ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 28, 2011 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຊາຍ​ຍິງ​ຄູ່ໜຶ່ງ ​ຂີ່​ລົດຈັກ​ຊ້ອນ​ທ້າຍ​ກັນ ຄວາມໄວ​ກວ່າ 100 ກິ​ໂລ​ແມັດຕໍ່​ຊົ່ວ​ໂມງ

 

ຜູ້ຍິງ : ຂີ່​ຊ້າໆ​ແດ່ ​ເຂົາ​ຍ້ານ​ໃດ

 

ຜູ້ຊາຍ : ຍ້ານອີ່​ຫຍັງ​ ກຳລັງ​ມ່ວນ​ເລີຍ​

 

ຜູ້ຍິງ : ບໍ່​ຕະລົກ​ໃດ ຂໍ​ຮ້ອງ​ລະ ​ເຂົາ​ຍ້ານຫລາຍ​ອີ່ຫລີ໋

 

ຜູ້ຊາຍ : ຊັ້ນ​ເພິ່ນ​ບອກ​ເຂົາ​ກ່ອນ​ຕິ ວ່າ​ຮັກ​ເຂົາ

 

ຜູ້ຍິງ : ກະ​ໄດ້ ​ເຂົາຮັກ​ເພິ່ນ​ເດີ້ ຫລຸດ​ຄວາມ​ໄວ​ລົງດຽວນີ້ ຂໍ​ຮ້ອງ​ລະ

 

ຜູ້ຊາຍ : ກອດ​ເຂົາ​ແໜ້ນໆພ້ອມ

 

ແລ້ວ​ນາງ​ກໍ່​ກອດ​ລາວ​ແໜ້ນໆ

 

ຜູ້​ຊາຍ : ​ເອົາໝວກກັນນັອກ​ເຂົາ​ໄປ​ໃສ່​ໄວ ​ເຂົາ​ລຳ​ຄານ

 

ວັນ​ຕໍ່​ມາໜັງສື​ພິມ​ລົງ​ຂ່າວ ມີ​ອຸບັດ​ຕິ​ເຫດ​ລົດ​ຕຳ ​ເນື່ອງ​ຈາກ​ເບ​ກລົດ​ແຕກ ..

 

ມີ​ຄົນ​ນັ່ງ​ລົດຈັກ​ຄັນ​ນັ້ນ 2 ຄົນ ​ແຕ່​ວ່າ .. ລອດ​ຄົນ​ດຽວ

 

ຄວາມ​ຈິງ​ຄື ທາງ​ສາຍ​ນັ້ນ​ເປັນ​ທາງ​ລົງ​ຄ້ອຍ ຜູ້​ຊາຍ​ຮູ້​ວ່າ​ເບ​ກລົດ​ແຕກ ​ແຕ່​ບໍ່​ຢາກ​ໃຫ້​ແຟນສາວ​ຮູ້

 

​ແທນ​ທີ່​ລາວ​ຈະ​ບອກ​ນາງ ລາວ​ບອກ​ໃຫ້​ນາງ​ບອກ​ຮັກ ​ແລະ ຮູ້ສຶກ​ເຖິງ​ອ້ອມ​ກອດ​ອັນ​ອົບ​ອຸ່ນ​ຂອງ​ນາງ​ເປັນ​ຄັ້ງ​ສຸດ​ທ້າຍ ​ແລ້ວ​ໃຫ້​ນາງ​ໃສ່ໝວກກັນ​ນັອກ ​ເພື່ອ​ນາງ​ຈະ​ໄດ້​ມີ​ຊີວິດ​ຢູ່​ຕໍ່​ໄປ ​ເຖິງ​ແມ່ນ​ວ່າລາວ .. ​ຈະ​ຕາຍ​ໄປ​ກໍ່ຕາມ ..

Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່