ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 15, 2011 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

      ພາຍຫຼັງເຈົ້າອະນຸວົງເສຍໄຊໃຫ້ແກ່ສະຫຍາມແລ້ວສັກດີນາສະຫຍາມກໍ່ພະຍາຍາມຈະເອົາພຣະແກ້ວມໍລະກົດ

ໄປສະຖິດໄວ້ຢູ່ປະເທດໄທພວກເຂົາໄດ້ໃຊ້ຄວາມພະຍາຍາມຫຼາຍວິທີແຕ່ກໍ່ບໍ່ສາມາດຍົກພະແກ້ວມໍລະກົດຂຶ້ນມາໄດ້

ສະນັ້ນພວກເຂົາຈຶ່ງໄດ້ໝໍຫົນລາວຈຳນວນຫ້າຄົນເພື່ອໄປອ້ອນວອນຊ່ວຍພວກເຂົາໂດຍມີເຫດຜົນອ້າງອີງວ່າ:

ປັດຈຸບັນນີ້ເມືອງລາວບໍ່ມີຄວາມສະຫງົບເທື່ອ  ສະນັ້ນຈຶ່ງອັນເຊີນພຣະແກ້ວມໍລະກົດນີ້ຍາ້ຍໄປປະດິດສະຖານໄວ້

ທີ່ກຸງເທບປະເທດໄທເສຍກ່ອນຖ້າຫາກວ່າເມື່ອໃດເມືອງລາວມີຄວາມສະຫງົບຈະອັນເຊີນມມາປະດິດໄວ້

ທີ່ເມືອງລາວຄືເກົ່າເພື່ອເປັນການຢັ້ງຢືນສັກສີຂອງສັກດີນາສະຫຍາມໃນເວລານັ້ນພວກເຂົາຈຶ່ງໄດ້ສາບານວ່າ: ຖ້າຫາກໄທບໍ່ປະຕິບັດຕາມຄຳສາບານດັ່ງກ່າວນີ້ຂໍໃຫ້ມີມະຫັນຕະໄປ 5 ຢ່າງເກີດຂຶ້ນແກ່ປະ ເທດໄທ (ສະຫຍາມ) ດັ່ງນີ້:

1. ນາຄາຂໍໃຫ້ສະດຸ້ງຕື່ນໃຫ້ເກີດເປັນຄື້ນຖ້ວມບ້ານຖ້ວມເມືອງ

2. ປະເທດໄທບໍ່ມີຄວາມສະຫງົບຈະເລີນຮຸ່ງເຮືອງ ການເມືອງຂໍໃຫ້ສັບສົນລະເວງ

3. ອານາຈັກດຽວໃຫ້ແບ່ງເປັນຫຼາຍຊາດ ຄວາມເປັນເອກະລາດຂໍໃຫ້ມຸ່ນທະລາຍ

4.ຣາຊາບັນລັັງຂໍໃຫ້ຖືກໂຄ່ນລົ້ມ

5. ດິນສ່ວນໜຶ່ງຂໍໃຫ້ຈົມລົງນໍ້າທະເລ

    ເມືອສັກດີນາສະຫຍາມໄດ້ຢັ້ງຢືນຄຳສາບານຂອງຕົນຄືດັ່ງກ່າວແລ້ວ ໝໍຫົນລາວທັງຫ້າຄົນຈຶ່ງພ້ອມກັນ

ເຊີນພຣະແກ້ວມໍລະກົດຕາມຈຸດປະສົງຂອງໄທຈາກນັ້ນພວກສັກດີນາສະຫຍາມຈຶ່ງສາມາດເອົາພຣະແກ້ວ

ມໍລະກົດໄປປະດິດສະຖານໄວ້ທີ່ກຸງເທບ (ປະເທດໄທ) ຈົນເຖິງປັດຈຸບັນນີ້.

    ຫນັງສືສະບັບນີ້ເອົາມາຈາກຫໍສະໝຸດຂອງແຂວງຫຼວງພະບາງໃນມື້ວັນທີ 18/2/2010

       ຊ່ວຍວິຈານໃນການອ່ານດ້ວຍ.

       ຂໍຂອບໃຈ!! 

Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່