ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 28, 2010 | ມີ 10 ຄຳເຫັນ ແລະ 0 trackback(s)

1) ປັນຍາຈະ​ເກີດ​​ເມື່ອ​ເປີດ​ປື້ມອ່ານ

2)    ຄົນ​ອ່ານໜັງສື​ໄດ້ ແຕ່​ບໍ່​ອ່ານ ກໍ່​ຄື​ກັນ​ກັບ​ຄົນ​ກຶກໜັງສື ​ເພາະ​ທັງ​ສອງ​ຄົນ​ຈະ​ບໍ່​ໄດ້​ປະ​​ໂຫຍ​ດຫຍັງ​ຈາກໜັງສື;
3)    ມິດຕະພາບ ຈະ​ຈືດຈາງ ຖ້າ​ມາ​ຫາ​ກັນ​ເລື້ອຍ ຫລື ນານ​ມາ​ຫາ​ກັນ​ໂພດ;
4)    ຜູ້​ຖາມ​ຈະ​ເປັນ​ຄົນ​ໂງ່​ຫ້າ​ນາທີ ​ແຕ່​ຜູ້​ທີ່​ບໍ່​ຖາມ​ຈະ​ເປັນ​ຄົນ​ໂງ່​ຕະຫລອດ​ການ;
5)    ສຸພາສິດ​ຄື​ພູມ​ປັນຍາ​ຂອງ​ນັກ​ບັນດິດ ທີ່​ຜ່ານ​ການ​ຄົ້ນ​ຄິດ​ກັ່ນ​ຕອງມາ​ແລ້ວ​ເປັນ​ຢ່າງ​ດີ, ການຮຽນຮູ້ຈື່ຈຳເອົາສຸພາສິດຈຶ່ງເປັນເໝືອນຫົນທາງລັດສູ່ຄັງປັນຍາອັນຍິ່ງໃຫຍ່
6)    ​ເຮົາ​ສາມາດ​ຕັດສິນ​ຄົນ​ຜູ້ໜຶ່ງ​ໄດ້​ ຈາ​ການ​ປາກ​ເວົ້າຂອງ​ເຂົາ​ຄື: ຄົນ​ໂງ່​ມັກ​ອວດ​ສະຫລາດ, ຄົນ​ທຸກ​ມັກ​ອວດ​ຮັ່ງ​ອວດ​ມີ ຄົນຂີ້ຢ້ານ​ມັກ​ອວດ​ກ້າ
7)    ຈົ່ງ​ເຮັດ​ໃຫ້​ທຸກໆວັນ ​ເປັນ​ວັນ​ທີ່​ມີ​ຄວາມສຸກ ຖ້າ​ບໍ່​ດັ່ງນັ້ນ ທ່ານ​ຈະ​ເສຍ​ໃຈ​ໄປ​ຕະ​ຫລອດ​ການ ​ເພາະ​ບໍ່​ມີ​ໃຜ​ຮູ້​ວ່າ​ຈະ​ມີ​ມື້​ອື່ນ​ສຳລັບ​ຕົນ​ເອງ​ຫລື​ບໍ່
8)    ຖ້າ​ຢາກ​ຮັກສາ​ມິດ​ຕະພາບ​ໄວ້ ຈົ່ງ​ຢ່າ​ໃຫ້​ເພື່ອນ​ຢືມ​ເງີນກັນ
9)    ຄວາມ​ຜິດພາດ ລາຄາ​ແພງ​ຫລາຍ ດັ່ງນັ້ນຈົ່ງ​ແກ້​ໄຂຄວາມ​ຜິດພາດ​ກ່ອນ​ທີ່​ມັນ​ຈະ​ຖຶກ​ເຮັດ
10) ສຸດ​ຍອດ​ຂອງ​ສິລະ​ປະກາ​ນປາກ​ເວົ້າສົນທະນາ​ຄື: “ຢ່າ​ເວົ້າ​ໃນ​ສິ່ງ​ທີ່​ຕົນ​ເອງ​ຢາກ​ເວົ້າ ຈົ່ງ​ເວົ້າ​ໃນ​ສິ່ງ​ທີ່​ຄົນ​ອື່ນ​ຢາກ​ຟັງ“
Delicious Digg Fark Twitter