ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 4, 2012 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 26, 2012 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 

 

                              ດອກງິ້ວຮັກ

                                             ໂດຍ: ເມັຽນອນ ມາOnLine.

          ປູກດອກຮັກ   ຫວັງໃຫ້ບານ   ກາງຫວ່າງໃຈ
                ສົມຣືທັຍ         ດອກຮັກຂາວ   ຊອນຈູມຈໍ່
                  ພໍນານວັນ       ອັສຈັນ             ໃຈເຮົາໜໍ
                   ກາຍເປັນຊໍ່       ດອກງິ້ວແດງ         ໜາມແທງໃຈ.

 

                              *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ*

ຂຽນເມື່ອ ຂຽນເມື່ອ: ມ.ສ.. 24, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 

                    ເວົ້າມາແລ້ວກະເມື່ອຍຫົວໃຈ

               ເລີຍບໍ່ຊ່າງຊິອະທິບາຍຈັ່ງໃດດີ

               ກົດນີ້ເບີ່ງເອົາເອງໂລດສາຄັນຢາກຮູ້...

           i

           i

           v

            punlao.com/mianone/albums/36115/293990 

 

                                                     ຂຽນຫຼີ້ນຊື່ໆດອກ.

ຂຽນເມື່ອ ຂຽນເມື່ອ: ມ.ສ.. 21, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 

 

                            ງົງໃຈໂຕເອງ.

                              

                                               ໂດຍ: ເມັຽນອນ ມາOnLine



           ຍາມຫ່າງໄກ      ເປັນຫຍັງໃຈ       ຄອຍຫ່ວງຫາ

          ເມື່ອພົບໜ້າ      ທັມມະດາ         ເວົ້າຢອກໄຍ

            ພໍຍາມຈາກ       ມາຄິດຍາກ        ຊິຈາກໄກ

              ຫລືວ່າໃຈ           ບໍ່ຢາກຫ່າງ         ຈາກນາງເອີຍ


         ຄວາມຮູສືກ        ເລີກໆ        ມັນເວົ້າຍາກ

           ຈະວ່າຮັກ         ຫຼືບໍ່ຮັກ        ບໍ່ຮູ້ເລີຍ

             ໃນສາຍຕາ        ທຳເໝືອນວ່າ      ເປັນເສີຍໆ

               ແຕ່ຫົວໃຈ        ເຮົາເອີຍ        ມັນຫວັ່ນໄຫວ.

 

                               *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ*

                                                                                       ຂອບໃຈທຸກຄຳເຫັນ .

ຂຽນເມື່ອ ຂຽນເມື່ອ: ມ.ສ.. 19, 2012 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ


 

        

 

                  ຈັ່ງໃດ໋ກໍໃດ້ເຂົ້າມາລັກອ່ານແລ້ວ

                    ກໍເມັ້ນໄວ້ແນ່ເດີ ບໍ່ຕ້ອງເກງໃຈ...

 

                            ກອນ ເມັຽນອນລັກອອນໄລນ໌

                                                  ໂດຍ : ເມັຽນອນ ມາOnLine

                       ເມັຽບໍ່ຮູ້ເມື່ອຂ້າງ                    ຜົວລັກມາອອນໄລນ໌

                      ນອນແຈບຫລັບປານຕາຍ      ບໍ່ຫ່ວງນຳຜົວຈ້ອຍ

                        ມາຫນັກໃຈທາງຂ້ອຍ             ຄົນມັກຫລອຍຫົວໃຈເຮັ່ຽ

                           ລັກອອນໄລນ໌ເມັຽອ້າຍຮູ້          ຫູອ້າຍຊິບໍ່ຍານ...ບໍນີ່ນ່ະ

 

                                                            *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ*

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 11, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ຄົນທີ່ມັກສາບານ ບໍ່ຄວນພາດ...

 

                 ເໜືອຄຳສາບານ

                              ໂດຍ: ເມັຽນອນ ມາOnLine

     ຝົນຕົກລົງຈາກຟ້າ          ພັດເປັນຫ່າລົມແຮງ

     ມາສແລງຫົວໃຈ          ຜູ່ຊາຍຄົນນີ້

     ຄິດເຖີງຄາວມີນ້ອງ           ປະຄອງກາຍຊົບໄອອຸ່ນ

     ເນື້ອລະມຸນອ້າຍໃດ້ໝົ້ນ          ຄືນຝົນຟ້າມືດສລົວ


     ມືເຈົ້າຄວານຳອ້າຍ          ບອກວ່າຮັກເອົາເຫຼືອ

     ຄວາມເຊື່ອໃນໂຕຊາຍ          ບໍ່ແນ່ໃຈຢ້ານຊາຍປີ້ນ

     ຢ້ານຫຼອກກີນຊີມຫຼີ້ນ            ແລ້ວເລີຍບີນຫາຜູ່ໃໝ່

     ສາບານມາເຖີດອ້າຍ             ຈີງໃຈແທ້ຮັກຕໍ່ກັນ


    ພໍ້ທາງຕັນໜັກອື້ງ          ອ້າຍຈື່ງຍອມສາບານ

ຟ້າ ເປັນພະຍານຄວາມຮັກ          ຕໍ່ຍີງຄົນນີ້

    ຫາກອ້າຍມີຄຳເວົ້າ          ມຸສາໃຫ້ຟ້າຜ່າ

    ຄຳສາບານກ່ອນກີ້          ໜີບໍ່ມົ້ມຫວາດລະແວງ


    ຍາມລົມແຮງຟ້າຮ້ອງຕື້ງ          ຄນືງຮ່ຳຄຳສາບານ

    ນອນສັ່ນໜາວໃນເຮືອນ          ກົບເກື່ອນຄວາມກົວຢ້ານ

    ຄຳສາບານທີ່ເຄີຍໃຫ້        ໃດ້ຜິດໃປ   ຊາຍເລີຍຢ້ານຟ້າຜ່າ

    ຄຳສັນຍາມີຕໍ່ນ້ອງ          ຄືເຄືອຂ້ອງຍັກຄໍ. 

 

ປລ...ຜູ່ຂຽນບໍ່ເຄີຍໃປສາບົດສາບານໄວ້ກັບໃຜໂລໆເລໆເດີ ເຊື່ອໂລດຂ້ອຍບໍ່ໃດ້ເວົ້າຕົວະ...ສາບານໃດ້

 

             *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 28, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 

                        ເມັຽນອນສອນນ້ອງ

                                ໂດຍ : ເມັຽນອນ ມາOnLine

          ກ່ອນທີ່ທ່ານຈະວ່າກ່າວ        ເຂົາຄົນອື່ນ

         ຈົ່ງເບີ່ງຄືນຕົວທ່ານ              ນັ້ນກ່ອນໜາ

           ຢ່າຫຼົງຕົນວ່າລື່ນຄົນ            ເລີດປັນຍາ

            ເຫັນຄົນອື່ນດ້ອຍຄ່າ             ຕ່ຳກວ່າຕົນ


        ຢ່າເປັນຄົນສືກສາສູງ        ຟຸ້ງແຕ່ປາກ

          ແຕ່ໃຈຫາກຄືດຕ່ຳ            ໄຮ້ເຫດຜົນ

           ຂົ່ມຄົນອື່ນຍົກໂຕລື່ນ          ວ່າເລີດຄົນ

            ປັນຍາຊົນຈົ່ງທຳຕົນ            ສົມລາຄາ


        ທຸກວິຊາທີ່ຮຽນມາ          ບຸກບາກບັ່ນ

          ສອບເສັງຜ່ານຮຽນຈົນຈົບ  ປະຣິນຍາ

            ຫາກທຳຕົນເປັນຄົນ           ເສື່ອມຄຸນຄ່າ

             ໃປໄຖນາດີກວ່າຮຽນ            ມະຫາລັຍ.

 

                                        *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 23, 2011 | ມີ 19 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 

                                                        ສຣະ Xູ

                                                                     ໂດຍ : ເມັຽນອນ ມາOnLine

                               ອ້າຍຄົນປັນຍາປູ້          ຢາກມີຄູ່ເປັນສາວຄູ

                          ສາວບໍ່ເຄີຍອິນດູ           ຕູ່ວ່າເຮົາເປັນຄວາຍຕູ້

          ຮັກສາວຄູ     ອ້າຍຊິອົດສາສູ້             ຈົນໃດ້ຊູໃປຮຽງຄູ່

                           ຄັນສາຍແນນສົ່ງຍູ້        ເຂົາຄວາຍຕູ້ຫາກຊິຟູ ດອກນາ


          ຄ່າດອງແພງ   ອ້າຍຊິຫາເງີນກູ້          ມາແຕ່ງໃຫ້ຄອຍດູ

                             ໝາຍປອງເອົາເປັນຄູ        ສ່ວນຕົວເພື່ອຮຽນຮູ້

                             ມາເປັນຄູຫົວໃຈອ້າຍ     ໄອເລີຟຢູລູກໄພ້ປູ່

  ຮັກສາວແກ້ມປຸຫລູ     ຈົ່ງອິນດູບັກອ້າຍ          ຊິຕາຍຍ້ອນເພາະຮັກຄູ ນີ້ແຫຼ໊ວ.

 

                                                   *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 20, 2011 | ມີ 22 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 

                       ກິກນອກໃຈ

 

                              ໂດຍ: ເມັຽນອນ  ມາOnLine

 

   ຄລິ໊ກເຂົ້າໃປ          ໄດອະຣີຂຽນມື້ວານ

   ຖືກເປີດອ່ານ          ໃປແລ້ວຫ້າສີບຄັ້ງ

   ແຕ່ຄອມເມັ້ນ          ບໍ່ເຫັນມີໜ້າຜິດຫວັງ

   ຫຼືເຮົາຍັງ              ມືບໍ່ເຖີງຂຽນໂດນໃຈ


   ລອງຂຽນໃໝ່          ໄດອະຣີບົດກອນສັ້ນ

   ທ່ານຄົນອ່ານ          ຊ່ອຍພາກັນຄອມເມັ້ນໃຫ້

   ມີແຕ່ອ່ານ              ຜ່ານຕາແລ້ວຈາກໃປ

   ຂໍໃຫ້ກິກນອກໃຈ        ໃຜບໍ່ເມັ້ນ.

 

                            *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ.

ຂຽນເມື່ອ ຂຽນເມື່ອ: ກ.ລ.. 14, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 

                 ຫົວໃຈເຮັ່ຽຍາມເມັຽນອນ.

                                         ໂດຍ: ເມັຽນອນ ມາOnLine

   ຍາມຄ່ຳຄືນ        ຕາຊື່ນມືນມ້ອງກ້ອງ

   ຢືດຄໍສ່ອງ        ເຫັນເມັຽນອນຝັນຫຼັບໄຫຼ

   ມືຄວາຈັບ        ຮູ້ເມັຽຫຼັບຈົນແຈບໃຈ

   ຟ້າວເປີດຄອມ     ອອນໄລນ໌ນອກໃຈມາ


   ເຫັນສາວງາມ     ຢາກຖາມຂຽນຄອມເມັ້ນ

   ສາວງາມເດັ່ນ     ເຫັນໃຈອ້າຍແນ່ໜາ

   ອຸດສາລ່ຽງ         ສ່ຽງຕາຍໜີເມັຽມາ

   ຂໍເວົ້າຈາ            ພາທີພໍມີແຮງໃຈ


   ງານກໍໜັກ         ລູກແຮ່ງສົນເມັຽພັດສໍ້

   ໃນຍາມທໍ້         ອຸກອັ່ງນັ່ງຫົນຫວຍ

   ມີຈັກຄົນ          ແນ່ບໍ່ນໍທີ່ເພີ່ງໃຈ

   ແອັດອ້າຍໄວ້     ໃດ້ເປັນໝູ່ເຈົ້າຈັກຄົນ


   ມີພັລຍາ          ກໍຢ່າວ່າກັນເດີນ້ອງ

   ຂາວງາມຜ່ອງ     ສາວອອນໄລນ໌ໃຈອ້າຍໂດນ

   ຄົນມີເມັຽ          ຫົວໃຈເຮັ່ຽໃຫ້ບາງຄົນ

   ແຕ່ສາວບໍ່ສົນ     ຄົນເມັຽນອນລັກອອນໄລນ໌.

 

                                *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ*

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 13, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

                      

                     ຮັບໃດ້ບໍ່ ?

                ໂດຍ : ເວັຽນອນ ມາOnLine

 

ເຮົາຄົບຫາ        ກັນມາ     ຖານະເພື່ອນ

ເປັນດັ່ງເໝືອນ   ຄົນຮູ້ໃຈ     ແຕ່ໃດມາ

ແມ້ຍາມເຫງົາ     ເຮົາມີໂຕ   ຄອຍຫ່ວງຫາ

ຄົບກັນມາ     ແຕ່ມໍຕົ້ນ      ຈົນປານນີ້

 

ຄືນແລະວັນ     ປ່ຽນຜັນ     ໃປຕາມກາລ

ແລ້ວສັມພັນ     ຂອງເຮົາ     ເລີ່ມປ່ຽນສີ

ແຕ່ເມື່ອໃດ     ຍັງສົງສັຍ     ຮອດມື້ນີ້

ກາຍເປັນຄວາມ     ຮູ້ສືກດີໆ     ມີມາແທນ

 

ຢາກບອກໂຕ     ວ່າເຮົາ     ຄືດຫຍັງຢູ່

ຢາກໃຫ້ໂຕ     ຮັບຮູ້     ເຮົາເປັນແຟນ

ຕັ້ງວ່າດົນ     ເຮົາທົນເຫງົາ     ເຝົ້າແຕ່ແຫງນ

ຮັບໃດ້ບໍ່     ຂໍເປັນແຟນ     ເພື່ອນຢ່າງເຮົາ.

 

*ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ*     

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 24, 2010 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

.....................................................

.....................................................              

 

          ສ້ຽວນື່ງຂອງຄວາມຄິດເຖີງ

                                    ໂດຍ: ເມັຽນອນ ຯ


            ຄິດເຖີງເດີ      ຈື່ງຂຽນບອກ
            ຄິດເຖີງດອກ     ຈື່ງບອກໃປ
            ຄວາມຄິດເຖີງ    ຈັບຂົ້ວຫົວໃຈ
           ບອກຄົນຢູ່ໄກ     ວ່າຫ່ວງໃຍແລະຄິດເຖີງ.

 

              *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ*

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 11, 2010 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

       

               ຄົນຫລັງໄມຄ໌

                                                              ໂດຍ: ເມັຽນອນ ມາອອນໄລນ໌


ຈັກແຟນໃຜ        ສົ່ງຫລັງໄມຄ໌        ອ້າຍທຽວຈອບ
ນ້ອງກໍຕອບ         ກັບມາ                ບໍ່ໜ່າຍໜີ
ພໍນານວັນ          ຄວາມຜູກພັນ       ກໍເລີ້ມມີ
ສີ່ງດີໆ              ທີ່ເຮົານີ້               ເຄີຍແບ່ງປັນ

ນັບຈາກວັນ          ທີ່ເຮົານັ້ນ           ຄົບເປັນເພື່ອນ
ນານນັບເດືອນ      ກໍເລີະເລືອນ       ເກັບມາຝັນ
ເຂົາອ໊ອຟໄລນ໌      ຄົນຫລັງໄມຄ໌      ໃຈເລີ້ມຫວັ່ນ
ຫລືເຮົານັ້ນ           ກາຍເປັນກິກ      ເຫຍື່ອອີກລາຍ

ໃຈແຫວ່ງຫາຍ        ແຕ່ເມື່ອໃດ        ບໍ່ຮູ້ຈັກ
ຖືກກັບດັກ             ມາຮູ້ໂຕ            ກໍເມື່ອສາຍ
ກິກແຟນເຂົາ          ຕ້ອງມາເສົ້າ       ທີ່ໂປຣໄຟລ໌
ຄົນຫລັງໄມຄ໌        ຖືກຄວັກໃຈ         ເປັນເຫຍື່ອນາງ.

 

                               *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ*

ຂຽນເມື່ອ ຂຽນເມື່ອ: ພ.ພ.. 11, 2010 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 

............................................................

............................................................

                ລາຄາຄ່າໃຈ.

                                     ໂດຍ: ເມັຽນອນ ມາອອນໄລນ໌

  ຍິນເຂົາຊ່າຈົ້ນໆ              ຄົນຮັກຫ່າງໄລໜີ
  ເຈັບອີ່ຫລີເບ໊າະນາງ        ອ້າຍຊ່ອຍຫຍັງໄດ້ບໍນ້ອງ
  ຄົນຄອງຄອຍແຫງນເຝົ້າ  ຊິຂໍເອົາໃຈຊ່ວຍ
  ຄົນເຮັງຊວຍຫລອກຕົ້ມ   ຊົມແລ້ວພັດແຊ່ວໜີ   ໜ່າຍເດ

  ລືມເຂົາເສັຽເຖີດນ້ອງ        ຢ່າຫມອງຫມົ່ນທົນທຸກ
  ອຸກໃຫ້ຕົມໃຈນາງ           ໄດ້ອີ່ຫຍັງຊັ້ນບໍນ້ອງ
  ກອງຄວາມຫລັງຝັງໄວ້      ຍັງມີຊາຍຫມາຍຄິດຕໍ່
  ຂໍອາສາຮ່ວມສ້າງ            ໃຈຕັ້ງຮັກຈິງ  ແທ້ເນີ

  ຢຸດຄວາມຊ້ຳທີ່ອ້າຍ        ບໍ່ຄິດລ່າຍຄາຍແໜງ
  ແກ້ມແດງມີມົນທິນ        ໃຫ້ປິ່ນມາທາງນີ້
  ຄຸນຄວາມດີເຂົາເມີນໜ້າ  ເບິດລາຄາເຂົາໜ່າຍ
  ສຳລັບຊາຍຜຸ່ນີ້               ລາຄາເຈົ້າທຽບເທົ່າໃຈ ອ້າຍນາ.

 

             *ຄຳຕຳນິຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ*

ຂຽນເມື່ອ ຂຽນເມື່ອ: ມ.ສ.. 30, 2010 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

..............................................................

.............................................................
               ຄືນນັ້ນ-ຄືນນີ້

                           ໂດຍ: ເມັຽນອນ ມາອອນໄລນ໌

   ຄືນນັ້ນ         ມີຈັນໃສສ່ອງຟ້າ
   ຄືນນັ້ນ         ນະພາງາມຜ່ອງໃສ
   ຄືນນັ້ນ         ເຮົາສອງປະຄອງໃຈ
   ຄືນນັ້ນ         ສຸກຣືທັຍສົມໃຈປອງ

   ຄ່ຳຄືນນີ້        ຄົນດີເຈົ້າຢູ່ໃສ
   ຄ່ຳຄືນນີ້        ຣືທັຍອ້າຍເສົ້າໝອງ
   ຄ່ຳຄືນນີ້        ບໍ່ມີຈັນໃຫ້ນັ່ງມອງ
   ຄ່ຳຄືນນີ້        ອົກອ້າຍໝອງຄິດເຖີງນາງ.

*********************************

.........................................................

..........................................................