ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 10, 2009 | ມີ 4 ຄຳເຫັນ ແລະ 0 trackback(s)

ມີນັກເດີນທາງ 3 ຄົນ ຫຼົງປ່າເລີຍໄປພໍ້ເຜົ່າກິນຄົນ ມື້ນັ້ນເປັນວັນເກີດຂອງຫົວໜ້າເຜົ່າ ລາວຈຶ່ງຄິດວ່າຊິເຮັດບຸນໂດຍສັ່ງວ່າ ” ມື້ນີ້ເປັນວັນເກີດຂ້ອຍ ຂ້ອຍຊິໄວ້ຊີວິດພວກເຈົ້າ ແຕ່ພວກເຈົ້າຕ້ອງອອກໄປປ່າເກັບໝາກໄມ້ມາຄົນລະ 10 ໝ່ວຍ ແຕ່ຕ້ອງເປັນໝາກໄມ້ຊະນິດດຽວກັນ ໄປໄດ້ ” ທັງສາມຄົນກະຟ້າວເຂົ້າໄປປ່າ ບໍ່ດົນປານໄດ ຜູ້ທີ 1 ກໍ່ກັບມາພ້ອມກັບໝາກມ່ວງ 10 ໝ່ວຍ ຫົວໜ້າເຜົ່າສັ່ງວ່າ “ ເຈ້າຈົ່ງເອົາໝາກໄມ້ຍັດເຂົ້າໄປໃນກົ້ນ ຂອງ ເຈົ້າ ເທື່ອລະໜ່ວຍໃຫ້ ໝົດ 10 ໜ່ວຍ ໂດຍບໍ່ໃຫ້ມີທ່າທີສະແດງອາການຫຍັງອອກມາ ຖ້າບໍ່ດັ່ງນັ້ນເຈົ້າຈະຖືກຂ້າ ” ເວົ້າແລ້ວລາວກໍ່ປະຕິບັດຕາມ ພໍຮອດ ໜ່ວຍທີ 2 ກໍ່ເຮັດໜ້າຕາສະແດງຄວາມເຈັບປວດອອກມາ ຈຶ່ງຖຶກຂ້າ ຕໍ່ມາຊາຍຄົນທີ 2 ກໍ່ກັບມາພ້ອມໝາກ ທັນ 10 ໝ່ວຍ ຜູ້ນີ້ກະຖືກໃຫ້ເຮັດຄືກັນ ກັບຜູ້ທີ 1 ລາວກໍ່ປະຕິ ບັດຕາມ ຍັດໝາກ ທັນເຂົ້າໄປໃນກົ້ນ ຍັດຈົນຮອດໜ່ວຍທີ 9 ກະຫຼົງຫົວອອກມາ ຈຶ່ງຖືກຂ້າຄືກັນ , ຢູ່ເທິງສະຫວັນ ຊາຍຜູ້ທີ 1 ຖາມ ໝູ່ຄົນທີ ສອງວ່າ ” ໂຕຫົວອອກມາເຮັດຫຍັງ ທັງທີ່ຍັດໝາກ ທັນຈົນຮອດໜ່ວຍທີ 9 ແລ້ວ ຍັງອິກໜ່ວຍດຽວ ” ໝູ່ຜູ້ທີ 2 ຕອບວ່າ: “ ຊ່ວຍບໍ່ໃດ້ກໍ່ຕອນເຮົາຍັດໝາກ ທັນ ຮອດ ໜ່ວຍທີ 9 ເຮົາຄິດເຫັນໝູ່ເຮົາອີກຄົນໜຶ່ງ ກຳລັງຖື ໝາກຖົ່ວລຽນ ມາຕັ້ງ 10 ໜ່ວຍ ” 

Delicious Digg Fark Twitter