້​ອອກ​ມາ​ຈາກ​ໂຮງໝໍ.

ຂ້ອຍ​ກະ​ເລີຍ​ຄິດ​ໄດ້​ວ່າ ກຳ​ຈາກ​ການ ​​ແຕກແຍກ​ຄອບຄົວ​ຄົນ​ອື່ນ​ມັນ​ບາບ​ຫລາຍ ​ເກືອບພໍໆ​ກັບ​ການ​ຂ້າ​ຄົນຄົນ 1 ​ເລີຍ ​ແຕ່​ຂ້ອຍ​ກະ​ບໍ່​ຄິດ​ວ່າ​ຂ້ອຍ​ຈະ​​ໄດ້​ເຫັນ​ຜົນ​ຂອງ​ກຳ ອອກ​ໂທລະທັດ​ແບບ​ນີ້ ກະ​ແມ່ນ​ຢູ່​ວ່າ​ເຈົ້າ​ຮັກ ຜູ້​ຊາຍ​ຄົນ 1 ທີ່​ເປັນ​ຜົວ​ເຂົາ ​ແຕ່​ເຈົ້າ​ເຮັດ​ໃຫ້​ ​ເມຍ​ເຂົາ ​ແລະ​ລູກ​ອີກ 2(ບໍ່​ແນ່​ໃຈ​ວ່າ​ກຳລັງ​ຖືພາ​ໃໝ່​ອີກ​ບໍ່) ທີ່​ເຂົາ​ຢູ່​ແບບ​ມີ​ຄວາມສຸກ​ນຳ​ກັນ​ມາ 30 ປີ​ແບບຕາຍ​ທັງ​ເປັນ….

ທີ່​ເວົ້າ​ມາ​ກະ​ບໍ່​ໄດ້​ຊໍ້າ​ເຕີມ​ຄົນ​ເຈັບ​ດອກ ​ແຕ່​ຢາກ​ໃຫ້​ເປັນ​ແນວ​ຄິດ​ສຳລັບ​ໃຜ​ທີ່​ຈະ​ເຮັດ​ຜິດ​ສິນ 5 .

ປົກກະຕິ​ຕ້ອງ​ແມ່ນ​ຄົນ​ທີ່​ມີ​ປັນຍາ ສົມຄວນ ຈຶ່ງ​ຈະ​ສັງ​ເກດ​ເລື່ອງ​ແບບ​ນີ້​ໄດ້ ຢູ່​ໃກ້​ໂຕ​ເຮົາ ກະມີ​ຖ້າ​ສັງ​ເກດ​ດີໆ

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 1, 2015 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຊື່ ແອນນີ່ ແກ້ວທະວົງ (Anne Keothavong) ເປັນນັກເທັນນີສ ເຊື້ອລາວ ສັນຊາດອັງກິດ 

ພໍ່ແມ່ ລາວແຕ່ເກີດຢູ່ອັງກິດ

ອັນດັບຍິງດ່ຽວ ສູງສຸດທີ່ເຄີຍໄດ້ແມ່ນທີ່ 20 

ປັດຈຸບັນເຊົາຫລິ້ນແລ້ວ(ເຊົາປີ 2013)  ເສຍດາຍ ບໍ່ຮູ້ກ່ອນຫນ້ານີ້

http://www.wtatennis.com/players/player/4441

http://en.wikipedia.org/wiki/Anne_Keothavong

ມີຄົນລາວຈັກຄົນທີ່ຮູ້ເລື່ອງນີ້ເນາະ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 14, 2015 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ດຽວນີ້ມີ facebook, whatapp ,wechat, line 

ເວບທີ່ຄົນລາວຄວນຈະຫລິ້ນແນ່

ເວບຕ້ອງມີການປັບປຸງ

1.ໃຫ້ໂຫລດໄວຂຶ້ນ

2.ມີທີມງານເອົາຂ່າວມາລົງ

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 1, 2015 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຄວາມເປັນແລ້ວໂລກເຮົາບໍ່ໄດ້ສວຍງາມດັ່ງທີ່ເຮົາເຫັນ

ຍ້ອນວ່າສິ່ງທີ່ເຮົາວ່າງາມນັ້ນ ເປັນພຽງແນວຄິດຂອງພວກເຮົາສ້າງຂຶ້ນເອງ  ຕາເວັນມັນກໍ່ຄືຕາເວັນ ເດືອນມັນກໍ່ຄືເດືອນ ໂລກມັນກໍ່ຄືໂລກ