ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 6, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

                                          ປະກາດແຈ້ງການສບັບເມັຽນອນ.

      ສະບາຍດີບັນດາໝູ່ຄູ່ອ້າຍເອື້ອຍນ້ອງພໍ່ແມ່ລູງປ້າອາວອາສະມາຊິກພັນລາວທີ່ໜ້າຮັກ

 ເນື່ອງຈາກວ່າທາງພັນລາວເພີ່ນໃດ້ມີການປ່ຽນແປງລະບົບ ຈະສັງເກດເຫັນວ່າເຫດການຕ່າງ

ໃນຊ່ວງໄລຍະ " ພັນບລາວ3 " ກໍໃດ້ຖືກລືບຫາຍ ບໍ່ວ່າຈະເປັນຄຳເຫັນ ບົດຂຽນໄດອະຣີ

ແບບສຳຫລວດແລະອັບເດດອື່ນໆກໍອັນຕະທານຫາຍໃປ ແຕ່ກໍບໍ່ເປັນຫຍັງ(ແຕ່ກໍຍັງເສັຽດາຍຮ໊ອຍຮ່ອຍ)

ໃດ້ " ພັນລາວ2 "ກັບຄືນມາກໍຖືວ່າສຸດຄຸ້ມ...ຫາກແຕ່ວ່າສີ່ງເສັຽດາຍເປັນທີ່ສຸດກໍຄືມິຕພາບ

ບັນດາໝູ່ຄູ່ທີ່ຕ່າງຄົນຕ່າງແອັດເອົາກັນເປັນໝູ່ໃດ້ຕົກເຮັ່ຽເສັຽຫາຍໃປດ້ວຍ.

   ມິຕພາບເຖີງຈະເປັນພຽງໄລຍະສັ້ນໆແຕ່ກໍມີຄວາມໝາຍສຳລັບຂ້າພະເຈົ້າເປັນຢ່າງຍີ່ງ

ກໍໃດ້ແຕ່ຫວັງວ່າເຮົາຄົງຈະໃດ້ພົບກັນອີກໃນໄວໆນີ້.

                                                      ຂຽນທີ່ຫ້ວຍບັງເຢາະ, ມິຖຸນາ 05 , 2011

                                                                       ເມັຽນອນ ມາOnLine

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 15, 2010 | ມີ 15 ຄຳເຫັນ ແລະ 0 trackback(s)

                                   ຂໍໂທດທີ່ຈົ່ມແຕ່ເຊົ້າ.

        ຖ້າຫາກມີຄົນເຂົ້າມາຕໍ່ວ່າຂ້ອຍແບບເສັຽໆຫາຍໆ ຂ້ອຍຈະບໍ່ໂທດໃຜເລີຍ ຖ້າຈະໂທດຂ້ອຍກໍຄົງຕ້ອງໂທດຕົວເອງ

  ຢ່າງທີ່ບໍ່ໜ້າຈະໃຫ້ອະພັຍ ກໍຍ້ອນວ່າມັນເປັນຄວາມຜິດພາດຂອງຂ້ອຍເອງ.ທີ່ເລີະເຊີະເລີມເຊີມ , ເລື້ອງກໍມີໝູ່ວ່າ:

        ທັນທີທີ່ຂ້ອຍລ໊ອກອິນເຂົ້າພັນລາວ ກໍມີຂໍ້ຄວາມແຈ້ງເຕືອນຂ້ອຍໃນອັປເດດ

ບອກວ່າມີຂໍ້ຄວາມທັງຫລັງໄມລ໌ແລະໃນໂປຣໄຟລ໌ ແລະທີ່ສຳຄັນມີຄົນຂໍເຂົ້າເປັນໝູ່ຕັ້ງວ່າ3ຄົນ

ທັງຕື່ນເຕັ້ນດີໃຈຄິດບໍ່ເຖີງວ່າຊິມີຄົນຕາເຖີງ( ອິ ອິ ເວີ້ໜ້ອຍນື່ງ) ໃຫ້ຄວາມສົນໃຈຄົນໜ້າຕາດີ( ເວີ້ ອີກແລ້ວ ) ທັມມະດາໆຢ່າງເຮົາ

ຄົບໄວ້ເປັນໝູ່ , ວາສນາຂອງຂ້ອຍ...! ບຸນມີແຕ່ກັມມາບັງ ( ເລີ້ມຢາກຮ້າຍໃຫ້ໂຕເອງ ) ຫຼືຈະເປັນຍ້ອນອາຍຸສັງຂານກ່ະບໍ່ຈັກ

ງົກໆເງີ້ນໆ ຈັບຜິດຈັບຖືກຫລົງໃປຄລິ໊ກເມົ້າສ໌ຈັ່ງໃດບຸ໊ ທັນແອັດໝູ່ໃດ້ພຽງແຕ່ຄົນດຽວ ສ່ວນອີກສອງຄົນ....ຫາຍຈ້ອຍ.

            ປານນີ້ເຂົາຊິບໍ່ພາກັນສວດຂ້ອຍຢ່າງໃຫຍ່ແລ້ວບໍ ? ເຂົາຊິຫາວ່າຂ້ອຍເປັນຄົນຈັ່ງໃດ໋ລ່ະບາດນີ້ ຄືດມາແລ້ວກໍເສັຽໃຈ

ກໍເລີຍມາລະບາຍຄວາມຈົ່ມຢູ່ນີ້ ( ຂໍໂທດທີ່ຈົ່ມແຕ່ເຊົ້າ ) ຄັນຖ້າຫາກວ່າອ້າຍເອື້ອຍນ້ອງເຮົາ ທີ່ເຄີຍຖືກຂ້ອຍປະຕິເສດຕອບຮັບເປັນໝູ່

 ຜ່ານເຂົ້າມາໃດ້ອ່ານຂໍ້ຄວາມນີ້ແລ້ວ ຂ້ອຍຂໍຍອມຮັບຜິດທຸກປະການ ເຖີງແມ່ນວ່າຄວາມຜິດພາດນີ້ຈະບໍ່ໃດ້ເກີດຈາກຄວາມຕັ້ງໃຈຂອງຂ້ອຍກໍຕາມ .

                                                               ຮັກທຸກຄົນເດີ.

ຂຽນເມື່ອ ຂຽນເມື່ອ: ພ.ພ.. 29, 2010 | ມີ 17 ຄຳເຫັນ ແລະ 0 trackback(s)

     ຂນະທີ່ຂ້ອຍກຳລັງກົ້ມໜ້າກົ້ມຕາເຮັດວຽກ ໝູ່ຊາວຕ່າງປະເທດຄົນນື່ງໄດ້ຍ່າງມາຫາຂ້ອຍ

ແລະເວົ້າເປັນພາສາສຳນວນຝຣັ່ງເສສ ຊື່ງແປໄດ້ໃຈຄວາມວ່າ :

ໝູ່: ມືງຮູ້ບໍ່ວ່າອີພັດມາຮອດບ້ານເຮົາແລ້ວ ?

ຂ້ອຍ: ....?​?​?...???  ຂ້ອຍກໍເຮັດໜ້າງົງໆວ່າມັນໃປຮູ້ຈັກຜູ່ສາວຄົນລາວຊື່ ພັດ ມາແຕ່ທາງໃດ

ທັງການເອີ້ນມັນກໍບໍ່ສຸພາບຟັງຂັດຫູຈັ່ງໃດ໋ນີ້ລ່ະ ອີ່ພັດ ວ່າຊັ້ນ. ຂ້ອຍກໍເລີ້ມຄິດວ່າຄົນຊື່ ພັດ ມາເຮັດຫຍັງເມືອງນີ້ ?

ມັນກໍຄົງຊິນືກໄດ້ວ່າຂ້ອຍຕ້ອງເຂົ້າໃຈຜິດແນວໃດແນວນື່ງ ມັນກໍເລີຍຍ່າງກັບໃປເອົາໜັງສືພີມມາໃຫ້ຂ້ອຍອ່ານ

ຮ່າ ຮ່າ ...ໂອ໊ຍເນ໊າະ ມັນກໍມາເຮັດໃຫ້ຂ້ອຍເສັຽຫົວແຕ່ເຊົ້າ ຄວາມຈີງແລ້ວເປັນການປະເດີມວາງຂາຍ  iPad ( ໄອແພັດ )

ເປັນຮອບປະຖົມມະເລີກໃນຕົວເມືອງທີ່ຂ້ອຍຢູ່ .ແຕ່ສຳນວນຝຣັ່ງເສສເຂົາອອກສຽງວ່າ ອີພັດ

ແຕ່ຂ້ອຍພັດເຂົ້າໃຈວ່າ ອີ່ພັດ ເວນກັມແທ້ເວີ໊ຍຍຍ............

 

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 27, 2010 | ມີ 19 ຄຳເຫັນ ແລະ 0 trackback(s)

 ຄຳເຕືອນ: ເລື້ອງນີ້ເປັນຕົວຢ່າງທີ່ບໍ່ດີ ຊື່ງບໍ່ສົມຄວນເອົາເປັນແບບຢ່າງ.     

                                         ສົງສັຍ...ບາບ.

   ຂ້ອຍຫາກໍ່ມີເລື້ອງກັບໝູ່ຕ່າງຊາດ ທີ່ເຮັດວຽກນຳກັນຫວ່າງວັນສຸກຜ່ານມານີ້ເອງ

 ຈາກການທີ່ທົນຕໍ່ການຍົ່ວຍຸບໍ່ໄຫວ ຂ້ອຍກໍເລີຍລະເບີດອາລົມ ດ້ວຍການຂວ້າງຂວດນ້ຳສຽດຫູມັນໃປ

( ຕໍ່ມາມີໝູ່ມາບອກຂ້ອຍວ່າ ຖ້າມືງມີໂອກາດໃປແຂ່ງໂອລິມປິກ ມືງຕ້ອງໄດ້ຫລຽນຄຳແນ່ນອນ )

ເພາະຂ້ອຍພຽງແຕ່ຢາກສັ່ງສອນໃຫ້ມັນຮູ້ວ່າໃຜເປັນໃຜຊື່ໆ.(ເພື່ອປົກປ້ອງສິດທິເທົ່າທຽມ ຄວາມເປັນມະນຸສ)

..................................................................................

  ເຊົ້າມື້ນີ້ຂ້ອຍກໍໃປເຮັດວຽກເປັນປົກກະຕິ ພໍເລີ່ມວຽກບໍ່ຮອດສິບນາທີ ຂ້ອຍກໍໃປຕຳເຂົ້າກັບຕີນພັດລົມ

ທີ່ເຂົາຕອກຕິດກັບຂ້າງຝາມີເຫລັກພົ້ນອອກມາ ຜົນປາກົດວ່າໄດ້ເລືອດ ຍ້ອຍຊະໆເຕັມບ່າຂ້າງຊ້າຍຂອງຂ້ອຍ

ກໍເລີຍໄດ້ແພດ(ປະ)ຈຳເປັນຂອງບໍຣິສັດມາປະຖົມພະຍາບາລ.

 ແຕ່ພວກທ່ານຮູ້ບໍ່ວ່າ ຫູຂ້າງທີ່ຂ້ອຍຖືກເຈັບ ມັນເປັນຂ້າງດຽວກັນກັບຂອງຄົນຝຣັ່ງທີ່ຂ້ອຍ

ເຄີຍຂວ້າງຂວດນ້ຳສຽດຫູມັນໃປຫວ່າງວັນສຸກແລ້ວນີ້ເອງ...!

  ຂ້ອຍຈື່ງມາຄິດໄດ້ວ່ານີ້ແມ່ນຜົນກັມຂອງຂ້ອຍອາທິດທີ່ແລ້ວນີ້ເອງ ມັນຊ່າງນຳທັນຢ່າງບໍ່ໜ້າເຊື່ອ,

........ທັງໆທີ່ເຮົາບໍ່ໄດ້ເປັນຝ່າຍເລີ້ມສ້າງບັນຫາກ່ອນກໍຕາມ.