ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 27, 2010 | ມີ 6 ຄຳເຫັນ ແລະ 0 trackback(s)
  • ມີ​ຜົວ​ເມຍ​ຄູ່​ໜຶ່ງ ​ແຕ່ງງານ​ກັນ​ມາ​ກໍ​ເປັນ​ເວລາ​ຫລາຍ​ປີ​ພໍ​ນັບ​ໄດ້ ​​ຢູ່​​ໄປ​ຢູ່​ມາ​ຝ່າຍ​ຜົວ​ເລີ່​ມມີ​ອາການ​ປ່ຽນ​ໄປ, ​ແຕ່ລະ​ມື້​ຫລັງ​ຈາກ​ເລີກ​ຈາກ​ວຽກ​ມາ​ຮອດ​ບ້ານ ຝ່າຍ​ຜົວ​ກໍ​ໄດ້​ແຕ່​ນັ່ງ​

ເຫ​ງົາຢູ່, ຝ່າຍ​​ເມຍ​ກໍ​ໄດ້​ແຕ່​ສົງ​ໄສ​ແຕ່​ກະ​ຄິດ​ວ່າ​ຜົວ​ຄົງ​ຄິດ​ກ່ຽວ​ກັບ​ວຽກ​ຫລາຍ ​ເມື່ອ​ຜ່ານ​ໄປ​ຫລາຍ​ມື້ຕໍ່ຫລາຍ​ວັນ ​ເມຍ​ອົດ​ບໍ່​ໄດ້​ວ່າ​ມີ​ຫຍັງ​​ເກີດ​ຂື້ນ​ກັບ​ຜົວ ​ເລີຍ​ຍ່າງ​ເຂົ້າ​ໄປ​ຖາມ​ເພື່ອ​ຈະ​ໄດ້​ປຶກສາ​ຫາລື ​ແລະ ຫາ​ວິທີ​ທາງ​ການ​ແກ້​ໄຂ​ຊ່ວຍ

​​ເມຍ: ອ້າຍ ຊ່ວງ​ນີ້​ເປັນ​ຫຍັງ​​ເບີ່​ງອ້າຍ​ຄື​ວ່າ​ຄິດ​ຫລາຍ, ງ່ວມ​ເຫງົາ​, ​ແມ່ນ​ອ້າຍ​ມີ​​ເລື່ອງຫຍັງ? ບອກ​ໃຫ້​ນ້ອງ​ໄດ້​ຮູ້​ນຳ​ໄດ້​ບໍ່ ​ເພື່ອ​ຈະ​ໄດ້​ຫາ​ທາງ​ແກ້​ໄຂ​ຊ່ວຍ?
 

ຝ່າຍ​ຜົວກະ​ບໍ່​ຫລາຍ​ເລື່ອງ ​ເວົ້າ​ຕາມ​ຄວາມ​ຈິງ​​ໃນ​​ໃຈ​ທີ​ກຳລັງ​ຄິດ​ຢູ່
 
ຜົວ: ​ໂອຍ... ກະ​ບໍ່​ມີ​ຫຍັງ​ຫລາຍ​ດ໋ອກ ອ້າຍ​ພຽງ​ແຕ່​ຄິດ​ຮອດ​ອະດີດ​ຂອງ​ພວກ​ເຮົາ​ຫັ້ນ​ນາ ນ້ອງ​ຍັງ​ຈື່​ໄດ້​ບໍ່ ກ່ອນ​ເຮົາ​ຈະ​ໄດ້​ກັນຫັ້ນ? ຄືນ​ນັ້ນ​ອ້າຍ​ລັກ​ເຂົ້າ​ຫ້ອງ​ນ້ອງ, ມື້​ນັ້ນ​ພໍ່​ຂອງ​ນ້ອງ​ຈັບ​ໄດ້ ​ແລ້ວ​ລາວ​ຖາມ​ອ້າຍ​ວ່າ: ​ຈະ​ເລືອກ​ແນວ​ໃດ​ລະຫວ່າງ​ຕິດ​ຄຸກ​ກັບ​ແຕ່ງງານ​ກັບ​ລູກ​ຂ້ອຍ? ຕອນ​ນັ້ນ​ອ້າຍ​ລະ​ຍັງ​ບໍ່​ທັນ​ຮູ້​ຫຍັງ​ຫລາຍ ອ້າຍ​ເລີຍ​ເລືອກ​ແຕ່ງງານ. ຄັນ​ອ້າຍ​ເລືອກ​ເຂົ້າ​ຄຸກ ປານ​ນີ້​ອ້າ​ຍ​ໄດ້​ອອກ​​ແລ້ວ.  555555+

Delicious Digg Fark Twitter