ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 24, 2010 | ມີ 17 ຄຳເຫັນ ແລະ 0 trackback(s)

ມື້ກ່ອນໄດ້ອ່ານບົດຂອງອາຈານຈາກມະຫາວິທະຍາໄລແຫ່ງຊາດ ໃນຫົວຂໍ້ " ການເຄືອນໄຫວທີ່ສຽ່ງໄພຂອງນັກຄົ້ນຄວ້າປະຫວັດສາດ " ທີ່ເວົ້າເຖິງຜູ້ຈັດສຳມະນາຢູ່ໄທມີເລ້ລຽ່ມຢາກພິກປີ້ນຄວາມເປັນຈິງຂອງປະຫວັດສາດ ເຊິ່ງເກີດຂື້ນໃນວັນທີ່ 10.02.2010 ຢູ່ໃນກອງປະຊຸມຈັດສຳມະນາໃນຫົວຂໍ້ " ບົດບາດ ແລະ ຍຸດທະສາດການຕ່າງປະເທດໄທ ຕໍ່ເພືອນບ້ານ " ໂດຍແມ່ນສະຖາບັນສືກສາຄວາມໜັ້ນຄົງ ແລະ ນາໆຊາດຂອງມະຫາວິທະຍາໄລ ຈຸລາລົງກອນ ແຫ່ງລາຊາອານາຈັກໄທເປັນເຈົ້າພາບ.

ເລ້ລຽມຂອງພວກເຂົາແມ່ນຄະນະຈັດສຳມະນາແຈກຢາຍເອກະສານທີ່ບໍ່ນອນຢູ່ໃນວາລະກອງປະຊຸມໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ເຊິ່ງໃນນັ້ນມີເອກະສານໜື່ງກຽ່ວຂ້ອງກັບ ສປປ ລາວ ເຊິ່ງເອີ້ນຊື່ວ່າ: ເອກະສານກຽ່ວກັບມົນທົນບູລະພາ (ຕາເວັນອອກ) ຊື່ງໃນນີ້ ລວມມີດີນແດນຂອງລາວທີ່ຜູ້ສະເໜີ (ຄົນໄທ) ຍັງຖືວ່າເປັນດີນແດນຂອງໄທ... ໃນບົດຄວາມຂອງອາຈານຈາກມະຫາວິທະຍາໄລແຫ່ງຊາດລາວ ໄດ້ອະທິບາຍຢ່າງກະຈ່າງແຈ້ງແລ້ວຕໍ່ກັບເອກະສານດັ່ງກ່າວ.

ແຕ່ໃນຖານະຜູ້ຮັບຜິດຊອບຄໍລຳ "ແນວລາວ" ຟັງແລ້ວຮູ້ສືກຄັນແຂ້ວ (ຄັນມື) ຈື່ງຢາກຂຽນບອກເຖິງນັກປະຫວັດສາດໄທ ກໍ່ຄືນັກວິຊາການທີ່ສະເໜີເອກະສານດັ່ງກ່າວນີ້ວ່າ ຈະເອົາຍ່ານໃດຂອງປະຫວັດສາດມາເວົ້າເລື່ອງດີນແດນ ຄັນຢາກຄົ້ນປະຫວັດສາດມາຜິດຖຽງກັນ.

ຂໍຖືເອກະສິດຍົກປະສັດສາດຍ່ານ ອານາຈັກລ້ານຊ້າງ ເຊິ່ງແມ່ນສະໄໝເຈົ້າຟ້າງຸ່ມມະຫາຣາດ ທ້ອນໂຮມອານາຈັກຕ່າງໆເປັນເອກະພາບ ຕົ້ນສະຕະວັດທີ XVIII.

ຈະເຫັນວ່າກວມປະເທດໃດແດ່ໃນປະຈຸບັນ ອັນນີ້ຄິດວ່າ ໃຜກໍ່ຮູ້ດີ ບໍ່ວ່າສາ! ນັກປະຫວັດສາດນໍ! ຄົນລາວ - ຄົນໄທ ທຳມະດາສາມັນລ້ວນແຕ່ຮູ້ດີ ເດັກນ້ອຍຊັ້ນປະຖົມບາງຄົນກໍ່ຍັງຮູ້.

ຄົນໄທເອງດຽວນີ້ຍັງເອີ້ນບັນດາຄົນທີ່ອາໃສຢູ່ ຈັງຫວັດ (ແຂວງ) ຕ່າງໆຂອງໄທທັງໝົດ 17 ຈັງຫວັດນັ້ນວ່າ  ຄົນລາວອື່ສານ ແລະ ຄົນພວກນີ້ກໍ່ມີຂະໜົບທຳນຽມ ພາສາປາກເວົ້າຄ້າຍຄືຄົນລາວອອ້ຍຕ້ອຍ... ເມື່ອເວົ້າເຖິງຍ່ານປະຫວັດສາດນີ້ແລ້ວ ນັກຄົ້ນຄວ້າວິທະຍາສາດຜູ້ນັ້ນຈະວ່າຢ່າງໃດ?

ທາງອອກທີ່ດີແມ່ນເລື່ອງຂອງປະຫວັດສາດກໍ່ຕ້ອງປະໄວ້ເບື້ອງຫຼັງ ປິດສາກປະຫວັດສາດໄວ້ ແລ້ວພ້ອມກັນເດີນໜ້າຮວ່ມມືກັນ ສາມັກຄີສາ້ງສາພັດທະນາ ບ້ານເມືອງຂອງໃຜລາວໃຫ້ຈະເລີນຮຸ່ງເຮື່ອງ ສີວິໄລ ມີຄວາມຜາສຸກ....

ບັນຫາເກີດຂື້ນຢູ່ພາຍໃນຍັງແກ້ບໍ່ຕົກ ແຕ່ດ້ວຍສັນດານອັນໃດຈື່ງມັກເຕາະພຸ້ນເຕາະພີ້ກັບປະເທດເພື່ອນບ້ານ ບໍ່ຢ້ານປະຊາຊົນໄທ ຄົນໄທລົງໂທດບໍ? ຄັນວ່າເກັ່ງກາຊ່ວຍແກ້ບັນຫາບ້ານເມືອງຂອງຕົນເອງສາ? ເລື່ອງປະເທດເພື່ອນບ້ານຈື່ງຄ່ອຍວ່າຕາມທີ່ຫຼັງ.

ຟັງເບິ່ງແລ້ວ ການສະເໜີເອກະສານສະບັບນີ້ ກໍ່ປານວ່າຄົນໝົດປັນຍາແທ້ໃດ໋.

Delicious Digg Fark Twitter