ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 27, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

           ເມື່ອກ່ອນຍັງມີສອງສ່ຽວຮັກແພງກັນມາຕັ້ງແຕ່ນ້ອຍໆ, ຕອນເປັນເດັກນ້ອຍເຂົາຮຽນນຳກັນ ແລະ ໄດ້ແຮກສ່ຽວກັນ ບໍ່ຮູ້ວ່າເປັນຫຍັງສອງສ່ຽວນີ້ຈິ່ງມາເປັນສ່ຽວທີ່ຮັກແພງກັນໄດ້ ຫລືວ່າ ຍ້ອນຢູ່ໂຮງຮຽນບໍ່ມີໃຜຢາກເປັນໝູ່ກັບສອງຄົນນີ້ກະບໍ່ຮູ້ ເພາະອັນທີ່ຈິງແລ້ວສອງສ່ຽວນີ້ຍາມໃດກໍມີແຕ່ກວນກັນຕະຫລອດເວລາ.

ເມື່ອໃຫຍ່ຂື້ນມາຕ່າງຄົນກໍ່ຕ່າງແຍກທາງກັນໄປຢູ່ໄກກັນ ຜູ້ໜຶ່ງໄປຢູ່ປ່າຢູ່ດົງ ເລີຍໄດ້ລ້ຽງມ້າໄວ້ເປັນພາຫະນະ ສ່ວນຜູ້ໜຶ່ງໄປຢູ່ເຂດໃກ້ແມ່ນ້ຳກໍມີເຮືອໄວ້ເປັນພາຫະນະເຊັ່ນກັນ ມີມື້ໜຶ່ງສ່ຽວທີຢູ່ບ້ານໃນປ່າໄດ້ມີໂອກາດໄດ້ອອກມາຍາມສ່ຽວທີ່ຢູ່ແຄມນ້ຳ ເມື່ອມາຮອດກັນກໍທັກທາຍກັນຕາມທຳມະດາຂອງຄົນບໍໄດ້ພົບກັນດົນຫັ້ນລະ ແຕ່ພໍບໍ່ດົນສ່ຽວສ່ຽວກໍເລີ່ມອອກອຸບາຍກວນກັນ.

           ເຊົ້າມື້ໃໝ່ມາ ສ່ຽວທີ່ຢູ່ແຄມນ້ຳໄດ້ຂໍຢືມມ້າຂອງສ່ຽວໄປທ່ຽວຫລິ້ນ ອ້າຍສ່ຽວເທິງພູກະບໍ່ທັນເຂົ້າໃຈວ່າໝູ່ຈະກວນ ສ່ຽວກໍເອົາມ້າໄປຂີ່ຈົນໝົດມື້

ຈົນຮອດແລງ ເມື່ອກັບມາ ມ້າຂອງສ່ຽວເທິງພູກໍຫອບ ເມື່ອຍ ເບີ່ງຄືບໍ່ມີແຮງ ຈົນວ່າເກືອບຕາຍ. ອ້າຍສ່ຽວເທິງພູເຫັນແນວນັ້ນກໍ່ໃສ່ໃຈໄວ້ ”ມື້ອື່ນກູຈະເອົາຄືນ”. ຕື່ນມາມື້ໃໝ່ສ່ຽວຢູ່ເທິງພູກໍ່ຂໍຢືມເຮືອໄປຂີ່ຫລິ້ນ, ສ່ຽວແຄມນ້ຳກໍ່ບໍ່ປະຕິເສດເລີຍຈັກຄວາມ.

ຝ່າຍສ່ຽວເທິງພູກໍ່ເອົາເຮືອໄປຂີ່ຕາມສະບາຍ, ພາຍໄປຫັ້ນໄປໜີ້ ຈົນໂຕເອງກະເມື່ອເກືອບຕາຍ ແລ້ວກໍກັບມາບ້ານ ຢູ່ໃນໃຈກະຈົ່ມວ່າ ” ສົມນ້ຳໜ້າບໍ່ ກູເມື່ອຍຊ້ຳນີ້ເຮືອມືງບໍ່ເມື່ອຍກະຫລາຍເຕີບລະ ”   55555+

Delicious Digg Fark Twitter